Homeຂ່າວທ້ອງຖິ່ນລັດວິສາຫະກິດໄຟຟ້າລາວ ຂໍສະແດງຄວາມຮັບຜິດຊອບຕໍ່ຫາງສຽງຄ່າໄຟຟ້າແພງຂຶ້ນຜິດປົກກະຕິ

ລັດວິສາຫະກິດໄຟຟ້າລາວ ຂໍສະແດງຄວາມຮັບຜິດຊອບຕໍ່ຫາງສຽງຄ່າໄຟຟ້າແພງຂຶ້ນຜິດປົກກະຕິ

Published on

ໃນຕອນແລງຂອງວັນທີ 30 ພຶດສະພາ 2016 ນີ້, ທ່ານ ສີສະຫວາດ ທິຣະວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ບັນນາທິການ ຂ່າວສານປະເທດລາວ ເພື່ອສະແດງຄວາມຮັບຜິດຊອບ ຕໍ່ກໍລະນີຄ່າໄຟຟ້າແພງຂຶ້ນຢ່າງຜິດປົກກະຕິ ວ່າ: ນັ້ນ ບໍ່ແມ່ນຍ້ອນການຂຶ້ນລາຄາຂອງໄຟຟ້າໂດຍລຳພັງ, ເຊິ່ງແມ່ນຍ້ອນຄວາມຜິດພາດ ທາງດ້ານເຕັກນິກການພິມໃບເກັບເງິນຄ່າໄຟຟ້າປະຈຳເດືອນຂອງລັດວິສາຫະກິດໄຟຟ້າລາວເອງທີ່ບໍ່ແທດເໝາະກັບບໍລິມາດການນຳໃຊ້ກະແສໄຟຟ້າຕົວຈິງ ແລະ ຍ້ອນຄວາມລະເລີງຕໍ່ຫນ້າທີ່ວຽກງານ ຂອງພະນັກງານຈຳນວນຫນຶ່ງ, ບວກກັບສະພາບອາກາດຮ້ອນແຮງຂຶ້ນ ໄດ້ເຮັດໃຫ້ການນຳໃຊ້ກະແສໄຟຟ້າຂອງສັງຄົມເພີ່ມຫລາຍຂຶ້ນສອງເທົ່າເມື່ອທຽບກັບໄລຍະປົກກະຕິ,ຈິ່ງເຮັດ ໃຫ້ມີຫາງສຽງຕ່າງໆຂອງສັງຄົມເກີດຂຶ້ນ ແລະ ຕໍ່ບັນຫານີ້ທ່ານ ຜູ້ອຳນວຍການໃຫຍ່ກໍໄດ້ສະແດງຄວາມຂໍໂທດຢ່າງຈິງໃຈຕໍ່ ຜູ້ນຳໃຊ້ໄຟຟ້າ ແລະສັງຄົມວ່າ: ໃນນາມຜູ້ຮັບຜິດຊອບລັດວິສາຫະກິດໄຟຟ້າລາວຈະອອກແຮງກໍ່ສ້າງວຽກງານຕົນໃຫ້ມີຄຸນນະພາບ ແລະ ປະສິດທິຜົນດີຂຶ້ນ ເພື່ອຮັບໃຊ້ປະຊາຊົນ ແລະ ສັງຄົມໃຫ້ດີຂຶ້ນກ່ວາເກົ່າ, ຊຶ່ງສະເພາະຫນ້ານີ້ໂດຍປະຕິບັດຕາມຄຳສັ່ງແນະນຳຂອງທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຈັດຕັ້ງກັນລົງກວດກາສະພາບຄວາມເປັນຈິງຂອງກົງເຕີໄຟຟ້າຢູ່ແຕ່ລະຄົວເຮືອນທີ່ມີການສົງໃສໃຫ້ສຳເລັດ ແລະ ແກ້ໄຂໃຫ້ຖືກຕ້ອງເພື່ອບໍ່ອັບປະໂຫຽດຂອງທັງສອງຝ່າຍຄືຜູ້ສະຫນອງ ແລະ ຜູ້ຊົມໃຊ້ໄຟຟ້າຊຶ່ງປັດຈຸບັນ ໄຟຟ້າລາວໄດ້ລົງສົມທົບກັບໄຟຟ້ານະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ເລີ່ມລົງກວດກາໃນເບື້ອງຕົ້ນ ແລະ ສາມາດແກ້ໄຂຄວາມຜິດພາດ ເກີດຂຶ້ນຕໍ່ ຜູ້ໃຊ້ໄຟຟ້າແລ້ວເກືອບ 50 ກໍລະນີ, ໃນນັ້ນຫລາຍກ່ວາຫມູ່ແມ່ນຢູ່ເມືອງ ສີໂຄດຕະບອງ, ຖັດລົງມາແມ່ນເມືອງຈັນທະບູລີ ແລະ ເມືອງສີສັດຕະນາກ, ຕໍ່ມາແມ່ນເມືອງ ໄຊເສດຖາ. ທ່ານ ຜູ້ອຳນວຍການເວົ້າເນັ້ນວ່າ: ໃນໂອກາດນີ້ກໍຂໍຮຽກຮ້ອງໃຫ້ປະຊາຊົນຜູ້ໃຊ້ໄຟຟ້າທີ່ເຫັນວ່າບິນເກັບເງິນຄ່າກະແສໄຟຟ້າທີ່ມີຄວາມຜິດປົກກະຕິດັ່ງກ່າວກໍຈົ່ງຮີບຮ້ອນນຳເຂົ້າມາສະເຫນີຕໍ່ຂະແຫນງກ່ຽວຂ້ອງຂອງລັດວິສາຫະກິດໄຟຟ້າລາວໂດຍໄວ ແລະ ພ້ອມນີ້ເບື້ອງຄະນະກວດກາສະເພາະກິດກໍຈະລົງກວດກາຄວາມເປັນຈິງດັ່ງກ່າວໃຫ້ສຳເລັດໂດຍໄວທີ່ສຸດ ເພື່ອບໍ່ໃຫ້ມີຫາງສຽງທີ່ບໍດີ ເກີດຂຶ້ນ ແລະ ໃນຂະນະດຽວກັນກໍໄດ້ຕັກເຕືອນໃຫ້ພະນັກງານໄຟຟ້າຈໍານວນໜື່ງຈົ່ງ ມີການປະພຶດທີ່ດີຕໍ່ປະຊາຊົນຜູ້ມາໃຊ້ບໍລິການໃຫ້ດີກ່ວາເກົ່າ.

ທ່ານຜູ້ອຳນວຍການໃຫຍ່ ເວົ້າຢໍ້າວ່າ: ນີ້ໄດ້ເປັນບົດຮຽນອັນເລິກເຊິ່ງຕໍ່ກັບຂະແຫນງ ໄຟຟ້າພວກເຮົາ, ດັ່ງນັ້ນໃນສະເພາະຫນ້າ ແລະ ຍາວນານ ທາງລັດວິສາຫະກິດໄຟຟ້າລາວ ກໍຈະສຸມໃສ່ປັບປຸງຕົນເອງຢ່າງຮອບດ້ານໃຫ້ສົມກັບວ່າເປັນຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ ແລະ ສະເພາະຫນ້ານີ້ ທາງລັດວິສາຫະກິດໄຟຟ້າລາວ ຈະຫັນໄປນຳໃຊ້ກົງເຕີນັບໄຟທີ່ທັນສະໄຫມເພື່ອການຈົດນັບ ແລະ ລາຍງານການນຳໃຊ້ໄຟຟ້າຂອງປະຊາຊົນໄດ້ຢ່າງວ່ອງໄວທັນການ ແລະ ມີຄວາມຖືກຕ້ອງຊັດເຈນສູງ, ເພື່ອຫລີກເວັ້ນການຈົດນັບຂອງພະນັກງານ ຊຶ່ງອາດກໍໃຫ້ເກີດຄວາມຜິດພາດຕ່າງໆ ເກີດຂຶ້ນກໍເປັນໄດ້.

ທ່ານຜູ້ອຳນວຍການໃຫຍ່ ແຈ້ງໃຫ້ຮູ້ວ່າ: ໃນໄລຍະສະພາບອາກາດຮ້ອນແຮງນີ້ທາງໄຟຟ້າລາວໄດ້ເກື້ອກູນຂອງຍອດຜູ້ນຳໃຊ້ໄຟຟ້າແຕ່ 0-25 ກິໂລວັດໂມງ ເປັນມູນຄ່າຫລາຍກ່ວາ 154 ຕື້ກີບໃນປີ 2015 ແລະ ຄິດປະມານເພີ່ມຂື້ນເປັນ 180 ຕື້ກີບ ໃນປີ 2016 ແລະ ເກື້ອກູນການຜະລິດກະສິກຳ(ຊົນລະປະທານ) ຫລາຍເຖິງ 9,8 ຕື້ກີບ ໃນຂະນະທີ່ຍອດຜູ້ນໍາໃຊ້ກະແສໄຟຟ້າແຕ່ລະປີເພີ່ມຂຶ້ນປະມານ 2 ເທົ່າຕົວ ໃນເດືອນ 4-5 ຖ້າທຽບໃສ່ເດືອນ 3 ຜ່ານມາຂອງປີນີ້ ແລະ ມີກຳລັງການຊົມໃຊ້ສູງເຖິງ 1.008 ເມກາວັດ, ໃນນັ້ນຂົງເຂດອຸດສາຫະກຳກວມເອົາປະມານ 51% ຂອງການຊົມໃຊ້ໄຟຟ້າທັງຫມົດ ແລະ ປັດຈຸບັນທົ່ວປະເທດເຮົາມີເຂື່ອນ ແລະ ໂຮງຜະລິດໄຟຟ້າທັງຫມົດ 46 ແຫ່ງລວມມີກຳລັງຕິດຕັ້ງທັງໝົດ 6.308 ເມກາວັດ ແຕ່ຜະລິດໄຟຟ້າຮັບໃຊ້ພາຍໃນປະເທດພຽງແຕ່ 2.100 ເມກາວັດ ຊື່ງເປັນເຂື່ອນຂອງເອກະຊົນ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນ, ໃນຊ່ວງລະດູແລ້ງສາມາດຜະລິດໄຟໄດ້ພຽງແຕ່ 700 ເມກາວັດ ດັ່ງນັ້ນ ຈະຕ້ອງໄດ້ຊື້ກະແສໄຟຟ້າຈາກປະເທດໄທ, ສສ ຫວຽດນາມ ແລະ ສປ ຈີນຕື່ມອີກປະມານ 300 ເມກາວັດ ເພື່ອໃຫ້ສາມາດຕອບສະຫນອງຄວາມຕ້ອງການຂອງການຊົມໃຊ້ຢູ່ພາຍໃນປະເທດ ແລະ ມາຮອດປັດຈຸບັນມີຫລາຍກ່ວາ 91%ຂອງຄົວເຮືອນໃນທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າປົກກະຕິແລ້ວ, ໃນນັ້ນ 91% ແມ່ນຢູ່ພາຍໃຕ້ການຄຸ້ມຄອງຜະລິດຂອງລັດວິສາຫະກິດໄຟຟ້າລາວ, ແລະ ມີພຽງແຕ່0,1% ແມ່ນຂຶ້ນກັບການຄຸ້ມຄອງຂອງແຂວງ ແລະ ບາງອົງການທີ່ກ່ຽວຂ້ອງອື່ນໆ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...