spot_img
Homeຂ່າວພາຍ​ໃນອາລົມແລະນິໄສຂອງນັກຂຽນຊື່ດັງກ້ອງໂລກ

ອາລົມແລະນິໄສຂອງນັກຂຽນຊື່ດັງກ້ອງໂລກ

Published on

ສຳລັບນັກຂີດນັກຂຽນແລ້ວ ອາລົມໃນການຂຽນໜັງສືຖືວ່າເປັນສິ່ງທີ່ສຳຄັນທີ່ສຸດ ເພາະອາລົມມັນເປັນສິ່ງທີ່ຈະເຮັດໃຫ້ນັກຂຽນນັ້ນ ຂຽນໃຫ້ໄດ້ສຳເລັດຮຽບຮ້ອຍ ເວົ້າໄປແລ້ວ ນັກຂຽນແຕ່ລະຄົນແມ່ນມີອາລົມໃນການຂຽນແຕກຕ່າງກັນເປັນທີ່ສຸດ ບາງຄົນນັ້ນອາດຈະແປກແຕກຕ່າງຈາກຄົນອື່ນຫລາຍເລີຍ.

ມື້ນີ້ພວກເຮົາມາຮູ້ນຳກັນວ່າ ນັກຂຽນທີ່ມີຊື່ກ້ອງໂດ່ງດັງໃນໂລກນີ້ ເຂົາມີອາລົມແນວໃດໃນການຂຽນໜັງສື ? ສຳລັບນັກຂຽນໃນບ້ານເຮົາແລ້ວ ມີອາລົມຄືກັນ ຫລືຕ່າງກັນຄືກັບນັກຂຽນໃນຕ່າງປະເທດແນວໃດ?

ຂໍຍົກຕົວຢ່າງ :

OLYMPUS DIGITAL CAMERA
OLYMPUS DIGITAL CAMERA
  • ອໍເນດ ເຮມິງເວ (Ernest Hemingway) ຜູ້ໄດ້ຮັບລາງວັນໂນເວວ ໃນນະວະນິຍາຍເລື່ອງ

ຜູ້ເຖົ້າໃນທະເລ ມັກຢືນຂຽນໜັງສືໜ້າເຄື່ອງພິມດີດ ແລະຈະມັກຫລາຍຖ້າໃສ່ເກີບຄູ່ຫລົມໆຢູ່ບ້ານ ເຂົາເລີ່ມຂຽນຕັ້ງແຕ່ 7 ໂມງເຊົ້າ ຕັ້ງກົດເອົາໄວ້ວ່າ ມື້ໜຶ່ງຕ້ອງຂຽນໃຫ້ໄດ້ 500-1000 ຄໍາ ເຮມິງເວຈະຢຸດຂຽນຕອນທີ່ກຳລັງຂຽນໄດ້ຫລື່ນໄຫລ ເພາະຈະໄດ້ຂຽນຕໍ່ໄດ້ວ່ອງໄວໃນມື້ຖັດໄປ ເຂົາເຊື່ອວ່າການຂຽນທີ່ດີທີ່ສຸດຈະເກີດຂຽນເມື່ອຜູ້ຂຽນກຳລັງມີຄວາມຮັກ.

greene

  • ແກມກີນ (Graham Greene) ຂຽນໜັງສືມື້ລະ 500 ຄຳ ເມື່ອເຖິງເປົ້າໝາຍແລ້ວຈະຢຸດ

ທັນທີ ເຖິງຈະຍັງຂຽນບໍ່ຈົບປະໂຫຍກ.

  • ລິວອິດ ແຄຣອນ (Lewis Carroll) ຂຽນໜັງສືເກືອບທຸກເລື່ອງດ້ວຍການຢືນຂຽນ ລວມເຖິງ

ການປະຈົນໄພຂອງອະລິດໃນແດນມະຫັດສະຈັນ.

  • ໂທມັດ ວູບ (Thomas Wolfe) ຢືນຂຽນໜັງສືໜ້າເຮືອນຄົວ ໂດຍໃຊ້ຫລັງຄາຕູ້ເຢັນແທນ

ໂຕະ.

IMG-20150406-WA0022

  • ວະລາດິເມຍ ນາໂບຄອບ (Vladimir Nabokov) ມັກຢືນຂຽນໜັງສືລົງບັດຄຳຂະໜາດ 3´2

ນີ້ວ ໂດຍຂຽນບາງປະໂຫຍກ ຫລືບາງສາກລົງໄປ ແລ້ວຄ່ອຍໆຕື່ມໃຫ້ສົມບູນ ໂດຍການຕື່ມນັ້ນບໍ່ເປັນໄປຕາມລຳດັບ ນາໂບຄອບເປັນຄົນຫລັບຍາກ ຈຶ່ງເກັບບັດຄຳໄວ້ໃຕ້ໝອນ ເມື່ອຕອນຕື່ນເດິກໆ ຈະໄດ້ເອົາມາຂຽນຕໍ່.

IMG-20150406-WA0024

  • ສະຕີເຟນ ຄິງ​ (Stephen King) ຂຽນໜັງສືຢ່າງຕໍ່າມື້ລະ 10 ໜ້າທຸກໆມື້.
  • ແດນ ບາວ (Dan Brown) ຕື່ນຂຶ້ນມາຂຽນໜັງສືຕອນ 4 ໂມງເຊົ້າ ຕັ້ງໂມງຂີ້ຊາຍໄວ້ເທິງ

ໂຕະ ກຳໜົດເວລາ 1 ຊົ່ວໂມງ ພໍຄົບຊົ່ວໂມງຈະພັກຈາກການຂຽນໄປຢືດເສັ້ນຢືດສາຍ ແລະຫວິດພື້ນ ເພື່ອໃຫ້ເລືອດ ແລະຄວາມຄຶດແລ່ນສະດວກ.

  • ຈອນ ສະໄຕເບກ (John Steinbeck) ມັກຂຽນດ້ວຍສໍຍີ່ຫໍ້ Eberhard Faber ລຸ່ນ

Blackwing 602 ເຂົາວ່າເປັນສໍທີ່ດີທີ່ສຸດ ເຖິງຈະແພງກວ່າສໍທົ່ວໄປ 3 ເທົ່າ.

  • ດອນ ເດີລິລໂລ (Don Dellilo) ຄິດຄົ້ນວິທີໃໝ່ໃນການຂຽນ ຄືຂຶ້ນໜ້າໃໝ່ທຸກຄັ້ງທີ່ຂຶ້ນຫຍໍ້ໜ້າໃ

ໝ່ ບໍ່ວ່າຈະເປັນຫຍໍ້ໜ້າສັ້ນພຽງໃດ ວິທີນີ້ຊ່ວຍໃຫ້ເຂົາເຫັນປະໂຫຍດຊັດເຈນຂຶ້ນ ແກ້ຕົ້ນສະບັບງ່າຍຂຶ້ນ ແລະເຮັດໃຫ້ມີສະມາທິກັບສິ່ງທີ່ຂຽນຫລາຍຍິ່ງຂຶ້ນ.

ເຄີດ ວອນນິກັດ (Kurt Vonnegut) ຂຽນເທື່ອລະໜ້າ ຈາກນັ້ນຈະແກ້ແລ້ວແກ້ອີກຈົນກວ່າພໍໃຈ ເຮັດຢ່າງນີ້ໄປຈົນກວ່າຈະຂຽນຈົບເຫລັ້ມ.

IMG-20150406-WA0029

ມາແຊນ ພຸດ (Marcel Proust) ຂຽນໜັງສືສ່ວນໃຫຍ່ໃນຕອນກາງຄືນ ໂດຍຂຽນທີ່ເທິງຕຽງ.

IMG-20150406-WA0025

ໂຣເບີດ ຟອດ (Robert Frost) ມັກຂຽນງານເທິງຕັ່ງ ໂດຍເອົາແຜ່ນໄມ້ວາງເທິງທີ່ວາງແຂນຕັ່ງຕາງໂຕະ.

ທູແມນ ຄາໂພທີ (Truman Capote) ຈະຂຽນໂດຍໃຊ້ກະດາດສີເຫລືອງເທົ່ານັ້ນ.

ບານຊັກ (Balzac) ດື່ມກາເຟມື້ລະບໍ່ຕໍ່າກວ່າ 10 ຈອກ ເຊື່ອວ່າການຈະຂຽນໜັງສືທີ່ຍອດຢ້ຽມຂຶ້ນໄດ້ ຈຳເປັນທີ່ຕົວເຂົາຕ້ອງຄົງຄວາມບໍລິສຸດຜຸດຜ່ອງຂອງຮ່າງກາຍເອົາໄວ້ ທຸກຄັ້ງທີ່ໄປນອນນຳຜູ້ຍິງມາ ເຂົາຈະບອກຕົນເອງວ່າ ເສຍງານມາດສະເຕີໄປອີກເຫລັ້ມ.

IMG-20150406-WA0026

ກຸດສະຕາບ ໂຟແບ (Gustave Flaubert) ເກັບເກີບແຕະຂອງຄົນຮັກເອົາໄວ້ໃນລີ້ນຊັກໂຕະ.

IMG-20150406-WA0027

ເອມິລີ ດິກກິນສັນ (Emilily Dickinson) ເປັນຄົນເກັບເນື້ອເກັບຕົວຢ່າງຍິ່ງ ແລະບໍ່ອອກຈາກບ້ານໄປໃສ ?

ຈອນ ຊີເວີ (John Cheever) ຕອນສະໄໝເປັນໜຸ່ມທີ່ຢູ່ນິວຢອກ ທຸກໆເຊົ້າເຂົາຈະໃສ່ຊຸດເຮັດວຽກລົງລິບມາກັບຜູ້ຊາຍຮ່ວມຕຶກທີ່ອອກໄປເຮັດວຽກ ຈາກນັ້ນຈະຍ່າງລົງຂັ້ນໄດຕໍ່ໄປຍັງຊັ້ນໃຕ້ດິນຂອງອາຄານ ໄປຂຽນໜັງສືໃນຫ້ອງເກັບຂອງທີ່ບໍ່ມີປ່ອງຢ້ຽມ ຫ້ອງນັ້ນຮ້ອນຫລາຍຈົນເຂົາຕ້ອງຖອດເສື້ອຜ້າອອກໝົດ ເຫລືອແຕ່ສົ້ງທາງໃນ, ຂຽນຈົນທ່ຽງກໍໃສ່ເສື້ອຜ້າຂຶ້ນລິບມາກິນເຂົ້າທີ່ຫ້ອງ ເມື່ອກິນເຂົ້າຮຽບຮ້ອຍແລ້ວ ກໍກັບລົງໄປຖອດເສື້ອຜ້າ ຂຽນໜັງສືຕໍ່.

ເຟຣດຣິກ ວອນ ຊິນເລີ (Friedrich von Schiller) ເຄີຍເກັບໝາກແອັບເປິ້ນເນົ່າໄວ້ໃນລີ້ນຊັກໂຕະ ມັກເປີດດົມຂະນະທີ່ກຳລັງແຕ່ງບົດກະວີ.

ແອນໂທນີ ທຣອນລອບ (Anthony Trollope) ຂຽນໜັງສືຕັ້ງແຕ່ຕອນ 5 ໂມງເຄິ່ງເຖິງ 8 ໂມງເຄິ່ງ ໂດຍວາງໂມງໄວ້ຕໍ່ໜ້າ ເຂົາບັງຄັບຕົນເອງໃຫ້ຂຽນໃຫ້ໄດ້ 250 ຄຳໃນເວລາ 15 ນາທີ ຖ້າຂຽນໜັງສືຈົບເຫລັ້ມກ່ອນ 8 ໂມງເຄິ່ງ ຈະເລີ່ມຂຽນນິຍາຍເຫລັ້ມໃໝ່ຕໍ່ທັຍທີ (ຫລັງ 8 ໂມງເຄິ່ງ ເຂົາໄປເຮັດວຽກປະຈຳທີ່ເຮັດການໄປສະນີ) ດ້ວຍວິທີນີ້ ເຂົາຂຽນນິຍາຍໄດ້ 49 ເຫລັ້ມ ພາຍໃນ 35 ປີ.

ວິນລຽມ ຟອກເນີ (William Faulkner) ກ່າວວ່າເຄື່ອງມືຈຳເປັນໃນການຂຽນໜັງສືຂອງເຂົາ ໄດ້ແກ່ ກະດາດ, ຢາສູບ, ອາຫານ ແລະເຫລົ້າວິດສະກີ ເຂົາດື່ມຕະຫລອດເວລາທີ່ຂຽນໜັງສື.

ໂຄເລດ (Colette) ມັກອ່ານ ແລະຂຽນໜັງສືເທິງຕຽງ ມັກຫາເຫັບໃຫ້ແມວ ກ່ອນຈະເລີ່ມຂຽນໜັງສື.

ແຊງ-ປອນ-ຣູ (Saint-Pol-Roux) ແຂວນປ້າຍ ກະວີກຳລັງເຮັດວຽກ ໄວ້ໜ້າປະຕູຫ້ອງນອນ.

ແຢງ ແບໂຣ (Frank Barrows) ສະໄໝທີ່ຂຽນຂ່າວກິລາໃຫ້ໜັງສືພິມ ເມື່ອນັ່ງຂຽນຂ່າວ ເຂົາຈະໃສ່ອັນອັດຫູ ແລະຢິບເຂັມຂັດສີດຳເສັ້ນໃຫຍ່ມາຮັດຕົນເອງໄວ້ກັບຕັ່ງນັ່ງ.

 

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...