Homeຂ່າວການພັດທະນາຂໍ້ມູນຄາດເຄື່ອນ! ຈະລາຈອນ ນ.ວ ຊີ້ແຈງ ປັບໃໝ 10 ເທົ່າຂ່າວລືແທ້! ແຕ່ຍັງຫ້າມລ້ຽວຂວາຢູ່ໄຟແດງ!

ຂໍ້ມູນຄາດເຄື່ອນ! ຈະລາຈອນ ນ.ວ ຊີ້ແຈງ ປັບໃໝ 10 ເທົ່າຂ່າວລືແທ້! ແຕ່ຍັງຫ້າມລ້ຽວຂວາຢູ່ໄຟແດງ!

Published on

ອີງຕາມການລາຍງານຂອງ ໜັງສືພິມລາຍວັນ ບາງສະບັບວັນທີ 31 ພຶດສະພາ 2016 ລະບຸວ່າ ການທີ່ບໍ່ສາມາດລ້ຽວຂວາໄດ້ ຖ້າບໍ່ມີໄຟສັນຍານ ຊຶ່ງຜູ້ລະເມີດຈະຖືກປັບໃໝ 10 ເທົ່າ ແມ່ນເປັນພຽງຂ່າວລືເທົ່ານັ້ນ ຊຶ່ງໃນຄວາມຈິງແລ້ວ ແມ່ນຍັງສາມາດລ້ຽວໄດ້ ຕາມປົກກະຕິຄືເກົ່າ, ພາຍຫລັງໄດ້ມີການເຜີຍແຜ່ ເນື້ອໃນຂ່າວດັ່ງກ່າວນີ້ ລົງໃນເວັບໄຊ ແລະ ສື່ອອນລາຍຢ່າງກວ້າງຂວາງ ໄດ້ເຮັດໃຫ້ສັງຄົມມີຄວາມສັບສົນພໍສົມຄວນ ລະຫວ່າງການຫ້າມລ້ຽວຂວາ ແລະ ຂ່າວສາມາດລ້ຽວໄດ້ປົກກະຕິ ວ່າອັນໃດເປັນຂ່າວລື ແລະ ອັນໃດເປັນຂ່າວແທ້.

ເພື່ອແກ້ໄຂຂໍ້ຂ້ອງໃຈ ແລະ ຄວາມສັບສົນຂອງສັງຄົມ ທີມຂ່າວລາວໂພສຕ໌ ໄດ້ຕິດຕໍ່ຂໍສຳພາດ ທ່ານ ພັນຕີ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ຊຶ່ງທ່ານໄດ້ຢັ້ງຢືນວ່າ ການຫ້າມລ້ຽວຂວາຕາມໃຈ ໂດຍຜູ້ລະເມີດຈະຖືກປັບໃໝ 10 ເທົ່ານັ້ນ ແມ່ນບໍ່ມີມູນຄວາມຈິງ ແລະ ເປັນຂ່າວລືແທ້, ແຕ່ຕ້ອງແຍກໃຫ້ອອກວ່າ ອັນທີ່ເປັນຂ່າວລື ແມ່ນການປັບໃໝ 10 ເທົ່າ ແມ່ນເຈົ້າໜ້າທີ່ບໍ່ໄດ້ໃໝ, ສ່ວນການຫ້າມລ້ຽວຂວາຕະຫລອດ ຢູ່ຕາມແຍກຕ່າງໆນັ້ນ ແມ່ນເຈົ້າໜ້າທີ່ໄດ້ຫ້າມແທ້ ໂດຍໃຫ້ປະຕິບັດຕາມສັນຍານຂອງໄຟອຳນາດ ຊຶ່ງການນຳສະເໜີຂ່າວ ຂອງສື່ມວນຊົນທີ່ລະບຸວ່າ ຍັງສາມາດລ້ຽວຂວາໄດ້ປົກກະຕິຄືເກົ່າ ແມ່ນເປັນຂໍ້ມູນທີ່ຄາດເຄື່ອນຈາກຕົວຈິງ.

ພັນຕີ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ (ພາບຈາກ: ຂປລ)
ພັນຕີ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ (ພາບ: ຂປລ)

ທ່ານ ພັນຕີ ສັງຄົມ ໄດ້ເວົ້າວ່າ ປັດຈຸບັນທາງພະແນກຈະລາຈອນ ແລະ ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ດຳເນີນການຮື້ຖອນປ້າຍ ລ້ຽວຂວາຜ່ານຕະຫລອດ ຢູ່ຕາມຈຸດແຍກຕ່າງໆ ແລະ ໄດ້ມີການລົງໂຄສະນາເຜີຍແຜ່ ໃຫ້ຜູ້ຂັບຂີ່ສາມາດຈອດລົດ ຢູ່ຊ່ອງທາງສັນຈອນເບື້ອງຂວາສຸດ ໃນເວລາຢຸດລໍຖ້າຢູ່ຕາມໄຟແດງແຫ່ງຕ່າງໆໄດ້ ແລ້ວໃຫ້ປະຕິບັດຕາມໄຟສັນຍານຄື ຖ້າຫາກແຍກໃດມີໄຟສັນຍານ ທີ່ເປັນໄຟຂຽວລູກສອນຊີ້ໃຫ້ລ້ຽວຂວາ ຈຶ່ງສາມາດລ້ຽວຂວາໄດ້, ສ່ວນກໍລະນີອື່ນໆ ແມ່ນໄຟແດງຕ້ອງຢຸດຈອດລົດໝົດ ບໍ່ອະນຸຍາດໃຫ້ລ້ຽວເດັດຂາດ.

ປັດຈຸບັນເຈົ້າໜ້າທີ່ຈະລາຈອນ ໄດ້ນຳໃຊ້ມາດຕະການ ຕໍ່ຜູ້ລ່ວງລະເມີດລ້ຽວຂວາຕາມໃຈ ດ້ວຍການສຶກສາອົບຮົມ ແລະ ກ່າວເຕືອນເທົ່ານັ້ນ ຍັງບໍ່ທັນມີມາດຕະການປັບໃໝໃດໆເທື່ອ, ເນື່ອງຈາກເປັນຂໍ້ຫ້າມໃໝ່ ສັງຄົມຍັງບໍ່ທັນລຶ້ງເຄີຍ. ແນວໃດກໍຕາມ, ໃນອະນາຄົດ ແມ່ນຈະປະຕິບັດຕາມ ດຳລັດເລກ​ທີ 188/​ນຍ ວ່າ​ດ້ວຍ​ການ​ປັບ​ໃໝ ຕໍ່​ຜູ້​ລະເມີດ​ກົດ​ລະບຽບ​ການ​ສັນຈອນ ຢ່າງເຂັ້ມງວດ, ແຕ່ການປັບໃໝ ກໍຈະຢູ່ພາຍໃນຂອບເຂດ ຂໍ້ກຳນົດຂອງດຳລັດສະບັບດັ່ງກ່າວ ໂດຍບໍ່ມີການຄູນ 10 ເທົ່າ ຄືດັ່ງຂ່າວລືແຕ່ປະການໃດ, ການປັບໃໝຄູນ 10 ເທົ່ານັ້ນ ມັນເປັນຄົນລະເລື່ອງກັນ ຊຶ່ງອັນນັ້ນແມ່ນການ​ລະເມີດ​ໃດ​ ທີ່​ມັນ​ແຕະຕ້ອງ​ເຖິງ​ລະບຽບ ຫຼື ມະຕິ 03 ຂອງ​ອົງການ​ປົກຄອງ ນະຄອນຫລວງວຽງຈັນ ​ຕົວຢ່າງເຊັ່ນ: ການ​ຈອດລົດຢຽບ​ເສັ້ນ​ມ້າ​ລາຍ, ຈອດ​ເສັ້ນທາງ​ຂອບ​ຂາວ​ແດງ, ຈອດ​ບ່າ​ທາງ ຫຼື ຈອດ​ບ່ອນ​ທີ່​ກີດຂວາງ​ການ​ຈະລາຈອນ ແລະ ອື່ນໆ ແມ່ນເຈົ້າ​ໜ້າທີ່​ ຕ້ອງ​ໄດ້​ປະຕິບັດຕາມ​​ການ​ປັບ​ຄູນ 10 ເທົ່າແທ້.

ສະນັ້ນ, ຕ້ອງແຍກໃຫ້ອອກວ່າ ການຫ້າມລ້ຽວຂວາຕາມໃຈ ແລະ ໃຫ້ປະຕິບັດຕາມໄຟອຳນາດ ແມ່ນເຈົ້າໜ້າທີ່ຫ້າມແທ້ ຮຽກຮ້ອງໃຫ້ສັງຄົມ ປະຕິບັດຕາມຢ່າງເຂັ້ມງວດ ໂດຍເບື້ອງຕົ້ນຜູ້ລະເມີດ ຈະຖືກເຈົ້າໜ້າທີ່ສຶກສາອົບຮົມ ແລະ ຕັກເຕືອນ, ສ່ວນການປັບໃໝ 10 ເທົ່າຕໍ່ກັບກໍລະນີລະເມີດນີ້ ແມ່ນເປັນຂ່າວລື ບໍ່ມີມູນຄວາມຈິງ.

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...