Homeຂ່າວຕ່າງປະເທດພົບວັດຖຸຕ້ອງສົງໄສຢູ່ທຳນຽບຂາວ ເຈົ້າໜ້າທີ່ອາເມຣິກາ ສັ່ງປິດທຳນຽບດ້ານທິດເໜືອ!

ພົບວັດຖຸຕ້ອງສົງໄສຢູ່ທຳນຽບຂາວ ເຈົ້າໜ້າທີ່ອາເມຣິກາ ສັ່ງປິດທຳນຽບດ້ານທິດເໜືອ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ພຶດສະພານີ້ວ່າ ກອງປ້ອງກັນປະທານາທິບໍດີ ຫລື Secret Service (SS) ຂອງສະຫະລັດອາເມຣິກາ ໄດ້ອອກຄຳສັ່ງປິດທາງເຂົ້າອອກ ໃນເຂດພື້ນທີ່ເບື້ອງທິດເໜືອ ຂອງທຳນຽບປະທານາທິບໍດີ ຫລື ທຳນຽບຂາວ ທີ່ນະຄອນຫລວງວໍຊິງຕັນ ດີຊີ ຫລັງຈາກກວດພົບວັດຖຸຖືກສົງໄສ ໃນມື້ວານນີ້ (30 ພຶດສະພາ 2016) ຊຶ່ງກົງກັບວັນພັກລັດຖະການ ວັນນັກຮົບເກົ່າຂອງອາເມຣິກາ.

ແຫລ່ງຂ່າວລາຍງານວ່າ ມີຜູ້ຍິງຄົນໜຶ່ງ ໄດ້ໂຍນວັດຖຸຖືກສົງໄສດັ່ງກ່າວ ຂ້າມຮົ້ວເຂົ້າໄປເຂດທຳນຽບຂາວ ກ່ອນທີ່ຈະຖືກເຈົ້າໜ້າທີ່ຄວບຄຸມຕົວ, ພ້ອມນັ້ນ ບັນດານັກຂ່າວທີ່ເຂົ້າໄປພາຍໃນທຳນຽບຂາວ ກໍຖືກຄຳສັ່ງ ຫ້າມອອກຈາກພື້ນທີ່ ໂດຍບໍ່ໄດ້ຮັບອະນຸຍາດເຊັ່ນດຽວກັນ.  ແນວໃດກໍຍາມ, ເຈົ້າໜ້າທີ່ອາເມຣິກາ ຍັງບໍ່ທັນມີການເປີດເຜີຍຂໍ້ມູນ ກ່ຽວກັບວັດຖຸຕ້ອງສົງໄສດັ່ງກ່າວ ແຕ່ຢ່າງໃດ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...