Home​ຂ່າວບັນເທິງຮູບເງົາເລື່ອງ ອ້ອມກອດເຂມມະລາດ ຕອນນີ້ກຳລັງມາແຮງ

ຮູບເງົາເລື່ອງ ອ້ອມກອດເຂມມະລາດ ຕອນນີ້ກຳລັງມາແຮງ

Published on

287.1

ເລື່ອງຫຍໍ້ ຮູບເງົາເລື່ອງ ອ້ອມກອດເຂມມະລາດ

ເປັນເລື່ອງລາວຄວາມຮັກອັນແສນງົດງາມຂອງໜຸ່ມສາວ 3 ຄູ່ ເຊິ່ງເກີດຂຶ້ນທີ່ແຄມຝັ່ງນ້ຳຂອງ ເລີ່ມດ້ວຍການເດີນທາງຈາກກຸງເທບ ເພື່ອມາເຮັດໜ້າທີ່ແພດໃນແຂວງອຸບົນຣາຊທານີຂອງ “ແພດຂັວນ” ຜູ້ເຕັມໄປດ້ວຍແຮງມຸ່ງໝັ້ນອັນມາຈາກແຮງບັນດານໃຈທີ່ມີຕໍ່ແມ່ນ້ຳຂອງ ແລະ ຕ້ອງຕໍ່ສູ້ກັບຄວາມກົດດັນ ກັບຄວາມປາຖະໜາໃຫ້ຊາວບ້ານທຸກຄົນໄດ້ຮັບການດູແລຈາກໂຮງໝໍຢ່າງເທົ່າທຽມກັນ ແລະ ນາງເອງກໍ່ໄດ້ພົບກັບ “ກ້ອງ” ໜຸ່ມຫລໍ່ເຈົ້າຂອງທຸລະກິດຮ້ານກາເຟ ແລະ ຣີສອດ ຊື່ວ່າ ພູຫົ່ມດາວຣີສອດ ນາງຫຼົງຮັກເຂົາເຂົ້າເຕັມໆ ໃນຂະນະທີ່ກ້ອງເອງພັດບໍ່ກ້າທີ່ຈະຕອບຮັບຄວາມຮັກຈາກນາງ ເພາະຍັງເຈັບປວດກັບຄວາມຮັກໃນຄັ້ງກ່ອນ ທາງດ້ານຂອງ “ກ້າວ” ນ້ອງຊາຍຂອງກ້ອງເອງກໍ່ມີ “ປຣາຍ” ເດັກສາວທີ່ຮຽນຢູ່ຊັ້ນດຽວກັນແອບໝາຍປອງຢູ່ເຊັ່ນດຽວກັນ ແລະ ກ້າວກໍ່ມັກຈະສະແດງຄວາມລຳຄານທຸກຄັ້ງເມື່ອຕ້ອງພົບໜ້ານາງ. ສ່ວນ “ເປ້ງ” ຜູ້ຈັດການຣີສອດຂອງກ້ອງກໍ່ຄິດມັກ “ພິມມະນີ” ສາວລາວທີ່ເຂົ້າມາຫາວຽກເຮັດໃນເຂັມມະລາດ ເພື່ອສົ່ງເງິນເມື່ອໃຫ້ຄອບຄົວຢ່າງໝົດຫົວໃຈ

ເຊິ່ງເລື່ອງນີ້ກໍ່ເປັນຮູບເງົາອີກເລື່ອງໜຶ່ງທີ່ເຊື່ອມສາຍສຳພັນລະຫວ່າງລາວ-ໄທ ເຊິ່ງຜູ້ກຳກັບ ແລະ ຜູ້ຂຽນເລື່ອງນີ້ແມ່ນ ນາຍແພດ ຣິດ ປົກກິດຕິຍະຫະຣິບູນ (นายแพด ริด ปกกิดติยะหะริบุน) ໂດຍປະເພດເລື່ອງແມ່ນອອກແນວ ດຣາມ່າ, ໂຣແມນຕິກ ເຊິ່ງນຳສະແດງໂດຍ: ກ໊ອບ ອານຸວັດ, ໝໍເພື່ອນ, ເຕົ໋າ ພູສິນ, ຟລຸດ ທິຣະພັດ, ພຸດທະສອນ ສີດາວັນ, ປລາມມີ ນັນທິຍາ,

ຮູບເງົາເຂົ້າສາຍໃນໂຮງຮູບເງົາຂອງປະເທດໄປເມື່ອວັນທີ 12 ພຶດສະພາ 2016 ທີ່ຜ່ານ ແລະ ເຂົ້າສາຍໂຮງຮູບເງົາບ້ານເຮົາແລ້ວເມື່ອວັນທີ 31 ພຶດສະພາ ຢູ່ໂຮງຮູບເງົາ ເມເຈີ ວຽງຈັນເຊັນເຕີ

131.1

ສຳລັບດາລາສາວລາວທີ່ໄປສະແດງຮູບເງົາຮ່ວມກັບໃນເລື່ອງ ອ້ອມກອດເຂມມະລາດ ແມ່ນສາວ ພຸດທະສອນ ສີດາວັນ ເຊິ່ງໃນເລື່ອງຮັບບົດເປັນ ພິມມະນີ 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...