Home​ຂ່າວບັນເທິງ"ຄິມຈີວອນ" ແລະ "ຈິນກູ" ອີກຄູ່ທີ່ຊຶ້ງກິນໃຈ ໃນຊີຣີ້້້ເກົາຫຼີ “Descendants of the Sun”

“ຄິມຈີວອນ” ແລະ “ຈິນກູ” ອີກຄູ່ທີ່ຊຶ້ງກິນໃຈ ໃນຊີຣີ້້້ເກົາຫຼີ “Descendants of the Sun”

Published on

ເຫຼືອອີກພຽງ 2 ຕອນເທົ່ານັ້ນ ສຳລັບຊີຣີ້ຍອດນິຍົມຢ່າງ “Descendants of the Sun”
       ຈາກເນື້ອເລື່ອງທີ່ເຂັ້ມຂຸ້ນບວກກັບເຫດການຕ່າງໆ ທີ່ເຂົ້າມາສ້າງຄວາມຕື່ນເຕັ້ນຢູ່ສະເໝີ ເຮັດໃຫ້ຜູ້ຊົມຄາດເດົາຕອນຈົບຂອງເລື່ອງໄປຕ່າງໆນານາ ຍົກຕົວຢ່າງເຊັ່ນ ພະເອກຈະເປັນແນວໃດຕອນຈົບ, ພວກເຂົາຈະໄດ້ແຕ່ງງານກັນຫຼືບໍ່, ອັນນີ້ຕ້ອງລໍລຸ້ນກັນ
        ນອກຈາກພະນາງຄູ່ເອກ ຢ່າງ ຊົງຈຸງກິ ແລະ ຊອງເຮຄຽວ ຈະຮັອດຮິດກັນໄປທົ່ວບ້ານທົ່ວເມືອງກັນແລ້ວ ຍັງມີອີກຄູ່ໜຶ່ງທີ່ຮິດກິນໃຈບໍ່ແພ້ກັນຢ່າງຄູ່ຂອງ ແພດທະຫານສາວ ຢຸນມະຢ່ອງຈູ ແລະ ຈ່າຊໍແດຢ່ອງ ທີ່ຮັບບົດໂດຍ  “ຄິມຈີວອນ” ແລະ “ຈິນກູ” ວັນນີ້ບັນເທີງຕ່າງແດນກໍ່ບໍ່ພາດທີ່ຈະນຳສອງນັກສະແດງຈາກຊີຣີ້ສຸດຮິດຕອນນີ້ມາແນະນຳໃຫ້ຮູ້ຈັກກັນຕື່ມ
descendants-of-the-sun-2-e1455185036328
ຄິນຈີວອນ 김지원 Kim Ji Won ເປັນນັກສະແດງສາວຊາວເກົາຫຼີໃຕ້ ເຊິ່ງຄິມຈີວອນເລີ່ມເຂົ້າວົງການບັນເທີງຄັ້ງທຳອິດແມ່ນປີ 2008 ໂດຍການປະກົດຕົວໃນລະຄອນ ແລະ ກໍ່ມີໂຄສະນາຕ່າງໆ ພ້ອມທັງສະແດງ MV ຂອງວົງ Big Bang ສະແດງມິວສິກວິດີໂອ ເພງ Gossip Boy ຂອງຢຸນຮາ
kim-ji-won-descendants

ຄິມຈີວອນ ເປັນທີ່ຮູ້ຈັກຫຼາຍຂຶ້ນໃນການສະແດງຊີຣີ້ເລື່ອງ The Heirs (2013) ໂດຍຮັບບົດເປັນຄູ່ໝັ້ນຂອງ ລີມິນໂຮ ແລະ ຜົນງານລ່າສຸດນີ້ເຮັດໃຫ້ນາງເປັນທີ່ຮູ້ຈັກກັນຫຼາຍຂຶ້ນກ່ວາເກົ່າຄືຊີຣີ້ເກົາຫຼີເລື່ອງ Descendants of the Sun ໂດຍຮັບບົດເປັນ  Yoon Myung Joo ປະກົດຄູ່ກັບ Jin Goo

news-full-98237

ຈິນກູ 진구 Jin Goo ເປັນນັກສະແດງຊາຍຊາວເກົາຫຼີ ພາຍໃຕ້ສັງກັດຄ້າຍ BH Entertainment ເຊິ່ງ ຈິນກູ ເປີດຕົວຄັ້ງທຳອິດໃນການສະແດງລະຄອນຊີຣີ້ໃນປີ 2013 ເລື່ອງ All In ໂດຍຮັບບົດເປັນ young Kim In-ha

ສຳລັບຜົນງານເລື່ອງລ່າສຸດທີ່ເຮັດໃຫ້ ຈິນກູ ເປັນທີ່ຮູ້ຈັກເພີ່ມຫຼາຍຂຶ້ນໄປອີກກໍ່ຄືຜົນງານລະຄອນຊີຣີ້ເລື່ອງ Descendants of the Sun ໂດຍຮັບບົດເປັນ ຈ່າຊໍແດຢ່ອງ ຂັວນໃຈສາວໆ ກັນທັງບ້ານທັງເມືອງ ປະກົບຄູ່ ຄິມຈີວອນ

big_145913980256f8b4da3cbd0 160322_jingoo_01 698 3.66

125445-r-1463470000664

https://youtu.be/vZ3anvOjSKM?list=RDY-4Aul1mvD0

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...