Homeຂ່າວຕ່າງປະເທດແຜ່ນດິນ​ໄຫວ​ໃນ​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 8 ຄົນ

ແຜ່ນດິນ​ໄຫວ​ໃນ​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 8 ຄົນ

Published on

​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ບໍລິ​ເວນ​ເກາະ​ສຸ​ມາຕຣາຂອງ​ອິນ​ໂດ​ເນ​ເຊຍ ​ແລະ ​ເຮັ​ດ​ໃຫ້​ປະຊາ​ຊົນ​ຕື່ນ​ຕົກ​ໃຈ​ຮີບ​ອົບ​ພະ​ຍົບຂຶ້ນ​ໄປ​ຍັງ​ບ່ອນ​ສູງ​ໃນ​ມື້​ນີ້​ນັ້ນ ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 8 ຄົນ ​ແລະ ​ອາຄານ​ບ້ານ​ເຮືອນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ຫຼາຍ.

​ແຜ່ນດິນ​ໄຫວ​ຂະໜາດ​ແຮງ​ສະ​ສັ່ນ​ສະ​ເທືອ​ນ 6,5 ທີ່​​ເກີດ​ຂຶ້ນ​ເມື່ອ​ຕອນ​​ເຊົ້າ​ມື້​ນີ້ ປຸກ​ປະຊາຊົນ​ທີ່​ເມືອງ​ປາ​ດັງ ຊຶ່ງ​ເປັນ​ເມືອງ​ທ່າ​ເຮືອ​ທາງ​ຕາ​ເວັບ​ຕົກ​ຂອງ​ເກາະ​ສຸ​ມາຕຣາທີ່​ກຳລັງ​ນອນ​ຫຼັບ​ໃນ​ເຮືອນ ​ແລະ ຮີບ​ອອກ​ຈາກ​ທີ່​ພັກ​ໄປ​ຫຼົບ​ໄພ​ໃນ​ສະຖານ​ບ່ອນ​ສູງ ​ແຕ່​ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ ບໍ່​ມີ​ປະກາດ​ເຕືອນ​ໄພ​ຄື້ນສຶ​ນາ​ມິ ສຳນັກງານ​ສຳ​ຫຼວດທາງ​ທໍລະນີວິທະຍາ​ຂອງ​ສະຫະລັດ​ລະບຸ​ວ່າ ຈຸດ​ສູນ​ກາງຂອງ​ແຜ່ນດິນ​ໄຫວ​ຢູ່​ຫ່າງ​ຈາກ​ເມືອງ​ປາ​ດັງ​ປະມານ 140 ກິ​ໂລ​ແມັດ ບາງ​ພື້ນ​ທີ່​ເກີດ​ໄຟຟ້າ​ດັບ​ຫຼັງ​ເກີດ​​ແຜ່ນດິນ​ໄຫວ ​ແຕ່​ກໍ​ກັບ​ມາ​ໃຊ້​ວຽກ​ໄດ້​ຕາມ​ປົກກະຕິ​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ​ແລະ ທາງ​ການ​ກໍ​ບໍ່​ໄດ້​ສັ່ງ​ໃຫ້​ປະຊາຊົນ​ອົບ​ພະ​ຍົມ​ອອກ​ຈາກ​ເຮືອນ​ແຕ່​ຢ່າງ​​ໃດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...