Homeຂ່າວພາຍ​ໃນຜົນການເຕະບານ AFC U14 Girls Regional Championship 2016 "ລາວ ພົບ ກຳປູເຈຍ" 1/6/2016

ຜົນການເຕະບານ AFC U14 Girls Regional Championship 2016 “ລາວ ພົບ ກຳປູເຈຍ” 1/6/2016

Published on

ໃນວັນພຸດ 01/06/2016 ເວລາ 16:30ໂມງ ທີ່ເດີ່ນສະໜາມກີລາ ເຈົ້າອານຸວົງ ທີມຊາດລາວ ລາວ ພົບ ກຳປູເຈຍ ເຊິ່ງນັດນີ້ຖືວ່າເປັນນັດທີ 2 ຂອງທີມຊາດລາວທີ່ໄດ້ລົງສະໜາມແຂ່ງ ຫຼັງຈາກນັດທີ 1 ລົງແຂ່ງໃນວັນທີ 31/5/2016 ທີ່ພົບກັບທີມຊາດ ຟີລິບປິນ ແລະ ທີມຊາດລາວເປັນຝ່າຍເສຍໃຫ້ທີມຊາດຟີລິປິນຄາບ້ານໄປເຖິງ 3-1

ສຳລັບຜົນການເຕະບານວານນີ້ “ລາວ ພົບ ກຳປູເຈຍ” ທີມເຢືອນສາມາດເອົາຊະນະເຈົ້າພາບຄາບ້ານໄປເຖິງ 3-1

ສັງເກດເບິ່ງຖືວ່າເປັນ 2 ນັດທີ່ທີມຊາດລາວລົງແຂ່ງແມ່ນຍັງບໍ່ສາມາດເກັບຄະແນນໄດ້ ແຕ່ກໍ່ຍັງຕ້ອງເຊຍກັນຕໍ່ໄປ ເພາະມື້ນີ້ (2/6/2016) ທີມຊາດລາວ ພົບກັບ ທີມຊາດໄທ ໃນເວລາ 16:30ໂມງ, ທີ່ເດີ່ນສະໜາມກີລາ ເຈົ້າອານຸວົງ ແຟນບານຄົນລາວບໍ່ຄວນພາດ

ທີ່ມາ: ຂ່າວສານບານເຕະລາວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...