spot_img
Homeຂ່າວພາຍ​ໃນນວ ສຳມະນາທຸລະກິດເງື່ອນໄຂເຊື່ອມໂຍງ

ນວ ສຳມະນາທຸລະກິດເງື່ອນໄຂເຊື່ອມໂຍງ

Published on

ວັນ​ທີ 31 ພຶດ­ສະ­ພາ​ຜ່ານ​ມາ ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ ການ​ຄ້າ​ນະຄອນ​ຫຼວງ​ວຽງ​ຈັນ, ຮ່ວມ​ກັບ​ສະ­ພາ​ການຄ້າ ແລະ​ ອຸດ­ສາ­ຫະ­ກຳ​ນະ­ຄອນ­ຫຼວງວຽງ​ຈັນ ແລະ​ ຄະ­ນະ​ກຳ­ມະ­ການ​ວຽກງານ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ຂັ້ນ ນະ­ຄອນ­ຫຼວງ​ວຽງ​ຈັນ ​ຮ່ວມ​ກັນ​ຈັດ​ກອງປະ­ຊຸມ​ສຳ​ມະ​ນາ​ການ​ພັດ­ທະ­ນາ​ທຸ­ລະ​ກິດຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃນ​ເງື່ອນ ໄຂ​ການ​ເຊື່ອມ​ໂຍງປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ຢູ່​ສູນ​ການຄ້າ​ລາວ-ໄອ​ເຕັກ ໂດຍ​ພາຍ​ໃຕ້​ການ​ເປັນປະ­ທານ​ຂອງ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ, ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຕ່າງໆເຂົ້າ​ຮ່ວມ.

ທ່ານ ເບີ​ລິນ ເພັດ​ຈັນ­ທະ​ລາດ ຫົວໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້ານະ­ຄອນ­ຫຼວງ​ວຽງ​ຈັນ​ກ່າວ​ວ່າ: ຈຸດ​ປະສົງ ແລະ​ຄາດ­ໝາຍ​ຂອງ​ກອງ​ປະ­ຊຸມ​ສຳມະ​ນາ​ໃນ​ຄັ້ງ​ນີ້​ກໍ​ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງພັກ ແລະ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VIII (2016-2020) ເປັນ​ແຜນ​ບຸກ​ທະ­ລຸ​ສູ່​ການ​ຜະ­ລິດສິນ­ຄ້າ, ການ​ຫັນ​ສູ່​ການ​ບໍ­ລິ­ການ, ມີການ​ພັດ­ທະ­ນາ​ໄປ​ສູ່​ຄຸນ​ນະ​ພາບ ແລະ ເພື່ອ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນຫຼວງ​ວຽງ​ຈັນ, ພ້ອມ​ດຽວ​ກັນ​ນັ້ນ​ກໍ​ເພື່ອ ເຮັດ​ໃຫ້​ພາກ​ທຸ­ລະ​ກິດ​ເຂົ້າ­ໃຈ​ນະ­ໂຍ­ບາຍ ແລະ​ທິດ​ທາງ​ຂອງ​ລັດ­ຖະ­ບານ, ເວົ້າລວມ, ເວົ້າ​ສະ­ເພາະ​ແມ່ນ​ວິ​ໃສ​ທັດ​ຂອງນະ­ຄອນ­ຫຼວງ​ວຽງ​ຈັນ​ຕໍ່​ກັບ​ການ​ເຊື່ອມໂຍງ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC), ໃນ​ນັ້ນ ​ກໍ​ເພື່ອ​ເຮັດ​ໃຫ້​ນັກ​ທຸ­ລະກິດ SMEs ໄດ້​ຮັບ​ຮູ້​ເຖິງ​ສິ່ງ​ທ້າ​ທາຍ ແລະ​ກາ­ລະ​ໂອ­ກາດ​ໃນ​ໄລ­ຍະ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ​ສາ­ກົນ.

ນອກ​ນັ້ນ ທ່ານ​ຍັງ​ກ່າວ​ຕື່ມ​ອີ​ກວ່າ: ກອງ​ປະ­ຊຸມ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ແມ່ນ​ມີຄວາມ​ໝາຍ​ສຳ­ຄັນ​ຍິ່ງ​ເພາະ​ເປັນ​ກາ­ລະໂອ­ກາດ​ອັນ​ດີ​ທາງ​ພາກ​ລັດ ໄດ້​ສ້າງ​ເງື່ອນ ໄຂ​ໃຫ້​ແກ່​ບັນ­ດາ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດໃນ​ທຸກ​ຂົງ­ເຂດ​ວຽກ​ງານ​ເພື່ອ​ໃຫ້​ມີ ຄວາມ​ເຂົ້າ­ໃຈ​ນຳ­ໄປ​ຜັນ​ຂະ­ຫຍາຍ​ເຂົ້າ ໃນ​ການ​ພັດ­ທະ­ນາ​ທຸ­ລະ​ກິດ​ຕົນ​ເອງ​ໃຫ້ເຂັ້ມ­ແຂງ, ມີ​ຜົນ­ສຳ­ເລັດ, ຜະ­ລິດ​ຕະ​ພັນມີ​ຄຸນ​ນະ​ພາບ ແລະ​ເຄື່ອນ​ໄຫວ​ໄດ້​ຢ່າງເຕັມ​ເມັດ​ເຕັມ​ໜ່ວຍ​ທັງ​ສອດ­ຄ່ອງ​ກັບ​ກົດ ໝາຍ​ກຳ­ນົດ​ໄວ້, ໃນ​ນັ້ນ​ເຫັນ​ວ່າ­ການ​ສຳ ມະ​ນາ​ຄັ້ງ​ນີ້ ແມ່ນ​ມີ​ຜົນ​ດີ​ຫຼາຍ​ຕໍ່​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ຟັງ​ການ​ເຜີຍ­ແຜ່​ກ່ຽວ​ກັບ​ບັນ­ດານະ­ໂຍ­ບາຍ, ໂອ­ກາດ, ສິ່ງ​ທ້າ​ທ້າຍ ແລະ ການ​ສ້າງ​ທັກ​ສະ​ໃນ​ກາ​ເຈລະ­ຈາ​ການຄ້າ​ຈາກ​ວິ­ທະ­ຍາ­ກອນ​ທີ່​ມີ​ຄວາມ​ຮູ້ ແລະ ປະ­ສົບ​ການ​ທີ່​ມາ​ຈາກ​ກົມ​ນະ­ໂຍ­ບາຍການ​ຄ້າ​ຕ່າງ­ປະ­ເທດ, ສະ​ຖາ​ບັນ​ຄົ້ນ ຄວ້າ​ເສດ­ຖະ­ກິດ​ການ​ຄ້າ ແລະ​ກົມ​ຮ່ວມ ມື​ສາ­ກົນ, ໂດຍ​ສະ­ເພາະ​ແຜນ​ເຊື່ອມ​ໂຍງທາງ​ດ້ານ​ການ​ເງິນ-ເງິນ­ຕາ​ອາ​ຊຽນ, ການ​ພັດ­ທະ­ນາ​ຕະ­ຫຼາດ​ທຶນ, ການ​ເຊື່ອມ​ຕໍ່​ການ​ຊື້​ຂາຍ​ຫຼັກ​ຊັບ​ລະ­ຫວ່າງ​ຕະ­ຫຼາດ ທຶນ​ອາ​ຊຽນ ແລະ​ການ​ປັບ­ປຸງ​ດ້ານ​ລະບຽບ​ການ​ຄຸ້ມ​ຄອງ​ເພື່ອ​ໃຫ້​ໄດ້​ມາດ​ຕະຖານ ແລະ​ສອດ­ຄ່ອງ​ລະ­ຫວ່າງ​ຕະ­ຫຼາດ ທຶນ​ໃນ​ພາກ​ພື້ນ ແລະ ​ໃນ​ນັ້ນ​ແມ່ນ​ການເປີດ​ເສລີ​ກ່ຽວ​ກັບ​ການ​ນຳ​ເຂົ້າ-ສົ່ງອອກ​ກະ­ແສ​ທຶນ, ເງິນ­ຕາ​ຕ່າງ­ປະ­ເທດ, ການ​ລົງ­ທຶນ​ໂດຍ​ກົງ​ຈາກ​ຕ່າງ­ປະ­ເທດ ໂດຍ​ຍົກ­ເລີກ​ຂໍ້​ກີດ­ຂວາງ​ຕ່າງໆ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...