Homeຂ່າວການພັດທະນາຕຳຫຼວດສະຫະລັດ​ອາດ​ຕັ້ງ​ຂໍ້​ຫາ​ອາຍາ​​ກໍລະນີ​ສວນສັດ​ຍິງ​ກໍ​ຣີລາ​ຕາຍ

ຕຳຫຼວດສະຫະລັດ​ອາດ​ຕັ້ງ​ຂໍ້​ຫາ​ອາຍາ​​ກໍລະນີ​ສວນສັດ​ຍິງ​ກໍ​ຣີລາ​ຕາຍ

Published on

ໄອ​ຍະ​ການ​ສະຫະລັດ​​ເຜີຍ​ວ່າ ຕຳ​ຫຼວດອາດ​ຕັ້ງ​ຂໍ້​ຫາ​ອາຍາ​ກໍລະ​ນີສວນສັດ​ຊິນ​ຊິນ​ແນ​ຕິ ລັດ​ໂອ​ໄຮ​ໂອ​ຈົບ​ຊີວິດ​ກໍ​ຣີລາ ອາຍຸ 17 ປີ ​ເພື່ອ​ປ້ອງ​ກັນ​ຊີວິດ​ເດັກ 4 ປີ ທີ່​ປີນ​ກຳ​ແພງ​ເຂົ້າ​ໄປ​ໃນ​ບ່ອນ​ຂັງ​ກໍຣີລາ.

​ໄອ​ຍະ​ການ​​ແຮ​ມິລຕັນ​ຖະ​ແຫຼ​ງວ່າ ທັນທີ​ທີ່​ສຳ​ເລັດການ​ສອບ​ສວນ ຕຳຫຼວດ​ເມືອງ​ຊິນ​ຊິນ​ແນ​ຕິ ຈະ​ຫາລື​ກັບ​ສຳນັກງານ​ໄອ​ຍະ​ການ​ເລື່ອງ​ຕັ້ງ​ຂໍ້​ຫາ​ອາຍາ ຢ່າງ​ໃດ​ກໍ​ຕາມ ​ໄອ​ຍະ​ການ​ບໍ່​ໄດ້​ເປີດ​ເຜີຍ​ວ່າ ການ​ສອບ​ສວນ​ຂອງ​ຕຳຫຼວດ​ມຸ່ງ​ໄປ​ທີ່​ສວນສັດ ​ແລະ ສວນ​ພຶດສາ​ສາດ​ຊິ​ນຊິນ​​ແນ​ຕິ ຫຼື ທີ່ຜູ້​ປົກຄອງ​ຂອງ​ເດັກ.

ຂະນະ​ດຽວ​ກັນ ກຸ່ມ​ສິດທິ​ສັດ Stop Animal Exploitation Now ​ໄດ້​ຍື່ນ​ຟ້ອງ​ຂໍ້​ຫາ​ປະໝາດກັບ​ສ່ວນ​ສັດ​ຕໍ່ກະຊວງ​ກະ​ເສດ ​ແລະ ຂໍ​ໃຫ້​ລົງ​ໂທດ​ສູ​ງສຸດ​ດ້ວຍ​ການ​ປັບ​ເງິນ 10.000 ​ໂດ​ລາ​ສະຫະລັດ ​ໂດຍ​ລະບຸ​ວ່າ ການ​ທີ່​ເດັກ​ສາມາດ​ປີນ​ກຳ​ແພງ​ສູງ 1 ​ແມັດ​ຜ່ານ​ເຂົ້າ​ໄປ​ເຖິງ​ບ່ອນຂັງ​ກໍ​ຣີລາ​ເປັນ​ເຄື່ອງ​ພິສູດ​ວ່າ​ສວນສັດ​ປະໝາດ ​ແລະ ຄວນ​ຖືກ​ປັບ​​ໃໝ​ເພາະ​ລະ​ເມີດ​ກົດໝາຍ​ສະຫວັດດີ​ພາບ​ສັດ​ຢ່າງ​ຊັດ​ເຈນ ​ແລະ ຮ້າ​ຍ​ແຮງ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...