spot_img
Homeມູມໄອທີລາວມາຮູ້ຈັກກັບ Beats Electronics ບໍລິສັດຫູຟັງ ກ່ອນທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງ Apple

ມາຮູ້ຈັກກັບ Beats Electronics ບໍລິສັດຫູຟັງ ກ່ອນທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງ Apple

Published on

ເປັນຂ່າວກັນມາໄລຍະໜຶ່ງແລ້ວທີ່ແອັບເປີ້ນໄດ້ເຂົ້າຊື້ບໍລິສັດຫູຟັງຊື່ດັງ Beats Electronics ດ້ວຍມູນຄ່າຫຼາຍກວ່າ $3.2 Billion ແຕ່ວ່າຫຼາຍຄົນອາດຈະບໍ່ຮູ້ວ່າແທ້ຈິງແລ້ວ Beats ບໍ່ໄດ້ມີດີພຽງແຕ່ຫູຟັງລະດັບພຣີມຽມເທົ່ານັ້ນ ແຕ່ວ່າຍັງມີບໍລິການແລະປະຫວັດກ່ຽວກັບບໍລິສັດທີ່ໜ້າສົນໃຈອີກນຳມື້ນີ້ເຮົາຈະບໍ່ຂຸດຄົ້ນປະຫວັັດຂອງ Beats ນຳກັນ ຕົ້ນກຳເນີດ Beats Electronics ເດືອນກໍລະກົດປີ 2008 Dr. Dre (ອ່ານວ່າ ດ໋ອກ-ເຕີ-ເດຣ) ໂປຣດິວເຊີ້ ແຣັບເປີ້ຊື່ດັງ ຮ່ວມກັບ Jimmy Iovine ຜູ້ບໍລິຫານຄ້າຍເພງຊື່ດັງໄດ້ເຮັດການເປີດໂຕບໍລິສັດ Beats ຜູ້ຜະລິດຫູຟັງລະດັບພຣີມຽມ ໂດຍໄດ້ບໍລິສັດ Monster Cable ເປັນຜູ້ຜະລິດໃຫ້ ແຕ່ຫູຟັງຂອງ Beats ໃນລຸ້ນທຳອິດພັດບໍ່ໄດ້ຮັບການຕອບກັບທີ່ດີຫຼາຍ ດ້ວຍລາຄາທີ່ສູງເຖິງ $350 (2.615.000 ກີບ) ແຕ່ເຖິງຢ່າງໃດກໍມີຂ່າວດີຄືແອັບເປີ້ນຕັດສິນໃຈໃຫ້ Beats ເຂົ້າມາຂາຍໃນ Apple Store ໄດ້ ຈຸດປ່ຽນຂອງ Beats ເກີດຂຶ້ນໃນຊ່ວງປີ 2009 ເມື່ອ Beats ເປີດໂຕຫູຟັງ Heartbeats ໂດຍຮ່ວມກັບ Lady Gaga ໃນການອອກແບບແລະເປັນພຣີເຊັນເຕີ ໂດຍຫູຟັງແບບ in-ear ນີ້ເນັ້ນຄວາມເປັນແຟຊັ່ນຫຼາຍກວ່າຄຸນນະພາບສຽງ ເຊິ່ງກໍຂາຍໄດ້ດີໃນລະດັບໜຶ່ງເລີຍ ທ້າຍປີ 2009 Beats ເລີ່ມນຳເອົາສິນຄ້າຂອງໂຕເອງເຂົ້າຮ່ວມກັບອຸປະກອນໄອທີຫຼາຍຂຶ້ນ ໂດຍ HP ເປີດໂຕ Envy 15 ໂນດບຸກທີ່ມາພ້ອມກັບລະບົບສຽງຈາກ Beats ເຊິ່ງເປັນລຸ້ນ Limited Edition ໂດຍປຸ່ມ “B” ຖືກປ່ຽນເປັນໂລໂກ້ຂອງ Beats ແບບເທ້ໆ ການຕະຫຼາດອັດສະລິຍະຂອງ Beats ຄວາມໂດ່ງດັງຂອງ Beats ເກີດຂຶ້ນພາຍໃຕ້ການນຳຂອງ Jimmy Iovine ໂດຍລາວໄດ້ເປັນໜຶ່ງໃນໂຄສລາຍການ American Idol ຕັ້ງແຕ່ປີ 2011-2013 ເຊິ່ງນອກຈາກຈະເຮັດໃຫ້ຊື່ສຽງຂອງລາວໂດ່ງດັງຂຶ້ນມາແລ້ວ ຍັງລວມໄປເຖິງຫູຟັງ Beats ທີ່ລາວແອບ Tie-in ໂຄສະນາໃນລາຍການຢູ່ດຸໆ ເຊິ່ງນັ້ນກໍຄືຊ່ວງທີ່ American Idol ກຳລັງໂດ່ງດັງເຖິງຈຸດສູງສຸດ <ignore_js_op> Beats ຍັງຄົງເຮັດການຕະຫຼາດກັບສິນຄ້າພຣີມຽມຕໍ່ໄປ ໂດຍ Chrysler ເປີດໂຕລົດລຸ້ນ 300S ເຊິ່ງມີລະບົບສຽງຈາກ Beats ພາຍໃນ ລວມໄປເຖິງຍັງມີລົດຈາກ Fiat ແລະ Dodge ນຳ <ignore_js_op> ດ້ວຍວິໄສຍະທັດຂອງຜູ້ບໍລິຫານ ໃນຊ່ວງປີ 2012 Beats ຕັດສິນໃຈຊື້ກິດຈະການ MOG ບໍລິສັດ startup ຜູ້ສ້າງບໍລິການຟັງເພງອອນລາຍແບບຈ່າຍຄ່າສະມາຊິກ ເຊິ່ງປະສົບຄວາມສຳເລັດໄດ້ໃນລະດັບໜຶ່ງ ຫຼາຍຄົນເບິ່ງວ່ານີ້ແມ່ນຈຸດເລີ່ມຕົ້ນທີ່ແອັບເປີ້ນເລີ່ມສົນໃຈກິດຈະການ Beats ນັ້ນເອງ <ignore_js_op> ນອກຈາກນີ້ການຕະຫຼາດທີ່ລຳ້ເລີດຂອງ Beats ຄືການແຈກຫູຟັງໃຫ້ກັບນັກກິລາທີມຊາດອັງກິດຟຣີ ໃນຊ່ວງການແຂ່ງຂັນໂອລິມປິກທີ່ລອນດອນ ເຊິ່ງກໍມີນັກກິລາຫຼາຍຄົນທີ່ໃສ່ຫູຟັງນີ້ແລະກໍເປັນພາບໂດ່ງດັງໄປທົ່ວໂລກ ແຕ່ວ່າຫຼັງຈາກນັ້ນຄະນະກຳມະການໂອລິມປິກກໍໄດ້ສັ່ງແບນຫ້າມໃສ່ຫູຟັງຂອງ Beats ເນື່ອງຈາກຝ່າຝືນກົດ <ignore_js_op> ນອກຈາກຫູຟັງແລ້ວ Beats ຍັງໄດ້ເຮັດລຳໂພງ Beats Pill ອອກມາຂາຍນຳໂດຍໄດ້ Nicki Minaj ແລະ Pharrell Williams ມາເປັນພຣີເຊັນເຕີ້ໃຫ້ ລຳໂພງລຸ້ນນີ້ຂາຍດີໃນລະດັບທີ່ໜ້າພໍໃຈຫຼາຍ ດ້ວຍຄວາມເປັນແຟຊັ່ນແລະຍັງໄດ້ພາບລັກທີ່ດີຂອງ Beats <ignore_js_op> ລາກ່ອນ HTC, ລາກ່ອນ Monster ໃນຊ່ວງທ້າຍປີ 2011 ຜູ້ຜະລິດໂທລະສັບມືຖືຊື່ດັງແບບ HTC ໄດ້ເຂົ້າຊື້ຮຸ້ນເຄິ່ງໜຶ່ງຂອງ Beats ມູນຄ່າກວ່າ 300 ລ້ານຫຼຽນສະຫະລັດ ໂດຍການຊື້ຮຸ້ນໃນເທື່ອນີ້ Beats ຈະຍັງຄົງດຳເນີນທຸລະກິດເປັນອິດສະຫຼະຄືເກົ່າ ແຕ່ວ່າຈະມີຄວາມເປັນພຣາດເນີ້ກັບບໍລິການຫຼາຍຢ່າງຂອງ HTC ແຕ່ຫຼັງຈາກນັ້ນພຽງ 2 ປີ Beats ກໍໄດ້ຂໍຊື້ຮຸ້ນຄືນເຊິ່ງ HTC ເອງກໍກຳລັງຕົກຢູ່ໃນພາວະຍອດຂາຍຕົກຕ່ຳ ຈົນຕ້ອງໄດ້ຍອມຂາຍຄືນແຕ່ວ່າກໍຍັງເຫຼືອຮຸ້ນໄວ້ 25% ໃນ Beats <ignore_js_op> ນອກຈາກ HTC ແລ້ວ Beats ຍັງໄດ້ປະກາດແຍກທາງກັບ Monster Cable ຜູ້ຜະລິດຫູຟັງໃຫ້ຕັ້ງແຕ່ຕອນທຳອິດ ຫຼັງຈາກທີ່ໝົດສັນຍາກັນ 5 ປີເຊິ່ງຕອນນີ້ Beats ກໍຜະລິດຫູຟັງດ້ວຍໂຕເອງແລະບໍ່ຕ້ອງມີສິນຄ້າຂອງ Monster ມາແປະໄວ້ ສ່ວນ Monster ກໍຫັນໄປຜະລິດຫູຟັງໃຫ້ກັບຫຼາຍໆສິນຄ້າແຕ່ບໍ່ປະສົບຜົນສຳເລັດຫຼາຍເທົ່າໃດ <ignore_js_op> ກຳເນີດ Beats Music ຈົນແອັບເປີ້ນສົນໃຈເຂົ້າຊື້ ເດືອນມັງກອນ ປີ 2014 ບໍລິສັດ Beats ເປີດໂຕ Beats Music ບໍລິການຟັງເພງອອນລາຍໃໝ່ ທີ່ເປັນລະບົບສະມາຊິກ ບໍ່ເນັ້ນການໂຄສະນາແບບບໍລິການອື່ນໆ ມີເພງໃຫ້ຟັງຫຼາຍເຖິງ 20 ລ້ານເພງຈາກຄ້າຍເພງດັງທົ່ວໂລກ Beats ລົງທຶນເປີດໂຕບໍລິການໃໝ່ນີ້ດ້ຍການຊື້ໂຄສະນາໃນຊ່ວງພັກ Super Bowl ເຊິ່ງໄດ້ Ellen DeGeneres ພິທີກອນຊື່ດັງມາເປັນພຣີເຊັນເຕີ້ໃຫ້ ລວມໄປເຖິງຍັງໄດ້ Lebron James ແລະ Eminem ມາຊ່ວຍໂປຣໂໝດໃນຫຼາຍໆຊ່ອງທາງ   Beats Music ຍັງຕ້ອງໄດ້ສູ້ກັບບໍລິການຟັງເພງອື່ນໆແບບ Spotify, Pandora ຫຼືແມ້ແຕ່ iTunes Radio ຂອງແອັບເປີ້ນເອງ <ignore_js_op> ຈົນຫຼ້າສຸດນີ້ເດືອນພຶດສະພາ ປີ 2014 ໄດ້ມີຂ່າວວ່າແອັບເປີ້ນກຽມເຂົ້າຊື້ Beats Electronics ດ້ວຍມູນຄ່າກວ່າ $3.2 Billion ເຊິ່ງເປັນມູນຄ່າທີ່ສູງທີ່ສຸດຕັ້ງແຕ່ແອັບເປີ້ນເຄີຍຊື້ບໍລິສັດອື່ນໆມາເລີຍ ຄາດວ່າແອັບເປີ້ນຈະເປີດໂຕຜູ້ບໍລິຫານຂອງ Beats ໃນງານ WWDC 2014 ປີນີ້ ພວກເຮົາຕ້ອງໄດ້ກຽມເບິ່ງວ່າກ້າວຕໍ່ໄປຂອງ Beats ພາຍໃຕ້ການນຳພາຂອງແອັບເປີ້ນ ທີ່ມາ – The Verge, Billboard, Venturebeat
ການຕະຫຼາດອັດສະລິຍະຂອງ Beatsຄວາມໂດ່ງດັງຂອງ Beats ເກີດຂຶ້ນພາຍໃຕ້ການນຳຂອງ Jimmy Iovine ໂດຍລາວໄດ້ເປັນໜຶ່ງໃນໂຄສລາຍການ American Idol ຕັ້ງແຕ່ປີ 2011-2013 ເຊິ່ງນອກຈາກຈະເຮັດໃຫ້ຊື່ສຽງຂອງລາວໂດ່ງດັງຂຶ້ນມາແລ້ວ ຍັງລວມໄປເຖິງຫູຟັງ Beats ທີ່ລາວແອບ Tie-in ໂຄສະນາໃນລາຍການຢູ່ດຸໆ ເຊິ່ງນັ້ນກໍຄືຊ່ວງທີ່ American Idol ກຳລັງໂດ່ງດັງເຖິງຈຸດສູງສຸດ Beats ຍັງຄົງເຮັດການຕະຫຼາດກັບສິນຄ້າພຣີມຽມຕໍ່ໄປ ໂດຍ Chrysler ເປີດໂຕລົດລຸ້ນ 300S ເຊິ່ງມີລະບົບສຽງຈາກ Beats ພາຍໃນ ລວມໄປເຖິງຍັງມີລົດຈາກ Fiat ແລະ Dodge ນຳ ດ້ວຍວິໄສຍະທັດຂອງຜູ້ບໍລິຫານ ໃນຊ່ວງປີ 2012 Beats ຕັດສິນໃຈຊື້ກິດຈະການ MOG ບໍລິສັດ startup ຜູ້ສ້າງບໍລິການຟັງເພງອອນລາຍແບບຈ່າຍຄ່າສະມາຊິກ ເຊິ່ງປະສົບຄວາມສຳເລັດໄດ້ໃນລະດັບໜຶ່ງ ຫຼາຍຄົນເບິ່ງວ່ານີ້ແມ່ນຈຸດເລີ່ມຕົ້ນທີ່ແອັບເປີ້ນເລີ່ມສົນໃຈກິດຈະການ Beats ນັ້ນເອງ ນອກຈາກນີ້ການຕະຫຼາດທີ່ລຳ້ເລີດຂອງ Beats ຄືການແຈກຫູຟັງໃຫ້ກັບນັກກິລາທີມຊາດອັງກິດຟຣີ ໃນຊ່ວງການແຂ່ງຂັນໂອລິມປິກທີ່ລອນດອນ ເຊິ່ງກໍມີນັກກິລາຫຼາຍຄົນທີ່ໃສ່ຫູຟັງນີ້ແລະກໍເປັນພາບໂດ່ງດັງໄປທົ່ວໂລກ ແຕ່ວ່າຫຼັງຈາກນັ້ນຄະນະກຳມະການໂອລິມປິກກໍໄດ້ສັ່ງແບນຫ້າມໃສ່ຫູຟັງຂອງ Beats ເນື່ອງຈາກຝ່າຝືນກົດ ນອກຈາກຫູຟັງແລ້ວ Beats ຍັງໄດ້ເຮັດລຳໂພງ Beats Pill ອອກມາຂາຍນຳໂດຍໄດ້ Nicki Minaj ແລະ Pharrell Williams ມາເປັນພຣີເຊັນເຕີ້ໃຫ້ ລຳໂພງລຸ້ນນີ້ຂາຍດີໃນລະດັບທີ່ໜ້າພໍໃຈຫຼາຍ ດ້ວຍຄວາມເປັນແຟຊັ່ນແລະຍັງໄດ້ພາບລັກທີ່ດີຂອງ Beats ລາກ່ອນ HTC, ລາກ່ອນ Monster ໃນຊ່ວງທ້າຍປີ 2011 ຜູ້ຜະລິດໂທລະສັບມືຖືຊື່ດັງແບບ HTC ໄດ້ເຂົ້າຊື້ຮຸ້ນເຄິ່ງໜຶ່ງຂອງ Beats ມູນຄ່າກວ່າ 300 ລ້ານຫຼຽນສະຫະລັດ ໂດຍການຊື້ຮຸ້ນໃນເທື່ອນີ້ Beats ຈະຍັງຄົງດຳເນີນທຸລະກິດເປັນອິດສະຫຼະຄືເກົ່າ ແຕ່ວ່າຈະມີຄວາມເປັນພຣາດເນີ້ກັບບໍລິການຫຼາຍຢ່າງຂອງ HTC ແຕ່ຫຼັງຈາກນັ້ນພຽງ 2 ປີ Beats ກໍໄດ້ຂໍຊື້ຮຸ້ນຄືນເຊິ່ງ HTC ເອງກໍກຳລັງຕົກຢູ່ໃນພາວະຍອດຂາຍຕົກຕ່ຳ ຈົນຕ້ອງໄດ້ຍອມຂາຍຄືນແຕ່ວ່າກໍຍັງເຫຼືອຮຸ້ນໄວ້ 25% ໃນ Beats ນອກຈາກ HTC ແລ້ວ Beats ຍັງໄດ້ປະກາດແຍກທາງກັບ Monster Cable ຜູ້ຜະລິດຫູຟັງໃຫ້ຕັ້ງແຕ່ຕອນທຳອິດ ຫຼັງຈາກທີ່ໝົດສັນຍາກັນ 5 ປີເຊິ່ງຕອນນີ້ Beats ກໍຜະລິດຫູຟັງດ້ວຍໂຕເອງແລະບໍ່ຕ້ອງມີສິນຄ້າຂອງ Monster ມາແປະໄວ້ ສ່ວນ Monster ກໍຫັນໄປຜະລິດຫູຟັງໃຫ້ກັບຫຼາຍໆສິນຄ້າແຕ່ບໍ່ປະສົບຜົນສຳເລັດຫຼາຍເທົ່າໃດ ກຳເນີດ Beats Music ຈົນແອັບເປີ້ນສົນໃຈເຂົ້າຊື້ ເດືອນມັງກອນ ປີ 2014 ບໍລິສັດ Beats ເປີດໂຕ Beats Music ບໍລິການຟັງເພງອອນລາຍໃໝ່ ທີ່ເປັນລະບົບສະມາຊິກ ບໍ່ເນັ້ນການໂຄສະນາແບບບໍລິການອື່ນໆ ມີເພງໃຫ້ຟັງຫຼາຍເຖິງ 20 ລ້ານເພງຈາກຄ້າຍເພງດັງທົ່ວໂລກ Beats ລົງທຶນເປີດໂຕບໍລິການໃໝ່ນີ້ດ້ຍການຊື້ໂຄສະນາໃນຊ່ວງພັກ Super Bowl ເຊິ່ງໄດ້ Ellen DeGeneres ພິທີກອນຊື່ດັງມາເປັນພຣີເຊັນເຕີ້ໃຫ້ ລວມໄປເຖິງຍັງໄດ້ Lebron James ແລະ Eminem ມາຊ່ວຍໂປຣໂໝດໃນຫຼາຍໆຊ່ອງທາງ   Beats Music ຍັງຕ້ອງໄດ້ສູ້ກັບບໍລິການຟັງເພງອື່ນໆແບບ Spotify, Pandora ຫຼືແມ້ແຕ່ iTunes Radio ຂອງແອັບເປີ້ນເອງ ຈົນຫຼ້າສຸດນີ້ເດືອນພຶດສະພາ ປີ 2014 ໄດ້ມີຂ່າວວ່າແອັບເປີ້ນກຽມເຂົ້າຊື້ Beats Electronics ດ້ວຍມູນຄ່າກວ່າ $3.2 Billion ເຊິ່ງເປັນມູນຄ່າທີ່ສູງທີ່ສຸດຕັ້ງແຕ່ແອັບເປີ້ນເຄີຍຊື້ບໍລິສັດອື່ນໆມາເລີຍ ຄາດວ່າແອັບເປີ້ນຈະເປີດໂຕຜູ້ບໍລິຫານຂອງ Beats ໃນງານ WWDC 2014 ປີນີ້ ພວກເຮົາຕ້ອງໄດ້ກຽມເບິ່ງວ່າກ້າວຕໍ່ໄປຂອງ Beats ພາຍໃຕ້ການນຳພາຂອງແອັບເປີ້ນ ທີ່ມາ – The Verge, Billboard, Venturebeat

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...