Homeຂ່າວການພັດທະນາທຸກຄົນ ຈົ່ງພ້ອມກັນປົກປັກຮັກສາສິ່ງແວດລ້ອມ

ທຸກຄົນ ຈົ່ງພ້ອມກັນປົກປັກຮັກສາສິ່ງແວດລ້ອມ

Published on

ເພື່ອ​ສ້າງ​ຈິດ​ສຳ­ນຶກ​ໃນ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ກໍ​ຄືການ​ອະ­ນຸ​ຮັກ​ສັດ​ນ້ຳ, ສັດ­ປ່າ ແລະ​ພືດ​ພັນ​ປ່າ, ພ້ອມ​ທັງ​ຮັກ­ຫອມ ແລະ​ຫວງ​ແຫນ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ອັນ​ລ້ຳ​ຄ່າ ເພື່ອ​ໃຫ້​ກາຍ­ເປັນ​ປະ­ເທດ​ທີ່​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ທີ່​ບໍ່​ເຫືອດ​ແຫ້ງ, ຮັກ­ສາ​ໄວ້​ໃຫ້​ຄົນ​ຮຸ່ນ​ນີ້ ແລະ​ ຮຸ່ນ​ລູກ​ຫຼານ​ໄດ້​ສືບ­ຕໍ່​ເພິ່ງ​ພາ​ອາ­ໄສ ແລະ​ ຄົງ​ຢູ່​ກັບ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ເຮົາ​ຕະ­ຫຼອດ​ຊົ່ວກາ­ລະ​ນານ.

ວັນ​ທີ 5 ມິ­ຖຸ­ນາ 2016, ທ່ານ ທອງລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ ໄດ້​ອອກ​ສານ​ເນື່ອງ​ໃນ​ໂອກາດ​ວັນ​ສິ່ງ­ແວ­ດລ້ອມ​ໂລກ ໂດຍ​ໃນສານ​ສະ­ບັບ​ດັ່ງ­ກ່າວ​ມີ​ເນື້ອ​ໃນ​ລະ­ບຸ​ວ່າ: ວັນ​ທີ 5 ມິ­ຖຸ­ນາ 2016, ເປັນ​ວັນ​ສະເຫຼີມ​ສະ­ຫຼອງວັນ​ສິ່ງ­ແວ­ດລ້ອມ​ໂລກ​ທີ່ພວມ​ວຽນ­ມາ​ຄົບ­ຮອບ 44 ປີ, ລັດ​ຖະບານ ແລະ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ໃນ ທົ່ວ​ປະ­ເທດ​ຮູ້­ສຶກ​ພາກ­ພູມ​ໃຈ​ເປັນ​ຢ່າງຍິ່ງ​ທີ່​ໄດ້​ຮ່ວມ​ກັບ​ປະ­ຊາ​ຊາດ​ໃນ​ທົ່ວ​ໂລກສະ­ເຫຼີມ­ສະ­ຫຼອງ​ວັນ​ສຳ­ຄັນ​ດັ່ງ­ກ່າວ ພາຍ​ໃຕ້​ຄຳ​ຂວັນ “ຈົ່ງ​ພ້ອມ​ກັນ​ປົກ​ປັກຮັກ­ສາ​ປ່າ­ໄມ້​ເພື່ອ​ທຸກ​ສິ່ງ​ທີ່​ມີ​ຊີ­ວິດ” ຊຶ່ງສ່ອງ​ແສງ​ໃຫ້​ເຫັນ​ວ່າ​ເຖິງ​ເວ­ລາ​ແລ້ວ​ທີ່ປະ­ຊາ​ຊາດ​ໃນ​ທົ່ວ​ໂລກ​ຈະ​ຮ່ວມ​ແຮງຮ່ວມ​ໃຈ​ກັນ​ຢ່າງ​ຈິງ​ຈັງ​ໃນ​ການ​ປົກ​ປັກຮັກ­ສາ​ປ່າ­ໄມ້​ທີ່​ມີ​ຈຳ­ກັດໃຫ້​ຄືນ​ສູ່​ຄວາມ ອຸ­ດົມ­ສົມ­ບູນ ເພື່ອ​ສືບ­ຕໍ່​ເປັນ​ບ່ອນ​ເພິ່ງ​ພາອາ­ໄສ​ຂອງ​ທຸກໆ​ສິ່ງ​ທີ່​ມີ​ຊີ­ວິດ​ລວມ​ທັງມະ­ນຸດ. ສະ­ເພາະ ສປປ ລາວ, ພັກŒລັດ​ຖະບານ​ຂອງ​ພວກ​ເຮົາ​ຍາມ​ໃດ​ກໍ​ໄດ້​ປະ­ຕິ ບັດ​ນະ­ໂຍ­ບາຍ​ອັນ​ສະ­ເໝີ​ຕົ້ນ​ສະ­ເໝີປາຍ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ດ້ວຍ​ຈັງ­ຫວະ​ເຕີບ​ໂຕ​ອັນ​ແຂງ­ແຮງŒຕໍ່​ເນື່ອງ, ພ້ອມ​ດຽວ​ກັນ​ນັ້ນ​ກໍ​ໄດ້​ເອົາ­ໃຈໃສ່​ວາງ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ດ້ານ​ປ່າໄມ້ ເພື່ອ​ບັນ­ລຸ​ເນື້ອ­ທີ່​ປົກ​ຫຸ້ມ​ຂອງ​ປ່າ­ໄມ້ໃຫ້​ບັນ­ລຸ 70% ໃນ​ປີ 2020, ໄປ​ພ້ອມໆ ກັບ​ການ​ວາງ​ມາດ​ຕະ­ການ​ທີ່​ເໝາະ​ສົມ ໃນ​ການ​ປົກ​ປັກ​ຮັກ­ສາ​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ​ອື່ນໆ ແລະ​ ສິ່ງ­ແວ­ດລ້ອມຕາມ​ທິດ​ສີ­ຂຽວ ແລະ​ຍືນ​ຍົງ, ເອົາ­ໃຈ­ໃສ່ສະ­ກັດ​ກັ້ນ​ການ​ລ່າ, ການ​ທຳ­ລາຍ ແລະ ການ​ຄ້າŒຂາຍ​ສັດ​ນ້ຳ, ສັດ­ປ່າ ແລະ ​ພືດພັນ​ປ່າ​ແບບ​ຊະ­ຊາຍ​ທັງ​ຜິດ​ກົດ­ໝາຍ.

ຢ່າງ­ໃດ​ກໍ​ຕາມ​ເຖິງ​ແມ່ນ​ວ່າ​ພວກ​ເຮົາຈະ​ມີ​ຄວາມ​ພະ­ຍາ­ຍາມ​ເທົ່າ­ໃດ​ກໍ​ຕາມແຫຼ່ງ​ຂໍ້​ມູນ​ຈາກ​ອົງ­ການ​ສາ­ກົນ​ເພື່ອການ​ອະ­ນຸ­ລັກ​ທຳ​ມະ​ຊາດ (IUCN) ຍັງຊີ້​ໃຫ້​ເຫັນ​ວ່າ: ຕິດ​ພັນ​ກັບ​ການ​ເຊື່ອມ​ໂຊມຂອງ​ປ່າ­ໄມ້​ນຳ­ໄປ​ສູ່​ການ​ເຊື່ອມ​ໂຊມ​ຂອງແຫຼ່ງ​ທຳ​ມະ​ຊາດ​ແລ້ວ, ຄວາມ​ອຸ­ດົມ​ສົມບູນ​ຂອງ​ດິນ ແລະ​ການ​ເຊື່ອມ​ໂຊມ​ຂອງຊີ­ວະ​ນາໆພັນ​ຄື​ໃນ​ຈຳ­ນວນ​ທັງ​ໝົດ 2.701 ຊະ­ນິດ ທີ່​ໄດ້​ສຶກ​ສາ, ປະ­ມານ 157 ຊະ­ນິດ​ກຳ­ລັງ​ມີ​ຄວາມ​ສ່ຽງ​ທີ່​ໃກ້ຈະ​ສູນ­ພັນ ແລະ 115 ຊະ­ນິດ​ກຳ­ລັງ​ຖືກ ຂົ່ມ­ຂູ່, ສະ­ນັ້ນ​ເນື່ອງ​ໃນ​ໂອ­ກາດ​ການ​ສະເຫຼີມ​ສະ­ຫຼອງ​ວັນ​ດັ່ງ­ກ່າວ​ນີ້ ເພື່ອ​ສ້າງ​ຈິດສຳ­ນຶກ​ໃນ​ການ​ປົກ​ປັກ​ຮັກ­ສາ​ຄວາມສົມ​ດຸນ​ຂອງ​ທຳ​ມະ​ຊາດ ແລະ​ຊີ­ວະ​ນາໆພັນ​ຈິ່ງ​ຂໍ​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ອົງ­ການຈັດ​ຕັ້ງ​ພັກŒລັດ​ທຸກ​ຂັ້ນ, ອົງ​ການ­ຈັດ­ຕັ້ງ ມະ­ຫາ­ຊົນ, ຫົວ­ໜ່ວຍ​ທຸ­ລະ​ກິດ​ຕະ­ຫຼອດເຖິງ​ພໍ່​ແມ່​ປະ­ຊາ­ຊົນ​ທຸກ​ທົ່ວ​ໜ້າ​ຈົ່ງ​ພ້ອມກັນ​ປະ­ຕິ­ບັດ​ພັນ­ທະ​ຂອງ​ຕົນ​ໃນ​ການ​ປົກປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ກໍ​ຄືການ​ອະ­ນຸຮັກ​ສັດ​ນ້ຳ, ສັດ­ປ່າ ແລະ​ພືດ​ພັນ​ປ່າ​ຕາມ​ທີ່​ໄດ້​ລະ­ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ​ທີ່​ວ່າ “ທຸກ​ອົງ​ການ­ຈັດ­ຕັ້ງ ແລະ​ພົນ­ລະ­ເມືອງຕ້ອງ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ, ປົກປັກ​ຮັກ­ສາ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ: ໜ້າ­ດິນ, ປ່າ­ໄມ້, ສັດ, ແຫຼ່ງ​ນ້ຳ ແລະອາ­ກາດ”

ທັງ​ນີ້ ຍັງ​ຮຽກ­ຮ້ອງ​ໃຫ້​ພີ່­ນ້ອງ​ຮ່ວມຊາດ​ໃນ​ທົ່ວ​ປະ­ເທດ​ຈົ່ງ​ພ້ອມ​ກັນ​ເປັນ​ເຈົ້າການ​ສ້າງ​ຈິດ​ສຳ­ນຶກ​ຂອງ​ການ​ຮູ້​ປົກ​ປັກຮັກ­ສາ, ຮັກ­ຫອມ ແລະ​ຫວງ​ແຫນ​ຊັບ​ພະຍາ​ກອນ​ທຳ​ມະ​ຊາດ​ອັນ​ລ້ຳ​ຄ່າ ເພື່ອ​ໃຫ້ກາຍ­ເປັນ​ປະ­ເທດ​ທີ່​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ທີ່​ບໍ່​ເຫືອດແຫ້ງ, ຮັກ­ສາ​ໄວ້​ໃຫ້​ຄົນ​ຮຸ່ນ​ນີ້ ແລະ​ ຮຸ່ນລູກ​ຫຼານ​ໄດ້​ສືບ­ຕໍ່​ເພີ່ງ​ພາ​ອາ­ໄສ ແລະ​ ຄົງຢູ່​ກັບ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ເຮົາ​ຕະ­ຫຼອດຊົ່ວ​ກາ­ລະ​ນານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...