spot_img
Homeຂ່າວເຫດການສູນກາງແນວລາວສ້າງຊາດ ສະຫລອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ສູນກາງແນວລາວສ້າງຊາດ ສະຫລອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

Published on

ຂປລ. ສູ​ນກາງ​ແນ​ວລາວ​ສ້າງ​ຊາດ ​ໄດ້​ຈັດ​ກິດ​ຈະ​ກຳ ສະຫລອງວັນ​ເດັກນ້ອຍ​ສາກົນ 1 ມິຖຸນາ ​ແລະ ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ໃນ​ວັນ​ທີ 28 ພຶດສະພາ 2016 ນີ້, ໂດຍ​ມີ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ທ່ານ​ ພັນດວງ​ຈິດ ​ວົງສາ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ບັນດາ​ຮອງ​ປະທານ, ຫົວໜ້າ​ກົມ,​ຮອງ​ກົມ ​ແລະ ບັນດາ​ລູກຫລານ​ພະນັງານ-ລັດຖະກອນ ອ້ອມ​ຂ້າງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດເຂົ້າ​ຮ່ວມ.

ທ່ານ​ນາງ ຄຳ​ຈັນ ພົມ​ແສງ​ສະຫວັນ ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ​​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ ວັນ​ເດັກນ້ອຍ​ສາກົນ 1 ມິຖຸນາ ແລະ ວັນ​ປູກ​ຕົນ​ໄມ້​ແຫ່ງ​ຊາດ ​​ໂດຍ​ທ່ານ​ກ່າວວ່າ: ວັນ​ທີ 1 ມິຖຸນາ ​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ, ຄວາມ​ສຳຄັນທາງ​ດ້ານ​ປະຫວັດ​ສາດ​ ກ່ຽວ​ກັບ​ສິດທິ​ຂອງ​ເດັກ ​ເຊິ່ງ​ໄດ້​ມີ​ການ​ສະ​ເຫລີມສະຫລອງຢູ່​ຫລາຍ​ປະ​ເທດ ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ. ສຳລັບ ສປປ ລາວ ​ພັກ-​ລັດຖະບານ ກໍໄດ້​ໃຫ້​ຄວາມ​ສຳຄັນ ​ໂດຍ​ໄດ້​ມອບ​ໝາຍ​ໃຫ້​ອົງການ​ກ່ຽວຂ້ອງ ຈັດ​ກິດຈະກຳຕ່າງໆ ​ເພື່ອ​ສະ​ເຫລີ​ມສະຫລອງ​ໃນ​ທຸກໆ​ປີ ຈົນ​ເຖິງ​ບັນຈຸ​ບັນ.   ​

ໂອກາດ​ດັ່ງກ່າວ, ທ່ານ ​ໄຊ​ສົມ​ພອນ ພົມວິຫານ, ພ້ອມ​​ຄະນະ ກໍ​ໄດ້​ມອບ​ຂອງຂວັນ ​ໃຫ້ກັບຫລານນ້ອຍ, ລູກ​ຫລານທີ່ເຂົ້າຮ່ວມງານ ​ແລະ ພ້ອມ​ກັນ​ປູກ​ຕົ້ນ​ໄມ້ ຢູ່​ອ້ອມ​ຂ້າງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຕຶກ​ໃໝ່ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...