Homeຂ່າວຕ່າງປະເທດຫວຽດນາມວາງແຜນ ລົງທຶນ 5.5 ຕື້ໂດລາ ຂະຫຍາຍສະໜາມບິນຮາໂນ້ຍ ເພີ່ມຂຶ້ນອີກ 2 ເທົ່າ!

ຫວຽດນາມວາງແຜນ ລົງທຶນ 5.5 ຕື້ໂດລາ ຂະຫຍາຍສະໜາມບິນຮາໂນ້ຍ ເພີ່ມຂຶ້ນອີກ 2 ເທົ່າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ພຶດສະພານີ້ວ່າ ຫວຽດນາມກຳລັງວາງແຜນ ໂຄງການຂະຫຍາຍ ສະໜາມບິນສາກົນໂນຍບ່າຍ ນະຄອນຫລວງຮ່າໂນ້ຍ ໃຫ້ມີຂີດຄວາມສາມາດເພີ່ມຂຶ້ນ 2 ເທົ່າ ໂດຍມີສັກກະຍະພາບ ໃຫ້ສາມາດຮອງຮັບຜູ້ໂດຍສານ 50 ລ້ານຄົນຕໍ່ປີ ພາຍໃນປີ 2030 ດ້ວຍມູນຄ່າລົງທຶນ 5.5 ຕື້ໂດລາ ຊຶ່ງໃນປັດຈຸບັນນີ້ ອາຄານຜູ້ໂດຍສານຫລັງທີ 2 ຂອງສະໜາມບິນດັ່ງກ່າວ ແມ່ນມີຂີດຄວາມສາມາດ ຮອງຮັບຜູ້ໂດຍສານໄດ້ເຖິງ 25 ລ້ານຄົນຕໍ່ປີ.

ທັງນີ້ ການຂົນສົ່ງໂດຍສານທາງອາກາດຂອງຫວຽດນາມ ໄດ້ຂະຫຍາຍຕົວສູງຂຶ້ນ 7.9% ໃນປີ 2015 ຜ່ານມາ ດ້ວຍຕົວເລກຜູ້ໂດຍສານເຖິງ 20.7 ລ້ານຄົນ, ໃນຂະນະທີ່ພຽງ 5 ເດືອນຕົ້ນປີ 2016 ນີ້ ຕົວເລກການຂະຫຍາຍຕົວ ໄດ້ເພີ່ມຂຶ້ນໄປເຖິງ 30.9% ດ້ວຍປະລິມານຜູ້ໂດຍສານ 17 ລ້ານຄົນ ຕາມການລາຍງານຂອງ ລັດຖະບານຫວຽດນາມ.

 

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...