Homeຂ່າວຕ່າງປະເທດຜູ້ຊ່ຽວຊານຫລາຍປະເທດ ຮຽກຮ້ອງງົດຈັດໂອລິມປິກ ທີ່ຣີໂອ ເດີຈາເນໂຣ ສ່ຽງໄວຣັສຊິກາ ແຜ່ກະຈາຍທົ່ວໂລກ!

ຜູ້ຊ່ຽວຊານຫລາຍປະເທດ ຮຽກຮ້ອງງົດຈັດໂອລິມປິກ ທີ່ຣີໂອ ເດີຈາເນໂຣ ສ່ຽງໄວຣັສຊິກາ ແຜ່ກະຈາຍທົ່ວໂລກ!

Published on

ສຳນັກຂ່າວ AFP ລາຍງານໃນວັນທີ 28 ພຶດສະພາຜ່ານມານີ້ວ່າ ນັກວິທະຍາສາດ, ນັກວິໄຈ ແລະ ແພດ 150 ຄົນ ຈາກຫລາຍປະເທດ ໄດ້ຮ່ວມກັນລົງນາມໃນຈົດໝາຍ ຮຽກຮ້ອງໃຫ້ມີການປ່ຽນສະຖານທີ່ ຈັດການແຂ່ງຂັນ ກິລາໂອລິມປິກລະດູຮ້ອນ ຈາກນະຄອນຣີໂອ ເດີນາເນໂຣ ປະເທດບຣາຊິນ ເປັນສະຖານທີ່ອື່ນ ຫລື ໃຫ້ເລື່ອນການແຂ່ງຂັນອອກໄປກ່ອນ ເພື່ອບໍ່ໃຫ້ນັກກິລາ ແລະ ຜູ້ເຂົ້າຊົມການແຂ່ງຂັນ ຕ້ອງສ່ຽງອັນຕະລາຍ ຈາກໄວຣັສຊິກາ ທີ່ກຳລັງແຜ່ລະບາດໜັກຢູ່ພື້ນທີ່ດັ່ງກ່າວ.

ເນື້ອໃນຂອງຈົດໝາຍ ຊຶ່ງລົງນາມໂດຍຄະນະຜູ້ຊ່ຽວຊານ ຈາກສະຫະລັດອາເມຣິກາ, ອັງກິດ, ການາດາ, ນອກແວ, ຟິລິບປິນ, ຍີ່ປຸ່ນ, ບຣາຊິນ, ອາຟຣິກາໃຕ້, ຕວກກີ, ເລບານອນ ແລະ ອີກຫລາຍປະເທດ ໄດ້ລະບຸວ່າ ການຢືນຢັນທີ່ຈະຈັດໂອລິມປິກ ໃນເມືອງຣີໂອ ເດີຈາເນໂຣ ຊຶ່ງພົບຜູ້ຕິດເຊື້ອໄວຣັສຊິກາ ຫລາຍເປັນອັນດັບ 2 ໃນປະເທດບຣາຊິນ ຖືວ່າໄຮ້ຄວາມຮັບຜິດຊອບ ແລະ ຂາດຈະຣິຍະທຳ, ພວກເຮົາກຳລັງສ່ຽງໂດຍບໍ່ຈຳເປັນ ຫາກປ່ອຍໃຫ້ນັກທ່ອງທ່ຽວ ຫລາຍກວ່າ 500,000 ຄົນທົ່ວໂລກ ເດີນທາງໄປຊົມການແຂ່ງຂັນ ແລະ ນຳເຊື້ອກັບໄປແຜ່ຢູ່ປະເທດຂອງຕົນ ຈົນເກີດການລະບາດຂຶ້ນມາ.

ແນວໃດກໍຕາມ ອົງການອະນາໄມໂລກ ຫລື WHO ໄດ້ອອກມາຖະແຫລງໃນເດືອນນີ້ວ່າ ໃນໄລຍະ 5-18 ສິງຫາ 2016 ຈະມາເຖິງນີ້ ທີ່ເປັນມື້ແຂ່ງຂັນກິລາໂອລິມປິກ ແລະ ພາຣາລິມປິກ ທີ່ນະຄອນຣິໂອ ເດີນາເນໂຣ ແມ່ນຢູ່ໃນໄລຍະລະດູໜາວຂອງບຣາຊິນ ຊຶ່ງຍຸງມີອັດຕາການແຜ່ພັນຕ່ຳ ແລະ ມີໂອກາດທີ່ເຊື້ອໄວຣັສຊິກາ ຈະລະບາດມີໜ້ອຍກວ່າ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...