spot_img
Homeຂ່າວການພັດທະນາການນໍາພັກ-ລັດ ຮ່ວມປູກຕົ້ນໄມ້ ເພື່ອສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 44 ປີ ແລະ ວັນສໍາຄັນອື່ນໆ

ການນໍາພັກ-ລັດ ຮ່ວມປູກຕົ້ນໄມ້ ເພື່ອສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 44 ປີ ແລະ ວັນສໍາຄັນອື່ນໆ

Published on

ການນໍາພັກ-ລັດຖະບານ ກໍຄື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກະຊວງການຕ່າງໆອ້ອມຂ້າງສູນກາງ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງທາງສັງຄົມ ແລະ ອໍານາດການປົກຄອງທ້ອງຖິ່ນຕ່າງໆຈໍານວນ 900 ກວ່າຄົນ ໄດ້ພ້ອມກັນຈັດພິທີປູກຕົ້ນໄມ້ ເພື່ອຮ່ວມສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມີຖຸນາ ເຊິ່ງປີນີ້ຄົບຮອບ 44 ປີ ພາຍໃຕ້ຄໍາຂວັນ “ຈົ່ງພ້ອມກັນປົກປັກຮັກສາປ່າໄມ້ ເພື່ອທຸກສິ່ງທີ່ມີຊີວິດ” ແລະ ໄດ້ສະເຫຼີມສະຫຼອງຮ່ວມກັບວັນສໍາຄັນທີ່ມີເນື້ອໃນຕິດພັນກັນຄື ວັນຊີວະນາໆພັນ ວັນທີ 22 ພຶດສະພາ ພາຍໃຕ້ຄໍາຂວັນ “ຈົ່ງພ້ອມກັນເຊື່ອມໂຍງດ້ານຊີວະນາໆພັນ ສ້າງຄວາມໝັ້ນຄົງໃຫ້ແກ່ປະຊາຊົນ ແລະ ໃຫ້ແກ່ວິຖີຊີວິດຂອງພວກເຂົາເຈົ້າ” ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມີຖຸນາ ພາຍໃຕ້ຄໍາຂວັນ “ຈົ່ງພ້ອມກັນປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອະນາຄົດທີ່ສົດໃສ” ແລະ ວັນຕ້ານການກາຍເປັນທະເລຊາຍ ວັນທີ 17 ມີຖຸນາ ພາຍໃຕ້ຄໍາຂວັນ “ຈົ່ງພ້ອມກັນປົກປ້ອງໂລກ ບູລະນະຟື້ນຟູທີ່ດິນ ລະດົມການມີສ່ວນຮ່ວມທົ່ວປວງປະຊາຊົນ”.

ພິທີປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງ 4 ວັນສໍາຄັນດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 05 ມິຖຸນາ 2016 ທີ່ຖະໜົນຕັດໃໝ່ໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພົ.ທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີລັດຖະມົນຕີ ຮອງລັດຖະມົນຕີກະຊວງຕ່າງໆອ້ອມຂ້າງສູນກາງ ຜູ້ຕາງໜ້າອົງການສະຫະປະຊາຊາດ ອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ຫົວໜ້າກົມ ພະນັກງານ ລັດຖະກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

         ທ່ານນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຂະແໜງການຫຼັກທີ່ມີພາລະບົດບາດ ໜ້າທີ່ໃນການຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ ໂດຍການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງໃນສູນກາງ ແລະ ທ້ອງຖິ່ນຂັ້ນແຂວງ ເມືອງ ພ້ອມກັນຖືເອົາໂອກາດທີ່ມີຄວາມໝາຍນີ້ ສຸມໃສ່ການໂຄສະນາເຜີຍແຜ່ ແລະ ປຸກລະດົມຂະບວນການທົ່ວສັງຄົມ ແນໃສ່ຍາດແຍ່ງຄວາມເປັນເຈົ້າການໃນການມີສ່ວນຮ່ວມ ແລະ ສະໜັບສະໜູນຂະບວນການ ຊຸກຍູ້ການນໍາໃຊ້ຊັບພະຍາກອນທໍາມະຊາດແບບປະຢັດ ສົມເຫດສົມຜົນ ຕາມທິດສີຂຽວ ແລະ ຍືນຍົງ ເພື່ອສ້າງເງື່ອນໄຂພື້ນຖານຮັບປະກັນເນື້ອທີ່ຄວາມປົກຫຸ້ມປ່າໄມ້ໃຫ້ສືບຕໍ່ເພີ່ມຂຶ້ນ 70% ໃນປີ 2020 ແລະ ພ້ອມກັນເພີ່ມທະວີການຄຸ້ມຄອງລັດດ້ວຍກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດນໍ້າ ສັດປ່າ ແລະ ພືດພັນປ່າແບບຊະຊາຍ-ຜິດກົດໝາຍ ແລະ ຕ້ານກັບໄພແຫ້ງແລ້ງ ໄພນໍ້າຖ້ວມ ທີ່ເກີດຈາກການປ່ຽນແປງດິນຟ້າອາກາດ.

ການສະເຫຼີມສະຫຼອງ 4 ວັນດັ່ງກ່າວໃນປີ 2016 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ກະກຽມຂະບວນການສໍາຄັນຕ່າງໆເຊັ່ນ ກະກຽມສານທ່ານນາຍົກລັດຖະມົນຕີ ການອອກຂ່າວຜ່ານສື່ຕ່າງໆເພື່ອປຸກລະດົມສັງຄົມໃນທົ່ວປະເທດໃຫ້ເປັນເຈົ້າການ ແລະ ເປັນເຈົ້າພາບຮ່ວມກັນໃນການສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນນີ້ ຂະບວນການສ້າງຈິດສໍານຶກໃນ 33 ໂຮງຮຽນຈຸດສຸມທົ່ວນະຄອນຫຼວງວຽງຈັນ ແລະ ມະຫາວິທະຍາໄລແຫ່ງຊາດ ໃນລະຫວ່າງວັນທີ 20 ພຶດສະພາ ຫາວັນທີ 07 ມີຖຸນາ 2016 ການລົງຊຸກຍູ້ຂະບວນການປູກຕົ້ນໄມ້ໃຫ້ເປັນປ່າເພື່ອອະນາຄົດທີ່ສົດໃສຢູ່ບັນດາແຂວງພາກໃຕ້ ແລະ ບັນດາແຂວງພາກເໜືອ ຂອງຄະນະນໍາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທີມງານຈໍານວນນຶ່ງ ບັນດາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຮວມທັງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງໃນທົ່ວປະເທດ ໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ເປັນເຈົ້າການຈັດຕັ້ງໂຄສະນາເຜີຍແຜ່ ແລະ ສ້າງຂະບວນການເພື່ອປຸກລະດົມຂະບວນການໃຫ້ຟົດຟື້ນ ທັງຈັດພິທີປູກຕົ້ນໄມ້ເພື່ອຄໍານັບຮັບຕ້ອນ 4 ວັນດັ່ງກ່າວ ພ້ອມທັງສືບຕໍ່ປຸກລະດົມຂະບວນການຈັດຕັ້ງປະຕິບັດແຈ້ງການສະບັບເລກທີ 7425 /ຫກຊສ ລົງວັນທີ 21 ທັນວາ 2015 ເພື່ອຈັດຕັ້ງຜັນຂະຫຽາຍຍຸດທະສາດປ່າໄມ້ຮອດປີ 2020 ແລະ ແຜນການ 5 ປີຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປີ 2016-2020 ກ່ຽວກັບການຟື້ນຟູປ່າໄມ້ດ້ວຍທໍາມະຊາດໃຫ້ໄດ້ 1,5 ລ້ານເຮັກຕາ ແລະ ປູກຕົ້ນໄມ້ເສີມໃນກ້ອງປ່າໃຫ້ໄດ້ 35.000 ເຮັກຕາ ໃຫ້ປາກົດຜົນເປັນຈິງ ສະເພາະປີ 2016 ໄດ້ວາງຄາດໝາຍໃຫ້ປູກຕົ້ນໄມ້ຢູ່ໃນ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ໄດ້ທັງໝົດ 6.335 ເຮັກຕາ ເຊິ່ງກໍານົດໃຫ້ນະຄອນຫຼວງວຽງຈັນ ປູກໃຫ້ໄດ້ໃນເນື້ອທີ 150 ເຮັກຕາ ແຂວງຜົ້ງສາລີ 12 ເຮັກຕາ ຫຼວງນໍ້າທາ 50 ເຮັກຕາ ບໍ່ແກ້ວ 132 ເຮັກຕາ ອຸດົມໄຊ 84 ເຮັກຕາ ຫຼວງພະບາງ 153 ເຮັກຕາ ຊຽງຂວາງ 450 ເຮັກຕາ ໄຊຍະບູລີ 529 ເຮັກຕາ ຫົວພັນ 10 ເຮັກຕາ ວຽງຈັນ 3.951 ເຮັກຕາ ບໍລິຄໍາໄຊ 320 ເຮັກຕາ ຄໍາມ່ວນ 15 ເຮັກຕາ ສະຫວັນນະເຂດ 14 ເຮັກຕາ ຈໍາປາສັກ 480 ເຮັກຕາ ສາລະວັນ 98 ເຮັກຕາ ເຊກອງ 877 ເຮັກຕາ ອັດຕະປື 456 ເຮັກຕາ ແລະ ໄຊສົມບູນ 3 ເຮັກຕາ.

ສໍາລັບພິທີສະເຫຼີມສະຫຼອງໃນວັນທີ 05 ມີຖຸນາ 2016 ປີນີ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຈັດພິທີປູກຕົ້ນໄມ້ຕາມເສັ້ນທາງຕັດໃໝ່ໃນໄລຍະ 5 ກິໂລແມັດກວ່າ ນັບແຕ່ສາມແຍກໄຟແດງດົງນາໂຊກ ຫາ ສາມແຍກໜອງບຶກ ແລະ ອ້ອມຂ້າງສໍານັກງານກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແນໃສ່ສ້າງໃຫ້ເປັນຖະໜົນສິ່ງແວດລ້ອມ ແລະ ເພື່ອເປັນການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ ທີ່ໄດ້ກໍານົດວິໄສທັດ ຮອດປີ 2030 ຍຸດທະສາດ 10 ປີ (2016-2025) ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ທີ່ຮັບຮອງໃນເດືອນກັນຍາ 2015 ຜ່ານມາ ນອກນີ້ ຍັງເປັນການລິເລີ່ມການໄຂຂະບວນການແຂ່ງຂັນໃນທົ່ວປະເທດໃນການສ້າງໂຕເມືອງຂຽວ ສະອາດ ແລະ ງາມຕາ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...