spot_img
Homeຂ່າວຕ່າງປະເທດສະຫລົດ! ໄຟໄໝ້ເຮືອນພັກຄົນຊະລາ ຢູ່ອູແກຣນ ເສຍຊີວິດເຖິງ 17 ຄົນ!

ສະຫລົດ! ໄຟໄໝ້ເຮືອນພັກຄົນຊະລາ ຢູ່ອູແກຣນ ເສຍຊີວິດເຖິງ 17 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ພຶດສະພານີ້ວ່າ ໃນຕອນເຊົ້າຂອງວັນອາທິດທີ 29 ພຶດສະພາ 2016 ໄດ້ເກີດເຫດໄຟໄໝ້ ອາຄານເຮືອນພັກຄົນຊະລາ ຢູ່ບ້ານແຫ່ງໜຶ່ງໃກ້ກັບນະຄອນຫລວງຄຽບ ປະເທດອູແກຣນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 17 ຄົນ ຈາກຈຳນວນຜູ້ຢູ່ອາໄສທັງໝົດ 35 ຄົນ.

ກະຊວງສະຖານະການສຸກເສີນອູແກຣນ ໄດ້ລະບຸວ່າ ເຈົ້າໜ້າທີ່ກູ້ໄພສາມາດຊ່ວຍຊີວິດ ຜູ້ຢູ່ອາໄສພາຍໃນອາຄານໄດ້ 18 ຄົນ ໂດຍ 5 ຄົນໃນຈຳນວນດັ່ງກ່າວ ໄດ້ຖືກສົ່ງເຂົ້າປິ່ນປົວຢູ່ໂຮງໝໍ ເນື່ອງຈາກມີບາດແຜໄຟໄໝ້, ດ້ານເຈົ້າໜ້າທີ່ຕຳຫລວດ ກໍໄດ້ຈັບກຸມເຈົ້າຂອງເຮືອນພັກຄົນຊະລາດັ່ງກ່າວ ເນື່ອງຈາກເປີດຂຶ້ນໂດຍບໍ່ໄດ້ຮັບອະນຸຍາດ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...