Homeຂ່າວເຫດການພໍ່ນາງຕຸກຕາ ອອກມາຂໍໂທດແທນລູກສາວ

ພໍ່ນາງຕຸກຕາ ອອກມາຂໍໂທດແທນລູກສາວ

Published on

ເນື່ອງຈາກໃນໄລຍະທີ່ຜ່ານມາບໍ່ດົນກະແສສັງຄົມອອນໄລນ໌ ໄດ້ພາກັນວິພາກວິຈານເລື່ອງຄ່າຊົມໃຊ້ກະແສໄຟຟ້າແພງຜິດປົກກະຕິຢ່າງຮ້ອນເດັດເຜັດມັນ ໃນໂອກາດດັ່ງກ່າວ ມີຜູ້ໃຊ້ເຟສບຸກຜູ້ໜຶ່ງຊື່ Toukta Dlvd ເຊິ່ງເຂົ້າໃຈວ່າເປັນເຟສບຸກຂອງ ນາງ ຕຸກຕາ ໄດ້ໂພສຂໍ້ຄວາມສວນກະແສ ດ້ວຍຖ້ອຍຄຳບໍ່ສຸພາບ ແລະບໍ່ເໝາະສົມ ຈາກນັ້ນຜູ້ຄົນໃນສັງຄົມອອນໄລນ໌ ໄດ້ພ້ອມກັນສະແດງຄວາມບໍ່ພໍໃຈຕໍ່ ການສະແດງຄຳເຫັນຂອງນາງຕຸກຕາ ຈົນເກີດກະແສຕໍ່ຕ້ານວິພາກວິຈານນາງຕຸກຕາທົ່ວສັງຄົມຕ່າງໆ ນານາ ແລະໃນທີ່ສຸດ ທ່ານ ຈັນດີ ພົມມະນີວົງ ຜູ້ເປັນພໍ່ຂອງນາງຕຸກຕາໄດ້ອອກມາຂໍໂທດຜ່ານສື່ສັງຄົມອອນໄລນ໌ ແທນລູກສາວຂອງຕົນ ພ້ອມວອນສັງຄົມໃຫ້ອະໄພຕໍ່ ການຮູ້ເທົ່າບໍ່ເຖິງການແລະຂາດສະຕິຂອງລູກສາວຂອງຕົນ.

13310536_1056221241123545_7034280948234562830_n (1)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...