Homeຂ່າວພາຍ​ໃນນາຍົກລັດຖະມົນຕີແຫ່ງ ສປປ ລາວສະເໜີໃຫ້ກະຊວງກ່ຽວຂ້ອງອະທິບາຍຂໍ້ຜິດພາດກໍລະນີຄ່າໄຟແພງຜິດປົກກະຕິ

ນາຍົກລັດຖະມົນຕີແຫ່ງ ສປປ ລາວສະເໜີໃຫ້ກະຊວງກ່ຽວຂ້ອງອະທິບາຍຂໍ້ຜິດພາດກໍລະນີຄ່າໄຟແພງຜິດປົກກະຕິ

Published on

ນາຍົກລັດຖະມົນຕີແຫ່ງ ສປປ ລາວສະເໜີໃຫ້ກະຊວງກ່ຽວຂ້ອງອະທິບາຍຂໍ້ຜິດພາດກໍລະນີຄ່າໄຟແພງຜິດປົກກະຕິ ແລະ ສະແດງຈຸດຢືນຕໍ່ການພັດທະນາປະເທດ ຖ້າພົບຜູ້ລະເມີດຕ້ອງໃສ່ວິໄນຕາມລະບຽບກົດໝາຍສົ່ງເງິນຄືນ ຫລື ຮັກສາຄ່າໄຟຟ້າໄວ້ຊໍາລະເດືອນຕໍ່ໄປ ແລະ ແກ້ໄຂບັນຫາດັ່ງກ່າວຮີບດ່ວນຮັບປະກັນບໍ່ໃຫ້ເກີດຂຶ້ນອີກ

ປະຊາຊົນລາວບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫລວດ ແລະ ຊັ້ນຄົນຕ່າງໆຕົບມືສະແດງຄວາມຊົມເຊີຍ ແລະ ດີໃຈຢ່າງລົ້ນເຫລືອຫາແນວປຽບບໍ່ໄດ້ ຕໍ່ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພາຍຫລັງມີຄໍາສັ່ງຂອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວເລກທີ 18/ນຍລົງວັນທີ 1 ມິຖຸນາ 2016 ລະບຸວ່າ:

+ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ອະທິບາຍ ແລະ ຢັ້ງຢືນນະໂຍບາຍທີ່ຖືກຕ້ອງເປັນທໍາຂອງລັດຖະບານກ່ຽວກັບການພັດທະນາພະລັງງານ ແລະ ການນໍາໃຊ້ພະລັງງານເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຜ່ານມາ ແລະ ປັດຈຸບັນເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ.

+ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງກວດກາຄືນມາດຖະຖານເຕັກນິກ ແລະ ຊອກຫາສາເຫດຕົວຈິງທີ່ພາໃຫ້ເກີດຄວາມຜິດພາດໃນການອອກໃບບິນໄຟຟ້າ ແລະ ຄົ້ນຄົ້ວແກ້ໄຂບັນຫາດັ່ງກ່າວໃຫ້ໄວ.ໃບໄຟຟ້າໃດທີ່ບໍ່ຖືກຕ້ອງໃຫ້ແກ້ໄຂ ແລະ ສົ່ງເງິນຄືນ ຫລື ຮັກສາໄວ້ຊໍາລະຄ່າກະແສໄຟໃຫ້ຜູ້ຊົມໃຊ້ເດືອນຕໍ່ໄປ.

+ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ຊີ້ນໍາບໍລິສັດໄຟຟ້າລາວກວດກາຄືນການປະຕິບັດໜ້າທີ່ຂອງພະນັກງານກ່ຽວຂ້ອງສຶກສາອົບຮົມ ແລະ ປະຕິບັດວິໄນຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍ,ປັບປຸງສັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ຄວາມຮັບຜິດຊອບເພື່ອສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນອີກ.

+ໃຫ້ບໍລິສັດໄຟຟ້າລາວຕັ້ງສູນຮັບຂໍ້ຂັດຂ້ອງ ແລະ ຂໍ້ຂ້ອງໃຈຂອງຜູ້ຊົມໃຊ້ໄຟຟ້າ ແລະ ລົງກວດກາແຕ່ລະກໍລະນີໃຫ້ລະອຽດດ້ວຍຄວາມຮັບຜິດຊອບສູງເພື່ອໃຫ້ຄວາມຍຸຕິທໍາຕໍ່ຜູ້ຊົມໃຊ້ໄຟຟ້າຢ່າງແທ້ຈິງ

+ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ຄົ້ນຄົ້ວປັບປຸງລາຄາໄຟຟ້າຄືນໃໝ່ໃຫ້ສອດຄ່ອງກັບພື້ນຖານເສດຖະກິດ ແລະການພັດທະນາຕົວຈິງຂອງປະເທດ, ສະເໜີຕໍ່ລັດຖະບານເພື່ອພິຈາລະນາ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...