spot_img
Homeຂ່າວການສຶກສາເຄັ່ງຄັດກວ່າທຸກປີ ! ການສອບເສັງຈົບ ມ4 ແລະ ມ7 ທົ່ວປະເທດ ພ້ອມປະຕິບັດລະບຽບເດັດຂາດຕໍ່ຜູ້ກະທຳຜິດ

ເຄັ່ງຄັດກວ່າທຸກປີ ! ການສອບເສັງຈົບ ມ4 ແລະ ມ7 ທົ່ວປະເທດ ພ້ອມປະຕິບັດລະບຽບເດັດຂາດຕໍ່ຜູ້ກະທຳຜິດ

Published on

ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ7) ໃນທົ່ວປະເທດ ປະຈຳສົກຮຽນນີ້, ໄດ້ມີມາດຕະການ ແລະ ແຜນການໃນການສ້າງນິຕິກຳກ່ຽວກັບລະບຽບການສອບເສັງຢ່າງເຄັ່ງຄັດເພື່ອຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນໄລຍະການສອບເສັງ, ພ້ອມກັບຈະມີການປະຕິບັດວິໄນແລະປະຕິບັດກົດໝາຍຕໍ່ຜູ້ກະທຳຜິດຢ່າງເດັດຂາດ.ທ່ານ ນາງ ສີສຸກ ວົງວິຈິດ ຫົວໜ້າກົມມັດທະຍົມສຶກສາ ກະຊວງສຶກສາທິການແລະ ກິລາ ໄດ້ໃຫ້ສຳພາດກ່ຽວກັບການກະກຽມຄວາມພ້ອມສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ຕອນປາຍ(ມ7) ເມື່ອວັນທີ 31 ພຶດສະພາ ຜ່ານມາ ທີ່ກະຊວງ ສຶກສາ ທິການ ແລະ ກິລາ ໃຫ້ຮູ້ວ່າ: ເພື່ອແນ່ໃສ່ເຮັດການສອບເສັງຈົບຊັ້ນມັດທະຍົມສຶກສາໃນທົ່ວປະເທດປະຈຳສົກຮຽນນີ້ ມີຄວາມໂປ່ງໃສ່ທາງ ກະຊວງສຶກສາທິການ ແລະ ກິລາ ໄດ້ມີມາດຕະການ ແລະ ແຜນການໃນການສ້າງນິຕິກຳກ່ຽວ ກັບລະບຽບການສອບເສັງ ພ້ອມທັງໄດ້ຈັດຕັ້ງເຜີຍແຜ່ລະບຽບການທີ່ກ່ຽວຂ້ອງໃຫ້ແກ່ທຸກແຂວງ ແລະ ນະຄອນ ຫຼວງວຽງຈັນ ໃຫ້ມີຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ, ເຊິ່ງແຕ່ລະແຂວງໄດ້ນຳເອົາເນື້ອ
ໃນດັ່ງກ່າວໄປຈັດຕັ້ງເຜີຍແຜ່ພາຍໃນແຂວງຂອງຕົນກ່ອນການສອບເສັງ; ປະຊາສຳພັນໃຫ້ນັກຮຽນ ແລະ ພໍ່-ແມ່ຜູ້ປົກຄອງມີຄວາມເຂົ້າໃຈຕໍ່ລະບຽບການສອບເສັງແລະໃຫ້ມີສະຕິຕໍ່ການຫຼອກຫຼວງຂອງກຸ່ມຄົນທີ່ບໍ່ຫວັງດີ; ໄດ້ຈັດກອງປະຊຸມຮ່ວມລະຫວ່າງກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານເພື່ອປຶກສາຫາລືວິທີການຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນໄລຍະການສອບເສັງຈົບຊັ້ນມັດທະຍົມສຶກສາ; ປັບປຸງຂະບວນບໍລິຫານການສອເສັງ ແລະ ຮັກສາຫົວບົດສອບເສັງ; ໃຫ້ເຈົ້າໜ້າທີ່ ແລະ ສັງຄົມມີສ່ວນຮ່ວມໃນການຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີໃນການຕົວະຍວະ,ຫຼອກຫຼວງ ແລະ ຊື້-ຂາຍຫົວບົດສອບເສັງປອມໃຫ້ນັກຮຽນ, ຖານຕັ້ງກຸ່ມວອດແອບ, ລາຍ ແລະ ອື່ນໆ; ພ້ອມປະຕິບັດວິໄນ ແລະປະຕິບັດກົດໝາຍຕໍ່ຜູ້ກະທຳຜິດຢ່າງເດັດຂາດ.

ຕໍ່ກັບບັນຫາທີ່ເກີດຂຶ້ນໃນສົກຮຽນຜ່ານມາ, ທາງກະຊວງສຶກສາທິການ ແລະ ກິລາ ໄດ້ດຳເນີນມາດຕະການສຶກສາອົບຮົມ ແລະ ປະຕິບັດວິໄນຕໍ່ຜູ້ກະທຳຜິດລະບຽບສອບເສັງຕາມລະບຽບລັດຖະກອນສຶກສາ. ໃນກໍລະນີທີ່ວ່າ: ຖ້າຫາກນັກຮຽນຜູ້ໃດທີ່ລະເມີດຕໍ່ກັບການປະຕິບັດລະບຽບການສອບເສັງ ທາງຄະນະກຳມະການໄດ້ມີແຜນການໄວ້ ໂດຍລະບຸສິດ-ໜ້າທີ່ ແລະ ຂໍ້ຫ້າມຢ່າງລະອຽດ, ຖ້ານັກຮຽນກະທຳຜິດເຊັ່ນ: ລັກລອບເອົາໂທລະສັບ, ເຄື່ອງສື່ສານ ຫຼື ເອກະສານຕ່າງໆເຂົ້າໄປໃນຫ້ອງສອບເສັງ, ສົນທະນາກັນ, ກ່າຍບົດກັນ ແລະ ອື່ນໆ ແມ່ນຈະຖືກກ່າວເຕືອນ ແລະ ເກັບຫຼັກຖານໄວ້ ຖ້າກະທຳຜິດຊ້ຳຊ້ອນ ແມ່ນຈະຖືກສັ່ງໂຈະການສອບເສັງວິຊານັ້ນເລີຍ.

ນອກຈາກນັ້ນ, ທ່ານຍັງໄດ້ເນັ້ນໜັກຕື່ມອີກວ່າ: ນັກຮຽນທີ່ຈະເຂົ້າສອບເສັງຈົບຊັ້ນສຶກສາຕ້ອງມີການກະກຽມເອົາໃຈໃສ່ຄົ້ນຄວ້າບົດຮຽນຕາມເນື້ອໃນຫຼັກສູດທີ່ໄດ້ຮຽນມາ ເພື່ອຄົ້ນຄວ້າບົດຮຽນໃຫ້ເຂົ້າໃຈ ບໍ່ແມ່ນແບບທ່ອງຈຳຢ່າງດຽວ ແລະ ບໍ່ຄວນສຸ່ມຮຽນເນື້ອພາກໃດພາກໜຶ່ງ, ຄົ້ນຄວ້າໃຫ້ເລິກເຊິ່ງ ແລະ ເຂົ້າໃຈລະບຽບສອບເສັງສຳລັບນັກຮຽນ, ເຊື້ອໝັ້ນຕົນເອງ ບໍ່ເຊື່ອການໂຄສະນາຈັດກຸ່ມທາງວອດແອບ ເພື່ອແຊຫົວຂໍ້ສອບເສັງປອມ ແລະ ບໍ່ຄວນຟັງຄຳຊັກຊວນຂອງກຸ່ມຄົນທີ່ບໍ່ຫວັງດີ, ກະກຽມຈິດໃຈ ແລະ ສຸຂະພາບ, ກະກຽມໃບອະນຸຍາດເຂົ້າຫ້ອງສອບເສັງ ແລະ ອຸປະກອນທີ່ຈຳເປັນສຳລັບການສອບເສັງດັ່ງທີ່ລະບຸໄວ້ໃນລະບຽບການສອບເສັງ.

ສ່ວນຫາງສຽງຈາກສັງຄົມທີ່ວ່າ: ຕໍ່ໄປຈະບໍ່ມີຊັ້ນ ມ7 ແມ່ນບໍ່ເປັນຄວາມຈິງ, ກົດໝາຍວ່າດ້ວຍການສຶກສາສະບັບປັບປຸງ 2015 ມາດຕາທີ 13 ໄດ້ລະບຸໄວ້ຈະແຈ້ງແລ້ວວ່າ ລະບົບການສຶກສາສາຍສາມັນຂອງລາວ ປະກອບມີ 12 ປີຮຽນ. ໃນນັ້ນ, ຊັ້ນປະຖົມສຶກສາ 5 ປີ, ຊັ້ນມັດທະຍົມສຶກສາຕອນຕົ້ນ 4 ປີ ແລະ ຊັ້ນມັດທະຍົມສຶກສາຕອນປາຍ 3 ປີ. ສະນັ້ນ, ຈະບໍ່ມີການຍຸບຊັ້ນ ມ7 ຢ່າງແນ່ນອນ.

ສຳລັບໃນສົກຮຽນ 2015-2016 ໃນທົ່ວປະເທດມີນັກຮຽນສອບເສັງຈົບຊັ້ນມັດທະຍົມຕອນຕົ້ນພາກລັດ ແລະ ພາກເອກະຊົນຈຳນວນ 152.865 ຄົນ, ຍິງ 71.926 ຄົນ, ໃນນັ້ນ ຊັ້ນມັດທະຍົມຕອນຕົ້ນ (ມ4) ມີ 94.774 ຄົນ, ຍິງ 44.944 ຄົນ, ມີ663 ສູນສອບເສັງ ແລະ 4.343 ຫ້ອງສອບເສັງ (ຖ້າທຽບໃສ່ສົກປີ 2014-2015 ຈຳນວນນັກສອບເສັງເພີ່ມຂຶ້ນ 5.551 ຄົນ, ສູນສອບເສັງເພີ່ມຂຶ້ນ 220 ສູນ ຫ້ອງສອບເສັງເພີ່ມຂຶ້ນ 366 ຫ້ອງ); ຊັ້ນມັດທະຍົມຕອນປາຍ (ມ7) ມີນັກສອບເສັງທັງໝົດ 58.091 ຄົນ, ຍິງ 26.982 ຄົນ, ມີ 271 ສູນສອບເສັງ ແລະ 2.795 ຫ້ອງສອບເສັງ (ຖ້າທຽບໃສ່ສົກປີຜ່ານມາ ຈຳນວນນັກສອບເສັງເພີ່ມຂຶ້ນ 4.347 ຄົນ, ສູນສອບສັງເພີ່ມຂຶ້ນ 30 ສູນ, ຫ້ອງສອບເສັງເພີ່ມຂຶ້ນ 365 ຫ້ອງ). ສຳລັບນະຄອນຫຼວງວຽງຈັນ ມີຈຳນວນນັກສອບເສັງຊັ້ນມັດທະຍົມຕອນຕົ້ນ ທັງໝົດ 11.976 ຄົນ, ຍິງ 5.930 ຄົນ, ມີ 28 ສູນສອບເສັງ ແລະ 600
ຫ້ອງສອບເສັງ; ຊັ້ນມັດທະຍົມຕອນປາຍ ມີທັງໝົດ 9.569 ຄົນ, ຍິງ 4.822 ຄົນ, ມີ 22 ສູນສອບເສັງ ແລະ 476 ຫ້ອງສອບເສັງ.
ຂ່າວຈາກ: ແກ້ວອຸດົມ

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...