Homeຂ່າວຕ່າງປະເທດໂອ​ເປັກ ຕົກລົງຄົງ​ປະລິມານ​ການຜະລິດ​ນໍ້າມັນ​ໄວ້​ທີ່​ລະດັບ​ເດີມ

ໂອ​ເປັກ ຕົກລົງຄົງ​ປະລິມານ​ການຜະລິດ​ນໍ້າມັນ​ໄວ້​ທີ່​ລະດັບ​ເດີມ

Published on

ອົງການ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ນໍ້າມັນ​ເປັນ​ສິນຄ້າ​ອອກ ຫຼື ​ໂອ​ເປັກ ຕັດສິນ​ໃຈ​ເມື່ອ​ວານ​ນີ້​ທີ່​ຈະ​ຄົງ​ປະລິມານ​ການຜະລິດ​ນໍ້າມັນ​ໄວ້​ທີ່​ລະດັບ​ເດີມ ຫຼັງ​ຈາກ​ທີ່​ລາຄາ​ນໍ້າມັນ​ໃນ​ຕະຫຼາດ​ໂລກຟື້ນ​ຕົວ​ປານ​ກາງ ຊຶ່ງ​ເປັນ​ການ​ຫຼຸດ​ແຮງ​ກົດ​ດັນ​ເລື່ອງ​ການ​ຈຳກັດ​ປະລິມານ​ການ​ຜະລິດ​ນໍ້າມັນ​ຂອງ​ປະ​ເທດ​ສະມາຊິກ​.

ຖະ​ແຫຼງການ​ຂອງ​ໂອ​ເປັກ​ຫຼັງກາ​ນປະຊຸມ​ທີ່​ນະຄອນຫຼວງ​ວຽນ​ນາ​ຂອງ​​ໂອ​ຕຣິດ​ເມື່ອ​ວານ​ນີ້ ກ່າວ​ຢ່າງຊັດ​ເຈນ​ວ່າ ສະມາຊິກ 13 ຊາດ ​ໂອ​ເປັກ ບໍ່​ໄດ້​ກຳນົດ​ເປົ້າ​ໝາຍ​ໃໝ່​ການ​ຜະລິດ​ນໍ້າມັນ​ຂອງ​ກຸ່ມ​ແຕ່​ຢ່າງ​ໃດ ​ໂດຍ​ກວ່າ​ວວ່າ ນັບ​ຕັ້ງ​ແຕ່​ການ​ປະຊຸມ​ສະມາຊິກ​ໂອ​ເປັກ​ເມື່ອ​ເດືອນ​ທັນວາ​ປີຜ່ານມາ ລາຄາ​ນໍ້າມັນ​ໄດ້​ປັບ​ຕົວ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 80% ອຸປະ​ສົງ ​ແລະ ອຸປະ​ທານ​ຕ່າງໆ​ກໍ່​ຟື້ນ​ຕົວ​ໂດຍ ທ່ານ ຄາ​ລິກ ອັລ-ຟາ​ລິ ລັດຖະມົນຕີ​ພະລັງງານ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ຊາ​ອຸ​ດິອາຣ​ະບີ​ກ່າວ​ກ່ອນໜ້າ​ນີ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລາຄາ​ນໍ້າມັນ​ຈະ​ຍັງ​ຄົງ​ປັບ​ຕົວ​ເພີ່ມຂຶ້ນ​ຕໍ່​ໄປ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...