Homeສຸຂະພາບ ແລະ ສີ່ງແວດລ້ອມຜູ້ຊາຍຄວນຮູ້! 6 ສິ່ງໃນຊີວິດປະຈຳວັນທີ່ຈະທຳລາຍ ນ້ຳອະສຸຈິ

ຜູ້ຊາຍຄວນຮູ້! 6 ສິ່ງໃນຊີວິດປະຈຳວັນທີ່ຈະທຳລາຍ ນ້ຳອະສຸຈິ

Published on

ການມີລູກຍາກ ບໍ່ແມ່ນເປັນຍ້ອນຄວາມບໍ່ແຂງແຮງຂອງຝ່າຍຍິງພຽງຝ່າຍດຽວ ຄວາມຈິງແລ້ວຂຶ້ນຢູ່ກັບຄວາມແຂງແຮງຂອງນ້ຳອະສຸຈິຝ່າຍຊາຍນຳ ຫຼາຍຄົນອາດຄິດວ່າການດື່ມແອລກໍຮໍຫຼາຍ ຫຼື ສູບຢາຫຼາຍ ຈະເຮັດໃຫ້ນ້ຳອະສຸຈິບໍ່ແຂງແຮງ ແຕ່ມັນຍັງມີອີກຫຼາຍຢ່າງທີ່ເປັນການກະທຳທີ່ສ່ຽງຕໍ່ຄວາມແຂງແຮງຂອງອະສຸຈິ ຈະມີສິ່ງໃດແນ່ນັ້ນ ເຮົາໄປເບິ່ງກັນເລີຍ

1. ນຳໂທລະສັບມືຖືໃສ່ໃນຖົງໂສ້ງ

Destroying-Sperms1

ການສັ່ນສະເທືອນ ແລະ ການແຜ່ລັງສີຂອງມືຖື ຜູ້ຊາຍມັກຈະເອົາໂທລະສັບມືຖືໃສ່ໃນຖົງໂສ້ງເປັນປະຈຳ ຈະສົ່ງຜົນໃຫ້ຫຼຸດຈຳນວນອະສູຈິຫຼາຍເຖິງ 9%

2. ອາກາດຮ້ອນ

2.36

ອຸນຫະພູມທີ່ອັນທະຜະລິດອະສຸຈິ ຄື ຕ່ຳກວ່າອຸນຫະພູມຮ່າງກາຍປະມານ 4 ອົງສາ ແຕ່ຖ້າຜູ້ຊາຍຢູ່ໃນບ່ອນທີ່ມີອາກາດຮ້ອນຫຼາຍ ແລະ ມີອຸນຫະພູມສູງເກີນໄປ ຈຳນວນອະສຸຈິກໍ່ຈະຫຼຸດລົງ

3. ນ້ຳໜັກຫຼາຍ

3.37

ຜູ້ຊາຍທີ່ເປັນໂຣກອ້ວນ ຫຼື ມີນ້ຳໜັກຫຼາຍເກີນໄປຈະເຮັດໃຫ້ການຜະລິດອະສຸຈິຫຼຸດລົງ

4. ການສູບຢາ

3.38

ການສູບຢາ ນອກຈາກຈະເຮັດໃຫ້ເສື່ອມສະມັດຕະພາບທາງເພດໄວແລ້ວ ຍັງເຮັດໃຫ້ການໄຫລວຽນຂອງເລືອດຫຼຸດລົງ ເຊິ່ງຈະມີຜົນຕໍ່ການຜະລິດອະສຸຈິອີກດ້ວຍ

5. ຄວາມຄຽດ

3.8

ຄວາມຄຽດຈະສົ່ງຜົນໃຫ້ຜູ່ຊາຍມີລະດັບຮໍໂມນ Testosterone ແລະ ຈຳນວນອະສຸຈິຫຼຸດລົງ ແລະ ຮວມໄປເຖິງການເສື່ອມສະມັດຕະພາບທາງເພດໄວຂຶ້ນ ແລະ ມີລູກຍາກ

6. ດື່ມເຄື່ອງດື່ມແອລກໍຮໍ3.6

ຜູ້ຊາຍທີ່ດື່ມແອລກໍຮໍໃນປະລິມາຍຫຼາຍຕິດຕໍ່ກັນ 5 ວັນ ຈະມີຜົນເຮັດໃຫ້ອະສຸຈິບໍ່ແຂງຕົວ ມີນ້ຳອະສຸຈິໜ້ອຍລົງ ແລະ ຈຳນວນຕົວອະສຸຈິກໍ່ໜ້ອຍລົງດ້ວຍ

 

ທີ່ມາ: http://www.zestza.com/?p=3723

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...