HomeຊີວິດແລະຄວາມຮັກWedding-Sex-love13 ສິ່ງທີ່ແມ່ຍິງຕ້ອງການຫຼັງຈາກມີເຊັກສ໌

13 ສິ່ງທີ່ແມ່ຍິງຕ້ອງການຫຼັງຈາກມີເຊັກສ໌

Published on

ຄວາມຮັກ ກັບ ເຊັກສ໌ ເຮົາຈະມາເວົ້າກ່ຽວກັບສິ່ງທີ່ແມ່ຍິງຕ້ອງການຫຼາຍທີ່ສຸດຫຼັງຈາກມີເຊັກສ໌ແລ້ວ ໂດຍສະເພາະກັບຄົນທີ່ນາງຮັກແລ້ວນາງຍິ່ງຕ້ອງການທີ່ສຸດ ເພາະສິ່ງທີ່ຜູ້ຊາຍມັກເຮັດຫຼັງຈາກເຮັດກິດຈະກຳເທິງຕຽງແລ້ວຄືການນອນ ແຕ່ສຳລັບແມ່ຍິງນາງຕ້ອງການຫຼາຍກ່ວານັ້ນ ເຊິ່ງບັນດານາງສາວທັງຫຼາຍຈະຕ້ອງການໃຫ້ຊາຍໜຸ່ມເຮັດຫຍັງແນ່ນັ້ນ ເຮົາມາອ່ານກັນເລີຍ

1. ແມ່ຍິງຢາກໃຫ້ຜູ້ຊາຍກອດ ແລະ ລົມກັບນາງແນ່ເລັກໜ້ອຍ

2. ຈູບເບົາທີ່ຮີບສົບ ຫຼື ໜ້າຜາກ ສະແດງໃຫ້ເຫັນເຖິງຄວາມໂຫຍຫານາງ

3. ບອກຮັກນາງ ເພື່ອສະແດງໃຫ້ເຫັນເຖິງຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມໄວ້ໃຈ

4. ສຳພັດທີ່ທ້ອງຂອງນາງເບົາໆ ເພື່ອສະແດງເຖິງຄວາມຮັກໃນອານາຄົດ

5. ເວົ້າສິ່ງດີໆກ່ຽວກັບຊີວິດຄູ່ໃນອານາຄົດ

6. ບອກວ່ານາງງາມ ເຖິງຈະເປັນການເວົ້າຂີ້ຕວະ ແຕ່ນາງກໍ່ຈະຮູ້ສຶກດີທີ່ໄດ້ຟັງ

7. ຈ້ອງຕາຂອງນາງ ຈະເຮັດໃຫ້ນາງຮູ້ສຶກເຖິງຄວາມຈິງໃຈ

8. ບອກນາງວ່າຮູ້ສຶກດີຫຼັງການມີເຊັກສ໌ກັບນາງ ເພາະແມ່ຍິງຈະກັງວົນໃນເວລາມີເຊັກສ໌ ນາງຢ້ານວ່າຈະເຮັດໃຫ້ທ່ານບໍ່ພໍໃຈ ແລະ ບໍ່ມີຄວາມສຸກພຽງພໍ

9. ຈັບມືຂອງນາງ ແລະ ເວົ້າເລື່ອງຊີວິດຄູ່

10. ຫາກຜູ້ຊາຍແລ້ວກິດຈະກຳກ່ອນນາງຈະແລ້ວ ທ່ານຄວນຂໍໂທດນາງ ເພື່ອບໍ່ໃຫ້ກາຍເປັນເຊັກສ໌ທີ່ໜ້າເບື່ອຫຼາຍ

11. ລູບທີ່ຜິວ ບໍລິເວນຄໍ ໄຫລ່ ສະໂພກ ຫຼື ໜ້າເອິກຂອງນາງເບົາໆ ຈະເຮັດໃຫ້ນາງຮູ້ສຶກຜ່ອນຄາຍ

12. ຫົ່ມຜ້າໃຫ້ນາງ ເພື່ອສະແດງຄວາມຫ່ວງໃຍ

13. ອາບນ້ຳດ້ວຍກັນ ເພື່ອສ້າງຄວາມສຳພັນໃນຄວາມຮັກຫຼາຍຂຶ້ນ

 

ທີ່ມາ: http://www.zestza.com/?p=2991

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...