Homeຂ່າວພາຍ​ໃນກະຊວງການເງິນ ເນັ້ນເດັດດ່ຽວແກ້ໄຂຄວາມເຄັ່ງຕຶງດ້ານງົບປະມານ

ກະຊວງການເງິນ ເນັ້ນເດັດດ່ຽວແກ້ໄຂຄວາມເຄັ່ງຕຶງດ້ານງົບປະມານ

Published on

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຕອບຂໍ້ຊັກຖາມຂອງສື່ມວນຊົນພາຍຫລັງສຳເລັດກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນພຶດສະພາເມື່ອອາທິດຜ່ານມາວ່າ: ພວກເຮົາ ຈະເຂັ້ມງວດໃນການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຕ່າງໆຂອງພະນັກງານລັດຖະກອນພວກເຮົາ ທີ່ເປັນບັນຫາສຳຄັນໃນການຈັດເກັບລາຍຮັບ, ການປະຕິບັດໜ້າທີ່ຂອງພະນັກງານໃນທຸກຂົງເຂດ ໂດຍສະເພາະແມ່ນຂົງເຂດການເກັບລາຍຮັບພາສີ, ອາກອນ, ຊັບສິນ, ການຄຸ້ມຄອງການເງິນຂອງວິສາຫະກິດຂອງລັດລົງທຶນ ແລະ ອື່ນໆ .

ຂະນະທີ່ບັນຫາສໍາຄັນ ແລະ ຮີບດ່ວນທີ່ສຸດທີ່ປະຊຸມໄດ້ເນັ້ນ ໃຫ້ຂະແໜງການກ່ຽວຂ້ອງ ຄົ້ນຄວ້າ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນລະບົບຈັດເກັບລາຍຮັບ ເພື່ອຮັບປະກັນຄວາມຮັດກຸມ ແລະ ໂປ່ງໃສ. ພ້ອມກັນນີ້ ກໍ່ໃຫ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ເຈົ້າໜ້າທີ່ພາສີ-ອາກອນ ໃຫ້ຕັ້ງໜ້າປະຕິ ບັດ ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ບໍລິສຸດໂປ່ງໃສ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ບໍ່ໂປ່ງໃສ ໃນການຈັດເກັບລາຍຮັບງົບປະມານ.

ກະຊວງການເງິນຄາດວ່າແຕ່ນີ້ຫາທ້າຍປີ 2016 ແມ່ນເຮັດແນວໃດໃຫ້ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ປະຕິບັດລາຍຈ່າຍໃຫ້ໄດ້ປົກກະຕິ ໂດຍສະເພາະລາຍຈ່າຍເງິນເດືອນ, ເງິນບໍລິຫານ ແລະ ລາຍຈ່າຍຈຳເປັນຂອງລັດຖະບານ ແລະ ຄາດວ່ານັບແຕ່ປີ 2017 ເປັນຕົ້ນໄປສະພາບການຈະຄ່ອຍໆກ້າວເຂົ້າສູ່ລາຍຮັບລາຍຈ່າຍປົກກະຕິ.

 

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...