Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຫວຽດນາມ

Published on

ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນຂັ້ນ​ສູງ​ ຄະນະ​ກຳມະການ​ກວດກາສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ໄດ້​ເດີນທາງ​ມາ​ຢ້ຽມຢາມເຄື່ອນ​ໄຫວ​ແລກປ່ຽນ​ບົດຮຽນ​ຢູ່ ​ສປປ ລາວ ລະຫວ່າງ​ວັນ​ທີ 24-26 ພຶດສະພາ​ນີ້ ວັນ​ທີ 26 ພຶດສະພາ 2016 ຄະນະ​ຜູ້​ແທນ​ຂັ້ນສູງ​ນຳ​ໂດຍ​ສະຫາຍ ເຈີ່ນ ກວກ ເວື້ອງ ກຳມະການ​ກົມ​ການເມືອງສູນ​ກາງ​ພັກ ເລຂາທິການ​ສູນກາງ​ພັກ ປະທານ​ຄະນະ​ກຳ​ມະການ​ກວດກາ​ສູນ​ກາງ​ພັກ​ກອມມູ​ນິດ​ຫວຽດນາມ ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາ​ທິ​ການ​ໃຫຍ່​ ພັກ​ປະຊາຊົນ​ປະຕິ​ວັດ​ລາວ ປະທານ​ປະເທດ ທີ່​ຫ້ອງວ່າການ​ສູນ​ກາງ​ພັກ.

ໂອກາດ​ດັ່ງກ່າວ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ໄດ້​ກ່າວ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ພ້ອມທັງ​ຕີ​ລາຄາ​ສູງ​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຂອງ​ຄະນະ​ຜູ້ແທນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນເປັນ​ຢ່າງ​ຍິ່ງ ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ເພີ່ມພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດ​ຕະພາບ ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ໃຫ້​ຈະເລີນ​ງອກ​ງາມ​ຍິ່ງ​ຂຶ້ນ ເວົ້າ​ລວມ ເວົ້າ​ສະເພາະ ໃນ​ການພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ສອງ​ຄະນະກວດກາ​ສູນ​ກາງ​ພັກ​ລາວ-ຫວຽດນາມ ເປັນ​ການ​ສືບຕໍ່​ປຶກສາ​ຫາລື ແລະ ລົງ​ນາມ​ບົດ​ບັນທຶກ​ການຮ່ວມ​ມື​ສະບັບ​ໃໝ່ ທີ່​ເປັນ​ບ່ອນອີງ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ ສອງ​ຄະນະ​ກວດກາ​ສູນ​ກາງ​ພັກໃນຕໍ່ໜ້າ.

ຫຼັງ​ຈາກ​ຢ້ຽມ​ຄຳນັບ​ສະຫາຍເລຂາທິການ​ໃຫຍ່​ແລ້ວ ຄະນະຜູ້​ແທນ​ຍັງ​ໄດ້​ເຂົ້າ​ຢ້ຽມ​ຊົມ​ຫໍ​ພິ​ພິທະ​ພັນ ​ໄກສອນ ພົມວິຫານ ແລະ ສະຖານທີ່​ວັດທະນະທຳ​ຢູ່​ນະຄອນຫຼວງ​ວຽງ​ຈັນ ອີກ​ຈຳນວນ​ໜຶ່ງ.

 

ຂ່າວຈາກ: Vientiane Mai

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...