Homeຂ່າວການພັດທະນາເຈົ້າໜ້າທີ່ອາວຸໂສ ກະກຽມເນື້ອໃນໃສ່ກອງປະຊຸມ ສະພາປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ

ເຈົ້າໜ້າທີ່ອາວຸໂສ ກະກຽມເນື້ອໃນໃສ່ກອງປະຊຸມ ສະພາປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ

Published on

ຕອນ​ເຊົ້າ​ວັນ​ທີ 2 ມິ­ຖຸ­ນາ​ທີ່​ຜ່ານ​ມາ​ຢູ່​ໂຮງ­ແຮມ​ຫຼວງພະ​ບາງ​ວິວ ແຂວງ​ຫຼວງ​ພະ​ບາງ ຄະ­ນະ​ກຳ­ມະ­ການ​ເຈົ້າ​ໜ້າ­ທີ່ອາ­ວຸ­ໂສ​ສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມອາ​ຊຽນໄດ້​ຈັດ​ກອງ​ປະ­ຊຸມ​ຂຶ້ນ​ເປັນຄັ້ງທີ 20 ເພື່ອ​ກະ­ກຽມ​ເນື້ອ​ໃນ​ໃຫ້​ແກ່​ກອງປະ­ຊຸມ​ສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ​ອາ​ຊຽນ ຄັ້ງ​ທີ 15 ທີ່​ຈະ​ມີ​ຂຶ້ນ​ໃນ ຕົ້ນ​ເດືອນ​ນີ້ ຊຶ່ງ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ໃຫ້ກຽດ​ເປັນ​ປະ­ທານ​ຂອງ ທ່ານ ປີ່ນ​ປາດ ຖະ​ໜາ ພັນ­ທະ​ມາ­ລີ ຫົວ­ໜ້າ​ກົມ​ສື່​ມວນ ຊົນ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວທັງ​ເປັນ​ເຈົ້າ​ໜ້າ­ທີ່​ອາ​ວຸໂສ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ​ອາ ຊຽນ​ຂອງ​ລາວ​ມີ​ບັນ­ດາ​ເຈົ້າ​ໜ້າ­ທີ່​ອາ​ວຸໂສ​ປະ­ຊາ​ຄົມ​ວັດ­ທະ­ນາ​ທຳ-ສັງ­ຄົມ ອາຊຽນ​ຈາກ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ພ້ອມ​ດ້ວຍ​ກອງ​ເລ­ຂາ​ອາ​ຊຽນ​ເຂົ້າ​ຮ່ວມ.

ທ່ານ ປິ່ນ​ປາດ​ຖະ​ໜາ ພັນ­ທະ​ມາ­ລີ ໄດ້​ກ່າວ​ໃຫ້​ຮູ້​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ຈະ​ໄດ້​ປຶກ­ສາ​ຫາ  ລື​ບາງ​ບັນ­ຫາ​ທີ່​ເປັນ​ພື້ນ­ຖານ​ຮ່ວມ​ກັນ ໂດຍ​ສະ­ເພາະ​ຫົວ­ຂໍ້​ບຸ­ລິ­ມະ­ສິດ​ທີ່​ລາວ ໄດ້​ກຳ­ນົດ​ຈຳ­ນວນ 8 ຫົວ­ຂໍ້​ໃນ​ນີ້ ຂົງ­ເຂດວັດ­ທະ­ນາ​ທຳ-ສັງ­ຄົມ 2 ຫົວ­ຂໍ້​ຄື: ຫັນ ການ​ຈ້າງ​ງານ​ນອກ​ລະ­ບົບ​ໄປ​ສູ່​ການຈ້າງ​ງານ​ໃນ​ລະ­ບົບ​ສົ່ງ­ເສີມ​ວຽກ​ທີ່​ມີ​ຄຸນ ຄ່າ ແລະ​ເປັນ​ທຳ​ໃນ​ອາ​ຊຽນ ຊຶ່ງ​ເປັນ​ຂໍ້​ລິ ເລີ່ມ​ຂອງ​ລາວ ແລະ​ຖະ­ແຫຼງ­ການ​ວຽງຈັນ ວ່າ​ດ້ວຍ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ຮ່ວມ ມື​ທາງ​ດ້ານ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ໃນ​ອາຊຽນ​ແນ­ໃສ່​ຜັນ​ຂະ­ຫຍາຍ​ວິ­ໄສ​ທັດ​ອາຊຽນ 2025 ກໍ​ຄື​ການ​ປະ­ຕິ­ບັດ​ພັນ­ທະ​ໃນ​ຖາ­ນະ​ທີ່​ລາວ​ເປັນ​ປະ­ທານ​ອາ​ຊຽນ.

ສະ­ນັ້ນ​ໃນ​ຂົງ­ເຂດ​ວັດ­ທະ­ນະ­ທຳ-ສັງຄົມ​ຈະ​ມີ​ສອງ​ນິ­ຕິ​ກຳ​ທີ່​ເປັນ​ຖະ­ແຫຼງ­ການ ທີ່​ສຳ­ຄັນ​ສະ­ບັບ​ໜຶ່ງ​ກ່ຽວ​ກັບ​ດ້ານ​ແຮງງານ ແລະ​ດ້ານ​ວັດ­ທະ­ນະ­ທຳ ຊຶ່ງ​ກອງ​ປະ ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ທີ່​ຫຼວງ​ພະ​ບາງ​ຈະ ໄດ້​ຮ່ວມ​ກັນ­ຫາ​ລື​ບັນ­ຫາ​ດັ່ງ­ກ່າວ​ນອກ ຈາກ​ນີ້​ກໍ​ຍັງ​ມີ​ບາງ​ນິ­ຕິ​ກຳ​ກ່ຽວ​ກັບ​ການສຶກ​ສາ, ສິ່ງ­ແວ­ດລ້ອມ​ເພີ່ມ​ຕື່ມ​ອີກພ້ອມ ດຽວ​ກັນ​ນັ້ນ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ຂອງ​ອາ ຊຽນ ຍັງ​ຈະ​ໄດ້​ປຶກ­ສາ​ຫາ­ລື​ກັນ​ບັນ­ຫາ​ທີ່ ຕັ້ງ​ຂຶ້ນ​ຢູ່​ໃນ​ກອງ​ປະ­ຊຸມ​ທີ່​ປະ­ເທດ​ມາ​ເລເຊຍ​ຜ່ານ​ມາ ຊຶ່ງ​ກອງ​ປະ­ຊຸມ​ເຈົ້າ​ໜ້າ­ທີ່ອາ­ວຸ­ໂສ ແລະ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ ສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ ອາ​ຊຽນ​ບົດ­ບາດ​ຕົ້ນ­ຕໍ​ແມ່ນຮ່າງ​ວິ­ໄສ​ທັດອາ​ຊຽນ​ກ່ຽວ​ກັບ​ວັດ­ທະ­ນະ­ທຳ-ສັງ­ຄົມ, ຮ່າງ​ແຜນ​ແມ່​ບົດ​ອາ​ຊຽນ​ດ້ານ​ວັດ­ທະ­ນະ ທຳ-ສັງ­ຄົມ, ຮ່າງ​ແຜນ​ງານ​ອາ​ຊຽນດ້ານ​ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ​ຮ່າງ​ແຜນ​ງານ​ໂຄງ­ການ​ຕ່າງໆ​ໃນ​ຂອບ​ວັດທະ­ນະ​ທຳ-ສັງ­ຄົມ.

ນອກ​ນີ້​ກອງ​ປະ­ຊຸມ ຍັງ​ໄດ້​ຫາ­ລື​ກັນ ເພື່ອ​ກະ­ກຽມ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະ­ຊຸມ ສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນາ​ທຳ-ສັງ­ຄົມ ອາ​ຊຽນ ຄັ້ງ​ທີ 15 ທີ່​ຈະ​ຈັດ​ຂື້ນ​ຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 4 ມິ­ຖຸ­ນາ​ນີ້, ທີ່​ເມືອງ ມໍ­ລະ­ດົກ​ໂລກ ແຂວງ​ຫຼວງ​ພະ​ບາງ  ສຳ ລັບ​ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ເຈົ້າ ໜ້າ­ທີ່​ອາ­ວຸ­ໂສ​ສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນະ ທຳ-ສັງ­ຄົມອາ​ຊຽນ ຄັ້ງ​ທີ 20 ຈະ​ດຳ­ເນີນ ໄປ​ຮອດ​ວັນ​ທີ 3 ມິ­ຖຸ­ນາ​ຈິ່ງ​ຈະ​ສຳ­ເລັດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...