Homeຂ່າວທ້ອງຖິ່ນໄປສະນີລາວ ນຳສະເໜີສະແຕມໃໝ່

ໄປສະນີລາວ ນຳສະເໜີສະແຕມໃໝ່

Published on

ລັດວິສາຫະກິດໄປສະນີລາວ ຮ່ວມກັບ ກຸ່ມແມ່ຍິງສາກົນ ນໍາສະເໜີສະແຕັມຊຸດພິເສດ ຄືຊຸດກຸ່ມແມ່ຍິງສາກົນ ເພື່ອສະເຫຼີມສະຫຼອງຄົບຮອບ 26 ປີ (1990-2016) ເຊິ່ງເປັນການຮ່ວມມືຂອງ ອົງການກຸ່ມແມ່ຍິງສາກົນ ປະຈໍາ ສປປ.ລາວ ເປັນຜູ້ສະໜອງຮູບພາບສະແຕັມ ໂດຍຜົນງານຂອງທ່ານນາງ ແຈນ ໂວນແລນ ນັກແຕ້ມຮູບຊາວອັງກິດ ແລະ ລັດວິສາຫະກິດໄປສະນີລາວ ເປັນຜູ້ຈັດພິມຈໍາໜ່າຍ ປັດຈຸບັນໄດ້ສໍາເລັດການຈັດພິມ ແລະ ພ້ອມໃຫ້ບໍລິການຢ່າງເປັນທາງການ.

415

ພິທີໄຂນໍາໃຊ້ສະແຕັມຊຸດພິເສດ “ກຸ່ມແມ່ຍິງສາກົນ ຄົບຮອບ 26 ປີ” ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 03 ມິຖຸນາ 2016 ທີ່ລັດວິສາຫະກິດໄປສະນີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສີທົງ ທອງແກ້ວ ຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ທັງເປັນປະທານສະພາບໍລິຫານລັດວິສາຫະກິດໄປສະນີລາວ ທ່ານ Hugh EVANS ເອກອັກຄະຣາຊະທູດປະເທດອັງກິດ ປະຈໍາ ສປປ.ລາວ ມີຫົວໜ້າກົມ ບັນດາຜູ້ຕາງໜ້າກຸ່ມແມ່ຍິງສາກົນ ອົງການຈັດຕັ້ງທາງສາກົນ ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູວົງ ຄໍາຄ່ອງ ຜູ້ອໍານວຍການໃຫຽ່ ລັດວິສາຫະກິດໄປສະນີລາວ ໄດ້ກ່າວວ່າ  ການນໍາໃຊ້ສະແຕັມຊຸດພິເສດໃນຄັ້ງນີ້ ເພື່ອສະແດງເຖິງການພັດທະນາຂອງເອື້ອຍນ້ອງແມ່ຍິງລາວ ແຕ່ອະດີດຈົນເຖິງປັດຈຸບັນ ເປັນຕົ້ນແມ່ນດ້ານການສຶກສາ ໄດ້ຮຽນຮູ້ທົ່ວເຖິງບໍ່ວ່າຢູ່ເຂດຊົນນະບົດກໍຄືໃນໂຕເມືອງ ດັ່ງຮູບພາບສະແຕັມສະແດງອອກຄື ເດັກຍິງຄົນທີນຶ່ງຢູ່ເບື້ອງຊ້າຍມື ສື່ຄວາມໝາຍ ເຊິ່ງມາຈາກວັນເກົ່າໆແຫ່ງອະດີດໃນຊົງຜົມເກົ້າເປັນມວຍຕັ້ງທີ່ງົດງາມຕາມແບບບູຮານ ແລະ ໃສ່ຕ້າງຫູທີ່ເຮັດດ້ວຍມື ເຊິ່ງນາງໄປເກັບຟືນເພື່ອມາດັງໄຟປຸງແຕ່ງອາຫານ ກະຢັງທີ່ເປ້ຢູ່ບົນຫຼັງຂອງນາງກໍລ້ວນແຕ່ສານດ້ວຍມືທີ່ມາຈາກຊົນນະບົດເຂດບ້ານຂອງນາງ ຕາມບ້ານຕ່າງໆໄດ້ສະແດງອອກໃຫ້ເຫັນເຖິງສີໄມ້ລາຍມືດ້ານການຈັກສານ ທີ່ສືບທອດກັນມາຫຼາຍເຊັ່ນຄົນ ນັບຕັ້ງແຕ່ການຈັກສານໄປຈົນເຖິງການຕໍ່າຫູກ ທໍໄໝ ຫຍິບປັກຖັກແສ່ວຜ້າແພດ້ວຍຫຼາກຫຼາຍສີສັນ ສ່ວນຮູບເດັກຍິງ ຄົນທີສອງທີ່ຢູ່ເບື້ອງຂວາມື ແມ່ນໃສ່ຊຸດນັກຮຽນທີ່ນໍາສະໄໝໃນຍຸກປັດຈຸບັນຂອງນາງ ນາງໄດ້ຮັບການສຶກສາ ແລະ ກອບປຶ້ມແບບຮຽນຂອງນາງຢູ່ບົນເປ້ຫຼັງຂອງນາງ ເຊິ່ງນາງໄດ້ແສ່ວຮູບທຸງຊາດວົງເດືອນຕິດໃສ່ເພື່ອສະແດງຄວາມພາກພູມໃຈຂອງນາງຕໍ່ກັບປະເທດຊາດອັນເປັນມາຕຸພູມ ບ່ອນໃຫ້ກໍາເນີດຂອງນາງກໍຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງທັງສອງນາງສາວໄດ້ແນມໜ້າໄປສູ່ພະພຸດທະຮູບທີ່ພວມເປັ່ງລັດສະໝີຈາກປະກາຍແສງພະອາທິດທີ່ສະຫງ່າລາສີ.

ສໍາລັບສະແຕມຊຸດດັ່ງກ່າວ ແມ່ນຜົນງານການແຕ້ມຮູບຂອງທ່ານນາງ ແຈນ ໂວນແລນ ຈິດຕະກອນຊາວອັງກິດ ແລະ ໄດ້ຈັດພິມຢູ່ໂຮງພິມໄປສະນີ ໂທລະຄົມມະນາຄົມ ທີ່ນະຄອນໂຮຈີມິນ ສສ.ຫວຽດນາມ ເພື່ອຈໍາໜ່າຍ ຈໍານວນ 10.000 ຊຸດ ແຜ່ນທີ່ລະນຶກ 2.000 ແຜ່ນ.

ຂ່າວ/ພາບ: ເທບພະວົງ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...