Homeຂ່າວການພັດທະນາພິພິທະພັນຫໍພະແກ້ວ ກຽມເປີດໃຫ້ນັກທ່ອງທ່ຽວ ເຂົ້າຊົມໃນທ້າຍປີນີ້ ຫລັງການບູລະນະໃກ້ສຳເລັດ!

ພິພິທະພັນຫໍພະແກ້ວ ກຽມເປີດໃຫ້ນັກທ່ອງທ່ຽວ ເຂົ້າຊົມໃນທ້າຍປີນີ້ ຫລັງການບູລະນະໃກ້ສຳເລັດ!

Published on

ຂປລ. ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽວ ນະຄອນຫລວງ​ວຽງຈັນ, ​ໄດ້​ຢືນ​ຢັນວ່າ ໂຄງການປະຕິສັງຂອນ​ພິພິທະ​ພັນຫໍພະ​ແກ້ວ ຄັ້ງ​ທີ 3 ​​ໄລຍະ 3 ​ເກືອບ​ສຳ​ເລັດແລ້ວ 100 ​% ພາຍຫລັງ​ໄດ້​ດຳ​ເນີນ​ການ​ມາ​ແຕ່​ ປີ 2014 ​ແລະ ຄາດ​ວ່າ ຈະ​ເປີດ​ບໍລິການໃຫ້​ມວນ​ຊົນ​ ລວມທັງ​ນັກ​ທ່ອງ​ທ່ຽວພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ທ່ຽວຊົມ ໃນ​ທ້າຍ​ປີນີ້.

ທ່ານ ຄຳ​ປະ​ດິດ ​ເຂັມ​ມານິດ ຫົວໜ້າພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽວ ນະຄອນຫລວງວຽງ​ຈັນ, ​ໄດ້​ເຜີ​ຍ​ໃຫ້​ຮູ້​ວ່າ:​ ​ພິພິທະ​ພັນຫໍພະ​ແກ້ວ ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເປັນ​ເວລາ​ດົນ​ນານ​ເກືອບ 450 ປີ ຈົນ​ກາຍ​ເປັນ​ມໍລະດົກ​ສະຖານ​ແຫ່ງ​ຊາດ​, ເວລາຜ່ານ​ໄປ 78 ປີແລ້ວ ​ເຫັນ​ວ່າ ພິພິທະ​ພັນຫໍພະ​ແກ້ວ ​ໄດ້​ຊຸດ​ໂຊມ​ລົງ ​ໂຄງ​ສ້າງ​ສະຖາປັດຕະຍາ​ກຳ ​ແລະ ຕົວ​ອາຄານ​ສ່ວນ​ໃຫຍ່​ແມ່ນ​ຜຸ​ພັງໄປ​ຕາມ​ການ​ເວລາ ​ໂດຍ​ສະ​ເພາະ​ແມ່ນ​ຫລັງຄາ ​ເຊິ່ງທັງໝົດນີ້ ​ມີ​ຄວາມ​ຈຳ​ເປັນ​ຮີບ​ດ່ວນ ຕ້ອງ​ໄດ້​ບູລະນະ​ສ້ອມ​ແປງ​ຄືນ​​ໃໝ່ ເຊິ​່ງໂຄງການ​ບູລະນະ​ປະຕິສັງຂ​ອນ ພິພິທະ​ພັນ​ຫໍພະ​ແກ້ວ ໄລຍະ 3 ແມ່ນ​ສໍາ​ເລັດ​​​ໃນ​ແຕ່ລະ​ໄລຍະໜ້າ​ວຽກ ​ຄື: ການບູລະນະ​​ຫລັງຄາ, ຕົວ​ອາຄານ ​ແລະ ພື້ນ, ​ປັດຈຸບັນ​ແມ່ນສຳ​ເລັດ​ເກືອບ 100% ເຫລືອພຽງ​ແຕ່​ຈັດສັນ​ເຄື່ອງ​ວາງ​ສະ​ແດງ​ບັນຈຸ​ພັນ, ຕົບ​ແຕ່ງ ​ແລະ ວຽກອະນາ​ໄມເລັກ​ນ້ອຍ ສຳລັບ​ໂຄງ​ຮ່າງ, ລັກສະນະ​ຮູບຊົງ ສີ​ລະ​ປະ​ລວດລາຍຕ່າງໆ ​ແມ່ນ​ຍັງ​ຮັກສາ​ຄວາມ​ສວຍ​ງາມ ​ຄົງ​ໄວ້​ເອກະລັກ​ລາວ​ລ້ານ​ຊ້າງດັ່ງ​ເດີມ ເພື່ອ​ຮັກສາ​ໃຫ້​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ​ຂ​ອງຊາດ.

ຜ່ານ​ມາ ພິພິທະ​ພັນຫໍພະ​ແກ້ວ ​ເຄີຍ​ບູລະນະ​ປະຕິສັງຂ​ອນມາ​ແລ້ວ ຄັ້ງ​ທີ I ​ໃນ​ປີ ຄສ 1816, ຄັ້ງ​ທີ II ​ໃ ນ​ປີ ຄສ 1936-1942 ​ແລະ ​ຄັ້ງ​ທີ III ​ໃນ​ ປີ 2014-2016.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...