spot_img
Home​ຂ່າວທ່ອງທ່ຽວທ້າຍເດືອນນີ້ ລາວຈະເປັນເຈົ້າພາບ ຈັດມະຫາກຳທ່ອງທ່ຽວ ອະນຸລັກອາຊຽນ

ທ້າຍເດືອນນີ້ ລາວຈະເປັນເຈົ້າພາບ ຈັດມະຫາກຳທ່ອງທ່ຽວ ອະນຸລັກອາຊຽນ

Published on

ສປປ ລາວ ກຽມ​ເປັນ​ເຈົ້າ­ພາບ​ຈັດ​ງານ​ມະ­ຫາກຳ​ທ່ອງ​ທ່ຽວ​ອະ­ນຸ­ລັກ​ອາ​ຊຽນ​ປີ 2016 ຢູ່​ແຂວງ​ຈຳປາ​ສັກ​ທີ່​ຈະ​ມີ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 21-25 ມິ­ຖຸ­ນາ ທີ່​ຈະ​ມາ​ເຖິງ​ນີ້, ໂດຍ​ມີ​ງານ​ວາງ­ສະ­ແດງ​ການ­ທ່ອງ­ທ່ຽວສີ­ຂຽວ​ຂອງ​ແຂວງ​ຈຳ­ປາ​ສັກ​ເພື່ອ​ເປັນ​ການ​ອະ­ນຸ­ລັກ​ວັດ­ທະ­ນະ­ທຳ​ໃນ​ການ­ທ່ອງ­ທ່ຽວ​ອາ​ຊຽນ.

ວັນ​ທີ 1 ມິ­ຖຸ­ນາ 2016 ທີ່​ກະ­ຊວງ​ຖະ­ແຫຼງ​ຂ່າວ​ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ ໄດ້​ມີ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກະ­ກຽມ ການ​ຈັດ​ງານ​ມະ­ຫາ​ກຳ​ທ່ອງ​ທ່ຽວ​ອະ­ນຸ ລັກ​ອາ​ຊຽນ ໂດຍ​ການ​ເປັນ​ປະ­ທານ​ຂອງ ທ່ານ ບໍ່​ແສງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ, ມີ​ບັນ­ດາ​ພະ­ນັກ­ງານ​ທີ່​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ດັ່ງ­ກ່າວ ຈັດ​ຂຶ້ນ​ເພື່ອ​ເປັນ​ການ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່​ການ​ຈັດ​ງານ​ມະ­ຫາ​ກຳ​ຢູ່​ແຂວງ​ຈຳ­ປາ​ສັກ​ໂດຍ​ມີ​ການ​ຈັດ ຕັ້ງ​ຄະ­ນະ​ກຳ­ມະ­ການ ແລະ​ອະ­ນຸ​ກຳ­ມະ­ການ​ຄື: ອະ­ນຸ​ກຳ­ມະ­ການ​ເນື້ອ​ໃນ, ອະ­ນຸ​ກຳ­ມະ­ການ​ເລ­ຂາ, ອະ­ນຸ​ກຳ­ມະ­ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ​ຄວາມ​ປອດ​ໄພ, ອະ­ນຸ​ກຳ­ມະ­ການ​ເສດ­ຖະ­ກິດ, ອະ­ນຸ​ກຳ­ມະ­ການ​ການ​ເງິນ, ອະ­ນຸ​ກຳ­ມະ­ການ​ບຸກ​ຄະ­ລາ​ກອນ, ອະ­ນຸ​ກຳ­ມະ­ການ​ງານ​ລ້ຽງ, ອະ­ນຸ​ກຳ­ມະ­ການ​ສິນ­ລະ­ປະ­ການ​ສະ­ແດງ, ອະ­ນຸ​ກຳ­ມະ­ການ​ໂຄ­ສະ ນາ,ອະ­ນຸ​ກຳ­ມະ­ການ​ຂ່າວ­ສານ, ອະ­ນຸ​ກຳ ມະ​ການ​ບໍ­ລິ­ຫານ-ພາ­ຫະ­ນະ, ອະ­ນຸ​ກຳ­ມະ­ການ​ຮັບ­ແຂກ, ອະ­ນຸ​ກຳ­ມະ­ການ​ຕິດ­ຕາມ​ແຂກ, ຄະ­ນະ​ກຳ­ມະ­ການ​ສຸ­ຂະ­ພາບ, ຄະ­ນະ​ກຳ­ມະ­ການ​ແຂ່ງ­ຂັນ ແລະ​ຍ້ອງ­ຍໍ.

ທັງ​ນີ້, ເພື່ອ​ກະ­ກຽມ​ຄວາມ​ພ້ອມ​ງານ ມະ­ຫາ​ກຳ​ທ່ອງ​ທ່ຽວ​ອະ­ນຸ­ລັກ​ອາ​ຊຽນ​ປີ 2016 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 21-25 ມິ­ຖຸ­ນາ 2016 ທີ່​ເມືອງ​ປາກ​ເຊ, ແຂວງ​ປາ​ສັກ ໃຫ້​ດຳ­ເນີນ​ໄປ​ດ້ວຍ​ດີ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...