spot_img
Homeຂ່າວພາຍ​ໃນສານຂອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວໃນໂອກາດວັນສິ່ງແວດລ້ອມໂລກ

ສານຂອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວໃນໂອກາດວັນສິ່ງແວດລ້ອມໂລກ

Published on

ສານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກຄົບຮອບ 44 ປີ ໃນວັນທີ 5 ມິຖຸນາ 2016: ພາຍໃຕ້ຄຳຂວັນ(ຈົ່ງພ້ອມກັນປົກປັກຮັກສາປ່າໄມ້ເພື່ອທຸກສິ່ງທີ່ມີຊີວິດ) ເຊິ່ງສ່ອງສ່ຽວໃຫ້ເຫັນວ່າເຖິງເວລາແລ້ວທີ່ປະຊາຊາດໃນທົ່ວໂລກຕ້ອງຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງໃນການປົກປັກຮັກສາປ່າໄມ້ທີ່ມີຈຳກັດໃຫ້ຄືນສູ່ຄວາມອຸດົມສົມບູນເພື່ອສືບຕໍ່ເປັນບ່ອນເພີ່ງພາອາໄສຂອງທຸກໆສິ່ງທີ່ມີຊີວິດລວມທັງມະນຸດເຮົາ. ປ່າໄມ້ແມ່ນສະຖານທີ່ຜະລິດພຽງແຕ່ບ່ອນດຽວໃນທຳມະຊາດທີ່ສາມາດສະໜອງປັດໃຈພື້ນຖານທັງທີ່ສຳລັບການດຳລົງຊີວິດຂອງທຸກສິ່ງທີ່ມີຊີວິດຄື: ທີ່ຢູ່ອາໃສ, ອາຫານ, ຢາປົວພະຍາດ,ເຄື່ອງນຸ່ງຮົ່ມ ແລະ ທັງເປັນບ່ອນເພີ່ງອາໄສຂອງສັດປ່ານາໆຊະນິດອີກດ້ວຍ.

ປີ 2015 ຜ່ານມາ, ສປປ ລາວໄດ້ຮ່ວມກັບບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດໄດ້ຮັບຮອງເອົາ 17 ເປົ້າໝາຍການພັດທະນາແບບຍືນຍົງໂດຍໄດ້ກຳນົດເສດຖະກິດສີຂຽວເປັນການຂັບເຄື່ອນໂລກໄປສູ່ການພັດທະນາແບບຍືນຍົງ….

+ສປປ ລາວຕັ້ງເປົ້າໝາຍບັນລຸເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2020
+ພາຍໃຕ້ກອບສົນທິສັນຍາສາກົນໄຊເຕັສ ລວມທັງຂຶ້ນ 3 ບັນຊີປະເພດສັດນ້ຳ, ສັດປ່າ ແລະ ພືດພັນປ່າຂອງ ສປປ ລາວຫລາຍກວ່າ 200 ຊະນິດ..
+ ສປປ ລາວໄດ້ຮັບການຍົກຍ້ອງວ່າ: ເປັນສະຖານທີ່ອະນຸລັກສັດປ່າທີ່ສຳຄັນຂອງໂລກຍ້ອນ 1.6% ຂອງສັດຊະນິດພັນສັດທີ່ຖືກຂົ່ມຂູ່ໃນໂລກທີ່ຍັງຫລົງເຫລືອຢູ່ ສປປ ລາວ ແລະ ໄດ້ຖືກບັນທຶກໄວ້ໃນບັນຊີແດງຂອງອົງການສາກົນເພື່ອການອະນຸລັກທຳມະຊາດ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...