spot_img
Homeຂ່າວທ້ອງຖິ່ນໂຄງການແກະສະຫລັກຮູບປະທານໄກສອນ ພົມວິຫານ ແລະ ກອງລາດຊະວົງມີຄວາມຄືບໜ້າຫລາຍກວ່າ 80%

ໂຄງການແກະສະຫລັກຮູບປະທານໄກສອນ ພົມວິຫານ ແລະ ກອງລາດຊະວົງມີຄວາມຄືບໜ້າຫລາຍກວ່າ 80%

Published on

kaisone Stupa

ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າຂອງໂຄງການແກະສະ ຫລັກຮູບປະທານ ໄກສອນ ພົມວິຫານ ແລະ ບັນດານັກຮົບປະຕິວັດລາວ ທີ່ໄດ້ປະກາດສ້າງຕັ້ງກອງລາດຊະວົງຕົວຈິງ,ນັບແຕ່ວັນທີ 20 ມັງກອນ 1949 (ກອງທັບປະຊາຊົນລາວ ໃນປັດຈຸບັນ) ເພື່ອນຳໄປປະດິດສະຖານຢູ່ເຂດອານຸສອນສະຖານ ຖ້ຳແມ ເຂດລາວຮຸ່ງ ເມືອງຊຽງຄໍ້ ແຂວງ ຫົວພັນ ໂດຍແມ່ນບໍລິສັດ ຫຸ້ນສ່ວນ ວິຈິດສິນເຕິນບັກອ໊າ ຫວຽດນາມ ຢູ່ເມືອງ ຮວາລື ແຂວງ ນິງບິ່ງ ສສ ຫວຽດນາມ ຮັບເໝົາໂຄງການດັ່ງກ່າວ, ຊຶ່ງໄດ້ລາຍງານສະພາບການປະຕິບັດໂຄງການວ່າມີຄວາມຄືບໜ້າຫລາຍກວ່າ 80% ແລະ ຄາດວ່າຈະໃຫ້ສຳເລັດສົມບູນ ໃນເດືອນກໍລະກົດ ທີ່ຈະເຖິງນີ້. ສ່ວນການເຮັດທາງ ແລະ ປັບປຸງສະຖານທີ່ຢູ່ເຂດອານຸສອນສະຖານ ຖ້ຳແມ ເມືອງຊຽງຄໍ້ ແຂວງ ຫົວພັນ ກໍມີຄວາມຄືບໜ້າເຊັ່ນກັນ.

ໂຄງການດັ່ງກ່າວ, ແມ່ນລັດຖະບານລາວ ອະນຸມັດ ເພື່ອສ້າງໃຫ້ເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ ເພື່ອໃຫ້ຄົນຮຸ່ນຫລັງໄດ້ສຶກສາຮຽນຮູ້, ເປັນບ່ອນຄົ້ນຄວ້າຮັບຮູ້ເຖິງວິລະກຳອັນລ້ຳເລີດ ຂອງ ກອງລາດຊະວົງ ໃນເມື່ອກ່ອນ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...