Homeຂ່າວທ້ອງຖິ່ນແຂວງວຽງຈັນ ຊັບຊ້ອນພະນັກງານການນຳ ຫລາຍຕຳແໜ່ງ!

ແຂວງວຽງຈັນ ຊັບຊ້ອນພະນັກງານການນຳ ຫລາຍຕຳແໜ່ງ!

Published on

ຂປລ. ​​ວັນ​ທີ 30 ພຶດສະພາ​ນີ້, ແຂວງວຽງຈັນ ໄດ້ຈັດ​ພິທີປະກາດ ຊັບຊ້ອນພະນັກງານການນຳຫລາຍຕຳແໜ່ງ ເພື່ອໃຫ້ມີຄວາມແທດເໜາະ ກັບໜ້າວຽກ ​ແລະ ເໝາະກັບຄວາມຮູ້ຄວາມສາດມາດ ແນໃສ່ຮັບປະກັນ ໃຫ້ການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.

ໃນ​ພິທີ ທ່ານ ອຸ່ນແສງ ແກ້ວດາວັນ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ​ ເປັນ​ຕົ້ນ ​ແມ່ນ​ແຕ່ງ​ຕັ້ງ ທ່ານ ບົວລຳແພງ ວາງປະດິດ ເປັນຮອງປະທານກຳມະບານແຂວງ, ທ່ານ ສົມຄິດ ອິນທະວົງ ເປັນອຳ ນວຍການໂຮງຮຽນການເມືອງ–ການປົກຄອງ, ທ່ານ ຫຸມພັນ ເມືອງແສນ, ທ່ານ ທອງວັນ ຈັນທະລາ ເປັນຮອງອຳນວຍການ ໂຮງຮຽນການເມືອງ–ການປົກຄອງ, ທ່ານ ວໍລະສອນ ອັກຄະສອນ ​ແລະ ທ່ານ ພູຄຳ ສຸດທິຈັກ ເປັນຮອງຫົວໜ້າ ຫ້ອງວ່າການປົກຄອງແຂວງ, ທ່ານ ສົມສະນິດ ແສງທອງ ເປັນຫົວໜ້າພະແນກ ການຕ່າງປະເທດ, ທ່ານ ສັນຕິພາບ ວິລະເກດ ເປັນຮອງຫົວໜ້າ ພະແນກການຕ່າງປະເທດ, ທ່ານ ພັທ ສົມປອງ ຄຳສີດາ, ທ່ານສອນໄຊ ລວງອາໄພ, ທ່ານ ທອງດຳ ສີວິໄລລັກ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ແສງແກ້ວ ສູນທະວົງສາ ແລະ ທ່ານ ແສງທຳ ອະໄພຍະລາດ ເປັນຮອງຄະນະໂຄສະນາອົບຮົມແຂວງ, ​ແຕ່ງຕັ້ງທ່ານ ທ່ອນຄຳ ສີຫາລາດ ແລະ ທ່ານ ຈັນທະວົງ ບົວລະພັນ ເປັນຮອງຄະນະໂຄສະນາອົບຮົມ ແຂວງວຽງຈັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...