Homeຂ່າວທ້ອງຖິ່ນອຸຕຸເຕືອນຝົນຈະສືບຕໍ່ຕົກເລັກນ້ອຍໄປຈົນເຖິງທ້າຍອາທິດນີ້

ອຸຕຸເຕືອນຝົນຈະສືບຕໍ່ຕົກເລັກນ້ອຍໄປຈົນເຖິງທ້າຍອາທິດນີ້

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ວັນທີ 8-9 ມີຖຸນານີ້, ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນຍັງຈະມີກຳລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງ, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຮ້ອນ, ໂດຍສະເພາະແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຢູ່ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຄະນອງ ໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ ແລະ ຫົວພັນ. ອຸນຫະພູມຕ່ຳສຸດ 20-22 ອົງສາ; ຢູ່ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງບາງໂອກາດ ຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ, ສຳລັບນະຄອນຫລວງວຽງຈັນ: ອາກາດຍັງຈະເຢັນໃນຕອນເຊົ້າ, ພ້ອມມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມເປັນບາງໂອກາດ.

ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 34-36 ອົງສາ. ສ່ວນພາກກາງ: ຈະມີຝົນຕົກຟ້າຄະນອງ ໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 34-36 ອົງສາ ແລະ ພາກໃຕ້: ອາກາດຈະຮ້ອນ ແລະ ມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງສາລະວັນ ແລະ ຈຳປາສັກ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 33-35 ອົງສາ.

 

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...