Homeຂ່າວທ້ອງຖິ່ນສຶກສານະຄອນຫລວງວຽງຈັນ ຈັດກິດຈະກຳວັນເດັກສາກົນດ້ວຍບັນຍາກາດຟົດຟື້ນ

ສຶກສານະຄອນຫລວງວຽງຈັນ ຈັດກິດຈະກຳວັນເດັກສາກົນດ້ວຍບັນຍາກາດຟົດຟື້ນ

Published on

ພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໄດ້ຈັດກິດຈະກຳ ເພື່ອສະເຫລີມ ສະຫລອງວັນເດັກນ້ອຍສາກົນ, ເຊິ່ງຈັດຂຶ້ນໃນເຊົ້າວັນທີ 31 ພຶດສະພານີ້, ຊຶ່ງມີຫລາກຫລາຍກິດຈະ ກຳເປັນຕົ້ນ ການຟ້ອນລຳຊົນເຜົ່າ, ຮ້ອງເພັງ ແລະ ແຕ້ມຮູບ….. ໂດຍເປັນປະທານຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ມີບັນດາທ່ານເຈົ້າເມືອງຈາກ 9 ຕົວເມືອງ ແລະ ຜູ້ປົກຄອງເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ໃນໂອກາດນີ້, ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໄດ້ກ່າວມີຄຳເຫັນວ່າ: ໃນສົກຮຽນ 2015-2016 ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໄດ້ພັດທະນາການສຶກສາຕາມແຜນພັດທະນາຂອງກະຊວງສຶກສາທິການ ແລະ ກິລາ ວາງອອກແນໃສ່ການພັດທະນາການສຶກສາໃນໂຮງຮຽນໄປຕາມ 5 ຫລັກມູນການສຶກສາຄື: ຄຸນສົມ ບັດສຶກສາ, ປັນຍາສຶກສາ, ພາລະສຶກສາ ແລະ ແຮງານສຶກສາ ທົ່ວນະຄອນຫລວງວຽງຈັນ ມີຜົນ ສຳເລັດຂອງການຮຽນ-ການສອນ ການເຄື່ອນໄຫວນອກຫລັກສູດ, ເຊິ່ງສາມາດຍາດໄດ້ຜົນງານດັ່ງນີ້: ວຽກງານລ້ຽງເດັກ ປດຈຸບັນມີໂຮງຮຽນລ້ຽງເດັກ ແລະ ອະນຸບານທັງໝົດ 319 ແຫ່ງ, ສ່ວນພາກເອກກະຊົນ ມີທັງໝົດ 223 ແຫ່ງ ກວມເອົາ 69,91% ຂອງຈຳນວນໂຮງຮຽນທັງໝົດ ແລະ ໂຮງຮຽນປະຖົມສຶກສາທັງໝົດ 523 ແຫ່ງ, ໂຮງຮຽນເອກກະຊົນ 143 ແຫ່ງ ສຳລັບໂຮງຮຽນມັດທະຍົມສຶກສາປັດຈຸບັນມີທັງໝົດ 156 ແຫ່ງ (ໃນນັ້ນ ລວມທັງໂຮງຮຽນສົງ 6 ແຫ່ງ), ມີມໍປາຍ 10 ແຫ່ງ ແລະ ມັດທະຍົມສົມບູນ 78 ແຫ່ງ, ໃນນັ້ນສາມາດສົ່ງນັກຮຽນເກັ່ງຂອງນະຄອນຫລວງວຽງຈັນ ເຂົ້າການສອບເສັງນັກຮຽນເກັ່ງທົ່ວປະເທດ ແລະ ສາມາດຍາດໄດ້ອັນດັບ 1 ຈຳນວນ 2 ວິຊາຄື: ເຄມີສາດ ແລະ ຟີຊິກສາດ ແລະ ອັນດັບ  2 ວິຊາພາສາລາວ-ວັນນະຄະດີ,ເນື່ອງໃນໂອກາດວັນເດັກນ້ອຍສາກົນ ປີນີ້ທາງພະແນກເຮົາຈຶ່ງໄດ້ຈັດກິດຈະກຳເພື່ອໃຫ້ເດັກນ້ອຍມີຄວາມກ້າສະແດງອອກໃນເທິງເວທີ ແລະ ກ້າສະແດງອອກກັບໝູ່ເພື່ອນຫລາຍໆຄົນ.

ຂ່າວຈາກ: ພັດທະນາລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...