Homeນານາສາລະເງິນໃບ 1,000ບາດ ແບບໃໝ່ ຂອງແທ້ສັງເກດແບບໃດ! ຕ້ອງອ່ານ

ເງິນໃບ 1,000ບາດ ແບບໃໝ່ ຂອງແທ້ສັງເກດແບບໃດ! ຕ້ອງອ່ານ

Published on

ຫຼັງທະນາຄານແຫ່ງປະເທດໄທ ຈັດພິມທະນະບັດຊະນິດ 1,000ບາດ ແບບໃໝ່ມີກຳນົດອອກໃຊ້ແຕ່ວັນທີ 21 ສິງຫາ 2015 ໄດ້ມີກຸ່ມຄົນບໍ່ຫວັງດີຜະລິດທະນະບັດປອມຊະນິດ 1,000ບາດນີ້ ອອກມາຫຼອກຊື້ສິນຄ້າ ຕາມຮ້ານຄ້າຕ່າງໆໂດຍອາໃສຈັງຫວະທີ່ມີລູກຄ້າຫຸ້ມຫຼາຍ ແລະ ເຈົ້າຂອງຮ້ານເຜີຕົວ ກໍ່ໄດ້ໃຊ້ເງິນປອມນີ້ຊື້ສິນຄ້າ ເຊິ່ງແນ່ນອນເລີຍວ່າມັນໄດ້ສ້າງຜົນເສຍຫາຍໃຫ້ແກ່ບັນດາເຈົ້າຂອງກິດຈະການຮ້ານຄ້າຕ່າງໆ ນັບແຕ່ຂະໜາດນ້ອຍຫາຂະໜາດໃຫຍ່ ເຊິ່ງຂ່າວເງິນປອມນີ້ໄດ້ມີການເປີດເຜີຍກັນຫຼາຍໃນສື່ສັງຄົມອອນໄລ ໄດ້ມີການແຊຣພາບເງິນປອມໃຫ້ກັບທຸກຄົນໄດ້ຮູ້ ແລະ ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງຕົວ ແລະ ສັງເກດໃບເງິນກ່ອນຈະຮັບເອົາທຸກຄັ້ງວ່າເປັນເງິນຂອງແທ້ ຫຼື ຂອງປອມ

ເຊິ່ງເງິນໃບ 1,000ບາດທີ່ຜະລິດອອກມາໃໝ່ນີ້ ຫຼາຍຄົນກໍ່ອາດຈະບໍ່ຮູ້ສັງເກດວ່າເງິນແທ້ ແລະ ເງິນປອມມັນຕ່າງກັນບ່ອນໃດ ເພາະຄົນສ່ວນຫຼາຍຍັງບໍ່ຄຸ້ນສາຍຕາເທື່ອເຊິ່ງເຮັດໃຫ້ສັງເກດໄດ້ຍາກຫຼາຍ  ແລະ ວັນນີ້ເຮົາເລີຍບໍ່ພາດທີ່ຈະນຳເອົາວີທີສັງເກດເງິນໃບ 1,000ບາດ ແບບໃໝ່ ຂອງແທ້ມາຝາກກັນ

1CouplesSleepingPositions

ລັກສະນະຂອງເງິນໃບ 1,000 ບາດ ສະບັບແບບໃໝ່ຂອງແທ້

ໃບ 1,000 ບາດຂອງແທ້ຈະມີຂະໜາດກ້ວາງ 70 ມມ, ແລະ ມີຄວາມກ້ວາງ 162 ມມ ສີໂດຍລວມເປັນສີນ້ຳຕານ ເຊັ່ນດຽວກັບແບບໃບ 1,000ບາດປັດຈຸບັນ ໂດຍມີລັກສະນະປ້ອງກັນການປອມຄື:  ລາຍນ້ຳ ພຣະບະຣົມສາຍາທິສລັກ ພຣະບາດສົມເດັດພຣະເຈົ້າຢູ່ຫົວຣາຊະການປັດຈຸບັນ ແລະ ຕົວເລກ ๑๐๐๐ ຈະມີຄວາມໂປ່ງແສງພິເສດ ເບິ່ງເຫັຍໄດ້ຊັດເຈນທັງສອງດ້ານ ນອກຈາກນີ້ຍັງມີມຶກພິມພິເສດສະລັບສີພ້ອມຕົວເລກແຝງ ລາຍປະດິດສີທອງຈະປ່ຽນເປັນສີຂຽວ ເມື່ອເວລາພິກອ່ຽງທະນະບັດ

ຂະນະທີ່ພາບໃນຕົວເລກ 1000 ເຊື່ອງມຶກພິມພິເສດສີເຫຼີ້ອມແດງໄວ້ ເມື່ອພິກເບິ່ງທີ່ມຸມຈະມີແຖບຟອຍລ໌ 3 ມິຕິ ຕິດໄວ້ຕາມແນວຕັ້ງໃນແຖບມາຕຣາສັນຍາລັກງານສະເຫຼີມພຣະກຽດພຣະບາດສົມເດັດພຣະເຈົ້າຢູ່ຫົວ ເນື່ອງໃນໂອກາດພຣະຣາຊະພິທີມະຫາມົງຄຸນສະເຫຼີມພຣະຊົນມະພັນສາ 7 ຮອບ 5 ທັນວາ 54 ດ້ານແຖບສີເຫຼື້ອມເຄື່ອນໄຫວສະລັບສີ ໃນເນື້ອເຈ້ຍເງິນມີບາງສ່ວນຂອງແຖບປະກົດໃຫ້ເຫັນເປັນໄລຍະເມື່ອເວລາພິກທະນະບັດຂຶ້ນລົງຈະເຫັນສີເຫຼື້ອມຂະໜາດນ້ອຍສີມ້ວງເຄື່ອນໄຫວ ແລະ ຈະປ່ຽນເປັນສິຂຽວເມື່ອປ່ຽນມຸມ ດ້ານສັນຍາລັກ

ຫຼື ມີອີກວິທີໜຶ່ງ ຖ້າຢາກຮູ້ວ່າ ເງິນໃບ 1000 ບາດທີ່ທ່ານກຳລັງຈະຮັບເອົານັ້ນມັນຂອງແທ້ຫຼືຂອງປອມ ທ່ານບໍ່ຕ້ອງເກງໃຈເລີຍ ຂໍລອງທົດສອບເງິນແບບຕົງໆໄປໂລດ ໂດຍການເອົາມືໄປຈຸ່ມທີ່ນ້ຳໃຫ້ປຽກເລັກໜ້ອຍແລ້ວນຳມາລູບໃບເງິນ ຖ້າເປັນເງິນປອມ ສີຂອງເງິນຈະລຸດອອກທັນທີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...