Homeຂ່າວພາຍ​ໃນແຂວງຊຽງຂວາງ-ສິງກະໂປຮ່ວມມືກັນພັດທະນາແລະກິລາຮັອກກີ້

ແຂວງຊຽງຂວາງ-ສິງກະໂປຮ່ວມມືກັນພັດທະນາແລະກິລາຮັອກກີ້

Published on

ວັນທີ 3 ມິຖຸນາຜ່ານມານີ້ ຢູ່ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໄດ້ມີ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືເພື່ອການພັດທະນາ ແລະ ການລິ ເລີ່ມກິລາຮັອກກີ້ ລະຫ່ວາງ ພະແນກສຶກສາທິການ ແລະ ກິລາ ແລະ ສະຫະພັນຮັອກ ກີ່ສິງກະໂປ ໂດຍທ່ານ ບົວລີ ພັນນາວົງ ກຳມະການພັກແຂວງ ຫົວໜ້າພະແນກສຶກສາ ທິການແລະກິລາແຂວງຊຽງຂວາງ ສປປລາວ ແລະ ທ່ານ ເດວາເດັສ ມາທາວັນ (Devadas MATHAVANH)ປະທານສະຫະພັນຮັອກກີ່ສິງກະໂປ ປະເທດສິງກະໂປ ໂດຍຊ່ອງໜ້າທ່ານສາດສະດາຈານ ດຣ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຊຽງຂວາງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ນຳ ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ຈະໃຊ້ເປັນບ່ອນອີງໃນການຮ່ວມມືເພື່ອ ການພັດທະນາ ແລະ ລິເລີ່ມກິລາຮັອກກີ່ຢູ່ໃນແຂວງຊຽງຂວາງ ຜ່ານການສະໜັບສະ ໜູນ ແລະ ຊ່ວຍເຫຼືອຈາກສະຫະພັນກິລາຮັອກກີ່ປະເທດສິງກະໂປ ເພື່ອເປັນການກະ ກຽມນັກກິລາຮັອກກີ່ ເອົາກິລາຮັອກກີ່ເຂົ້າສູ່ງານມະຫາກຳກິລາແຫ່ງຊາດຄັ້ງທີ11ທີ່ ແຂວງຊຽງຂວາງເປັນເຈົ້າພາບໃນປີ2018 ນອກຈາກນັ້ນການລິເລີ່ມນີ້ຍັງຈະເປັນການ ກະກຽມນັກກິລາລາວເຂົ້າຮ່ວມກິລາຮັອກກີ່ຂອງອາຊ່ຽນ ແລະ ກິລາຮັອກກີ່ໂອລິມປິກໃນ ອະນາຄົດອີກດ້ວຍ ໃນຕໍ່ໜ້າອາດຈະສ້າງເປັນສະມາຄົມກິລາຮັອກກີ່ລາວ ເພື່ອນຳພານັກ ກີລາລາວກ້າວເຂົ້າສູ່ສາກົນຢ່າງກ້ວາງຂວາງ

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...