Homeຂ່າວຕ່າງປະເທດຈີນຮົງ​ກົງ ຫ້າມ​ຄ້າ​ສັດ​ປີກ​ມີ​ຊີວິດ​ຊົ່ວ​ຄາວ ຫຼັງ​ພົບ​ໄວ​ຣັສ H7N9

ຈີນຮົງ​ກົງ ຫ້າມ​ຄ້າ​ສັດ​ປີກ​ມີ​ຊີວິດ​ຊົ່ວ​ຄາວ ຫຼັງ​ພົບ​ໄວ​ຣັສ H7N9

Published on

ຈີນຮົງ​ກົງ​ສັ່ງ​ຫ້າມ​ຄ້າ​ສັດ​ປີກ​ທີ່ຍັງມີ​ຊີວິດ​ເປັນ​ການ​ຊົ່ວຄາວ ຫຼັງ​ຈາກ​ຜົນ​ການ​ສຸ່ມ​ກວດ​ຕະຫຼາດ​ແຄມ​ທາງ​ພົບ​ເຊື້ອ​ໄວ​ຣັສ H7N9.

ສຳນັກ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ​ລາຍ​ງານ​ວັນນີ້ ອ້າງ​ສຳນັກງານ​ສຸຂະ​ອະນາ​ໄມ​ອາຫານ ​ແລະ ສິ່ງ​ແວດ​ລ້ອມ​ຂອງຈີນ​ຮົງ​ກົງ​ວ່າ ພົບ​ເຊື້ອ​ໄວ​ຣັສຈາກ​ອາຈົມ​ສັດ​ປີກ ຈົນ​ເຖິງ​ຂະນະ​ນີ້​ຍັງ​ບໍ່​ພົບ​ຕົ້ນ​ຕໍ່​ຂອງ​ເຊື້ອ ​ແລະ ​ໄດ້​ກວດ​ຄົນ​ງານ​ສາມ​ໃນ​ສີ່​ຄົນ​ທີ່​ເຮັດ​ວຽກ​ໃນ​ຕະຫຼາດ​ດັ່ງກ່າວ ​ແຕ່​ບໍ່​ມີ​ໃຜ​ສະ​ແດງ​ອາການ​ວ່າ​ຕິດ​ເຊື້ອ ທາງ​ການຈີນ​ຮົງ​ກົງ​ຈະ​ປະຊຸມ​ພິ​ເສດ​ໃນ​ມື້​ນີ້ ​ເພື່ອ​ປະ​ເມີນ​ຄວາມ​ສຽງ ​ແລະ ຕັດສິນ​ໃຈ​ວ່າ​ຈະ​ໃຊ້​ຄຳ​ສັ່ງ​ຫ້າມ​ຄ້າ​ສັດ​ປີ​ຊົ່ວຄາວ​ໄປ​ຈົນ​ເຖິງ​ເມື່ອ​​ໃດ.

ຂໍ້​ມູນ​ຂອງ​ອົງການ​ອະນາ​ໄມ​ໂລກ​ລະບຸ​ວ່າ ​​ໄວຣັສ H7N9 ​ເປັນ​ຊະນິດຍ່ອຍ​ຂອງ​ໄວຣັສ​ໄຂ​ຫວັດ​​ໃຫຍ່​ທີ່​​ແຕ່​ເດີມ​ພົບ​ໃນ​ສັດ​ປີ ​ໂດຍ​ຫາ​ກໍ່ມາ​ພົບ​ໃນ​ຈີນ​ເມື່ອ​ເດືອນ​ມີນາ 2556 ຫຼັງ​ຈາກ​ນັ້ນ​ກໍ​ເລີ່​ມພົບ​ທັງ​ສັດ​ປີ ​ແລະ ຄົນ​ທີ່​ສຳຜັດ​ສັດ​ປີກ​ຕິດ​ເຊື້ອ ​ແຕ່​ຍັງ​ບໍ່​ມີ​ລາຍ​ງານ​ການ​ຕິດ​ຕໍ່​ຈາກ​ຄົນ​ສູ່​ຄົນ ຜູ້​ຕິດ​ເຊື້ອ​ຈະ​ປ່ວຍ​ໜັກ​ເຖິງ​ຂັ້ນ​ເສຍ​ຊີວິດ​ໄດ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...