Homeຂ່າວການສຶກສາພິທີມອບ-ຮັບ ແລະ ໄຂນໍາໃຊ້ຫ້ອງສະໝຸດ ອຸປະກອນສື່ການສອນ ແລະ ເຄື່ອງຫຼິ້ນຂອງເດັກໂອທິສຕິກ

ພິທີມອບ-ຮັບ ແລະ ໄຂນໍາໃຊ້ຫ້ອງສະໝຸດ ອຸປະກອນສື່ການສອນ ແລະ ເຄື່ອງຫຼິ້ນຂອງເດັກໂອທິສຕິກ

Published on

ໃນຕອນບ່າຍວັນທີ 31 ພຶດສະພາ 2016 ທີ່ສະມາຄົມເພື່ອຄົນໂອທິສຕິກລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ແລະ ໄຂນໍາໃຊ້ຫ້ອງສະໝຸດ-ອຸປະກອນສື່ການສອນ ແລະ ເຄື່ອງຫຼິ້ນເດັກໂອທິສຕິກ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກກອງທຶນຂະໜາດນ້ອຍຂອງສະຖານທູດລຸກຊໍາບວກ ປະຈໍາ ສປປ.ລາວ ພາຍຫຼັງດໍາເນີນການກໍ່ສ້າງມາແຕ່ເດືອນມີນາ 2016 ຮອດເດືອນເມສາ 2016 ຈິ່ງສໍາເລັດ ເຊິ່ງມີພິທີກ່າວມອບໂດຍທ່ານ Claude Jentgen ອຸປະທູດ ປະຈໍາສະຖານທູດລຸກຊໍາບວກ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານນາງ ໂພຄໍາ ດວງດາລາ ປະທານສະມາຄົມເພື່ອຄົນໂອທິສຕິກລາວ ມີບັນດາຜູ້ຕາງໜ້າສູນການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ບັນດາຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານປະທານສະມາຄົມເພື່ອຄົນໂອທິສຕິກລາວ ໄດ້ກ່າວວ່າ ໂຄງການກໍ່ສ້າງຫ້ອງສະໝຸດແຫ່ງນີ້ ໄດ້ຮັບການຊ່ອຍເຫຼືອຈາກກອງທຶນຂະໜາດນ້ອຍຂອງສະຖານທູດລຸກຊໍາບວກ ປະຈໍາ ສປປ.ລາວ ຈໍານວນ 15.000 ເອີໂຣ ນອກຈາກການກໍ່ສ້າງຫ້ອງສະໝຸດແລ້ວ ຍັງໄດ້ຈັດຊື້ເຄື່ອງຫຼິ້ນ ແລະ ທຶນທີ່ເຫຼືອສ່ວນນຶ່ງຍັງຖືກນໍາໃຊ້ເຂົ້າໃນການຈັດເຝິກອົບຮົມໃຫ້ພໍ່ແມ່ ຜູ້ປົກຄອງ ກ່ຽວກັບການເຝິກແອບເດັກໂອທິສຕິກ ເຊິ່ງຫ້ອງສະໝຸດ ອຸປະກອນສື່ການສອນ ແລະ ເຄື່ອງຫຼິ້ນ ຈະຊ່ອຍໃຫ້ຜູ້ປົກຄອງເດັກໂອທິສຕິກ ສາມາດເລືອກເຄື່ອງຫຼິ້ນ ປຶ້ມ ແລະ ສື່ການສອນທີ່ຫຼາກຫຼາຍ ເພື່ອນໍາໄປສິດສອນເດັກໂອທິສຕິກຢູ່ບ້ານຂອງຕົນ ທັງນີ້ກໍເພື່ອໃຫ້ແທດເໝາະກັບລະດັບການພັດທະນາຂອງເດັກທີ່ເປັນໂອທິສຕິກແຕ່ລະຄົນ.

         ຫ້ອງສະໝຸດ ອຸປະກອນສຶ່ສານການສອນ ແລະ ເຄື່ອງຫຼິ້ນເດັກໂອທິສຕິກ ຂອງສູນເພື່ອຄົນໂອທິສຕິກວຽງຈັນ ຕັ້ງຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປັດຈຸບັນມີນັກຮຽນທັງໝົດ 38 ຄົນ ສະເຫຼ່ຍອາຍຸລະຫວ່າງ 2-27 ປີ.

ຂ່າວ/ພາບ: ເທບພະວົງ

ທີ່ມາ: http://www.vtetoday.la/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...