Homeຄວາມຮູ້ກ່ຽວກັບ AECວັນເດັກນ້ອຍ ໃນ 10 ປະເທດ AEC

ວັນເດັກນ້ອຍ ໃນ 10 ປະເທດ AEC

Published on

ເພາະ “ເດັກນ້ອຍ” ຄືອະນາຄົດຂອງຊາດທີ່ຈະເຕີບໃຫຍ່ຂຶ້ນມາພັດທະນາປະເທດຊາດ ຜູ້ໃຫຍ່ຈິ່ງໃຫ້ຄວາມສຳຄັນກັບເດັກນ້ອຍ ແລະ ຈັດໃຫ້ມີວັນເດັກນ້ອຍຂຶ້ນ ເພື່ອໃຫ້ເປັນວັນທີ່ແສນພິເສດໃຫ້ກັບພວກເຂົາໃນທຸກໆປີ ເຊິ່ງກິດຈະກຳໃນວັນເດັກນ້ອຍຈະມີ: ກິດຈະກຳທີ່ສະໜຸກສະໜານ, ອົບອຸ່ນ ແລະ ໄດ້ຄວາມຮູ້ ເພື່ອເຮັດໃຫ້ພວກເຂົາເຕີບໃຫຍ່ຂຶ້ນມາເປັນຜູ້ນຳທີ່ດີ ແລະ ເປັນກຳລັງສຳຄັນຂອງປະເທດຊາດ

ວັນເດັກນ້ອຍສາກົນນີ້ຖືກສ້າງຕັ້ງຂຶ້ນໂດຍສອງອົງການລະດັບໂລກຄື: Women’s International Democratic Federation ເຊິ່ງຈັດຕັ້ງຂຶ້ນໃນປີ ພ.ສ 2493 ໄດ້ກຳນົດໃຫ້ວັນທີ 1 ມິຖຸນາຂອງທຸກປີເປັນ ວັນເດັກນ້ອຍສາກົນ International Children’s Day ແລະ ອົງການສະຫະປະຊາຊາດ ໄດ້ກຳນົດເອົາວັນທີ 20 ພະຈິກຂອງທຸກປີວັນເດັກນ້ອຍສາກົນ

ສຳລັບປະເທດລາວເຮົາ ກໍ່ໃຫ້ຄວາມສຳຄັນໃນວັນເດັກນ້ອຍສາກົນເປັນຢ່າງຍິ່ງ ນອກຈາກວັນເດັກນ້ອຍແລ້ວ ໃນວັນດຽວກັນນີ້ຍັງຖືເປັນວັນປູກຕົ້ນໄມ້ແຫ່ງຊາດອີກດ້ວຍ ດັ່ງນັ້ນເດັກນ້ອຍຈະໄດ້ມ່ວນກັບການເຮັດກິດຈະກຳຕ່າງໆ ບໍ່ວ່າຈະເປັນການສະແດງ ສີລະປະຟ້ອນ, ຮ້ອງເພງ, ການແຂ່ງຂັນກີລາ…ແລ້ວ ເດັກນ້ອຍລາວຍັງໄດ້ຮ່ວມປູກຕົ້ນໄມ້ ເຊິ່ງຖືວ່າເປັນກິດຈະກຳທີ່ສຳຄັນທີ່ສະມາຊິກໃນຄອບຄົວຈະໄດ້ຮ່ວມກັນເຮັດ

ສຳລັບປະເທດສະມາຊິກອາຊຽນ ເຖິງຈະຢູ່ໃນພາກພື້ນດຽວກັນ ແລະ ຫຼາຍປະເທດມີຫຼາຍວັດທະນະທຳທີ່ຄ້າຍຄືກັນ ແຕ່ວັນເດັກນ້ອຍຂອງແຕ່ລະປະເທດນັ້ນຈະບໍ່ແມ່ນມື້ດຽວກັນທຸກປະເທດ

  • ປະເທດໄທຈະເປັນປະເທດທຳອິດຂອງປະຊາຄົມອາຊຽນ ທີ່ຈັດງານວັນເດັກນ້ອຍຄືຈະຈັດຂຶ້ນໃນວັນເສົາຂອງອາທິດທີສອງ ໃນເດືອນມັງກອນ
  • ທາງດ້ານ ປະເທດລາວ,​ ມຽນມາ,​ ກຳປູເຈຍ ແລະ ຫວຽດນາມ ແມ່ນໄດ້ເລືອກເອົາວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນເດັກນ້ອຍຂອງປະເທດຕົນ
  • ປະເທດອິນໂດເນເຊຍ ຈະຈັດວັນເດັກນ້ອຍຂຶ້ນໃນວັນທີ 23 ກໍລະກົດຂອງທຸກປີ
  • ປະເທດສິງກະໂປ ໄດ້ເລືອກເອົາວັນສຸກທຳອິດຂອງຕົ້ນເດືອນຕຸລາເປັນວັນເດັກນ້ອຍແຫ່ງຊາດໃນທຸກໆປີ
  • ປະເທດມາເລເຊຍ ໄດ້ເລືອກເອົາວັນເສົາທ້າຍເດືອນຕຸລາເປັນວັນເດັກນ້ອຍແຫ່ງຊາດໃນທຸກໆປີ
  • ປະເທດ ຟີລິປິນ ແລະ ບຣູໄນ ໄດ້ເລືອກເອົາວັນທີ 20 ພະຈິກຂອງທຸກປີວັນເດັກນ້ອຍຂອງປະເທດຕົນ ເຊິ່ງເປັນວັນເດັກນ້ອຍສາກົນທີ່ທາງອົງການສະຫະປະຊາຊາດເປັນຜູ້ຈັດຕັ້ງຂຶ້ນ

ເຖິງແມ່ນວ່າວັນເດັກນ້ອຍຂອງແຕ່ລະປະເທດໃນສະມາຊິກອາຊຽນຈະບໍ່ແມ່ນວັນດຽວກັນທຸກປະເທດກໍ່ຕາມ ແຕ່ທຸກປະເທດກໍ່ມີກິດຈະກຳໃນວັນເດັກນ້ອຍແບບດຽວກັນ ຄື: ຈັດໃຫ້ເດັກນ້ອຍໄດ້ເຮັດກິດຈະກຳກັບຄອບຄົວ, ຄູອາຈານ ແລະ ເພື່ອນໆ ໃນງານວັນເດັກນ້ອຍຈະມີໜ່ວຍງານຕ່າງໆຈັດກິດຈະກຳຂຶ້ນບໍ່ວ່າຈະເປັນທາງພາກລັດ ແລະ ເອກະຊົນ ໂດຍມີບາງປະເທດມີກິດຈະກຳອື່ນໆເຂົ້າມາຮ່ວມນຳເຊັ່ນ: ປະເທດລາວ ນອກຈາກຈະເປັນວັນເດັກນ້ອຍແລ້ວ ຍັງເປັນວັນປູກຕົ້ນໄມ້ແຫ່ງຊາດອີກດ້ວຍ

ເຖິງແມ່ນວ່າກິດຈະກຳໃນວັນເດັກນ້ອຍຂອງແຕ່ລະປະເທດຈະມີຄວາມແຕກຕ່າງກັນແນ່ເລັກໜ້ອຍ ແຕ່ຈຸດປະສົງຂອງການຈັດງານນັ້ນແມ່ນອັນດຽວກັນ ຄືໃຫ້ຜູ້ໃຫຍ່ບໍ່ລືມຄວາມສຳຄັນຂອງເດັກນ້ອຍ ແລະ ໃຫ້ເດັກນ້ອຍເອງໄດ້ຮູ້ວ່າພວກເຂົາມີຄວາມສຳຄັນຫຼາຍພຽງໃດຕໍ່ປະເທດຊາດ ຮວມທັງການປູກຝັງຈິດສຳນຶກໃຫ້ເດັກນ້ອຍໄດ້ກາຍເປັນພົນລະເມືອງທີ່ດີຂອງຊາດ ຮູູ້ຈັກໜ້າທີ່ຕົນເອງ ຢູ່ໃນລະບຽບວິໄນ ມີຄວາມຍຶດໝັ້ນໃນສະຖາບັນຊາດ, ສາສະໜາ ແລະ ລະບົບການປົກຄອງຂອງແຕ່ລະປະເທດ.

ທີ່ມາ: http://www.tkpark.or.th/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...