Homeຂ່າວທ້ອງຖິ່ນບ້ານຊ່ວຍເຫລືອເດັກກຳພ້າ (SOS) ຈັດກິດຈະກຳວັນເດັກນ້ອຍສາກົນ ຄົບຮອບ 25 ປີ

ບ້ານຊ່ວຍເຫລືອເດັກກຳພ້າ (SOS) ຈັດກິດຈະກຳວັນເດັກນ້ອຍສາກົນ ຄົບຮອບ 25 ປີ

Published on

ເນື່ອງໃນໂອກາດສະເຫລີມສະຫລອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ຄົບຮອບ 25 ປີ, ດັ່ງນັ້ນ ບ້ານຊ່ວຍເຫລືອເດັກກຳພ້າ (SOS) ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກິດຈະກຳເພື່ອເປັນການສະເຫລີມສະ ຫລອງວັນດັ່ງກ່າວຂຶ້ນໃນວັນທີ 30 ພຶດສະພານີ້, ຢູ່ບ້ານຊ່ວຍເຫລືອເດັກກຳພ້າ ນະຄອນ ຫລວງວຽງຈັນ, ໃຫ້ມີຂະບວນການຟົດຟື້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ມີທ່ານອຳນວຍການ, ຮອງອຳນວຍການ, ຄູ-ອາຈານ ແລະ ນັກຮຽນຂອງໂຮງງານດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍ.

725

ພາຍໃນງານ ຍັງໄດ້ມີນ້ອງນັກຮຽນຊັ້ນອະນຸບານ ປະກອບສ່ວນຮ້ອງເພັງ, ຂັບລຳ ແລະ ຟ້ອນລວມໝູ່ຍິງ-ຊາຍ ເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ຜູ້ເຂົ້າຮ່ວມ, ຫລັງຈາກນັ້ນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ນຳເອົາເຄື່ອງກິລາ, ເຂົ້າໜົມ ແລະ ນົມ ມອບໃຫ້ນ້ອງນັກຮຽນອະນຸບານໂຮງຮຽນດັ່ງກ່າວ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ເດັກນ້ອຍຜູ້ທີ່ຂາດຄວາມອົບອຸ່ນຈາກຜູ້ປົກຄອງ, ໂດຍສະເພາະຜູ້ເປັນພໍ່ ແລະ ແມ່ຂອງພວກເຂົາເຈົ້າ.

726

ທ່ານນາງ ຄຳເມິງ ພັນທະວົງ ຜູ້ບໍລິຫານໂຮງຮຽນອະນຸບານ ບ້ານຊ່ວຍເຫລືອເດັກກຳພ້າ ໃຫ້ຮູ້ວ່າ: ໂຮງຮຽນອະນຸບານແຫ່ງນີ້ ເປັນໂຮງຮຽນລ້ຽງເດັກກຳພ້າ ນັບແຕ່ອາຍຸ 2-5 ປີ, ເຊິ່ງລວມມີ 4 ຫ້ອງຮຽນ, ມີອາຈານສອນທັງໝົດ 6 ຄົນ, ຊຶ່ງນ້ອງນັກຮຽນທຸກຄົນແມ່ນຈະໄດ້ຮ່ຳຮຽນໜັງສື ເປັນພາສາລາວ ແລະ ພາສາອັງກິດ ຄວບຄູ່ກັນໄປ, ໂດຍການອ່ານອອກສຽງ, ຫັດຂຽນໂຕໜັງສື ແລະ ຮັບຟັງວິທີການອ່ານຕ່າງໆ, ເຊິ່ງທັງໝົດນີ້ແມ່ນອີງຕາມປຶ້ມແບບຮຽນປະສົບການທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ, ຊຶ່ງເຫັນວ່ານັກຮຽນທີ່ຮຽນຢູ່ຊັ້ນອະນຸບານທຸກຄົນແມ່ນໄດ້ຮັບຄວາມຮູ້ ແລະ ເຂົ້າໃຈເກືອບ 100%, ດັ່ງນັ້ນ ຈຶ່ງເຮັດໃຫ້ບັນຫາການບໍ່ໄດ້ໜັງສືຂອງນັກຮຽນຊັ້ນປະຖົມພົບໜ້ອຍທີ່ສຸດ, ຂະນະດຽວກັນ ກໍຍັງມີບາງຂໍ້ຫຍຸ້ງຍາກເປັນຕົ້ນ ເດັກນ້ອຍທີ່ເຂົ້າມາຮ່ຳຮຽນທຸກຄົນ ເປັນເດັກກຳພ້າ, ຊຶ່ງບໍ່ໄດ້ຮັບການສິດສອນ ແລະ ຮ່ຳຮຽນມາກ່ອນ ຈຶ່ງເຮັດໃຫ້ເດັກມີນິໃສແຂງກະດ້າງ, ບໍ່ຟັງຄວາມຄູ-ອາຈານ, ສະນັ້ນ ຄູ-ອາຈານຈຶ່ງໄດ້ເອົາໃຈໃສ່ແບບພິເສດ ເພື່ອສ້າງໃຫ້ເດັກນ້ອຍຈຳນວນນັ້ນ ເປັນເດັກຄຳຮູ້, ອ່ອນໂຍນ, ມີມາລະຍາດ ແລະ ຄຸນສົມບັດທີ່ດີເລີດ.

ບ້ານຊ່ວຍເຫລືອເດັກກຳພ້າ ( SOS ) ເປັນອົງກອນໜຶ່ງທີ່ໃຫ້ຄວາມສຳຄັນໃນການຊ່ວຍເຫລືອເດັກ, ໂດຍຖືເອົາສົນທິສັນຍາວ່າດ້ວຍການປົກປ້ອງສິດທິເດັກເປັນຫລັກໃນການລ້ຽງດູ, ສຶກສາອົບຮົມເດັກ ເພື່ອສິດປະໂຫຍດສູງສຸດຂອງເດັກ, ພ້ອມທັງການເບິ່ງແຍງລ້ຽງດູເດັກໃຫ້ໄດ້ກິນອີ່ມ, ນຸ່ງອຸ່ນ, ໄດ້ຮັບການສຶກສາທີ່ດີ ຈົນກາຍເປັນນັກຮຽນ, ນັກສຶກສາ ແລະ ພະນັກງານທີ່ມີວຽກເຮັດງານທຳທີ່ດີ.

ພາບ-ຂ່າວ: ເພັດສະໄໝ ພິມມະສອນ.

ທີ່ມາ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...