Homeຂ່າວການພັດທະນາລາວ ແລະ ຄູ່ຮ່ວມພັດທະນາຫາລືການເສີມສ້າງຄວາມເຂັ້ມແຂງໃນການແກ້ໄຂຄວາມທຸກຍາກ

ລາວ ແລະ ຄູ່ຮ່ວມພັດທະນາຫາລືການເສີມສ້າງຄວາມເຂັ້ມແຂງໃນການແກ້ໄຂຄວາມທຸກຍາກ

Published on

ເມື່ອທ້າຍອາທິດຜ່ານມາ, ລັດຖະບານລາວຕາງໜ້າໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ສາກົນ ໄດ້ຈັດກອງປະຊຸມພົບປະເປັນຄັ້ງທີ 9 ເພື່ອປຶກສາຫາລືກ່ຽວກັບການຊອກຫາຊ່ອງທາງໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການແກ້ໄຂຄວາມທຸກຍາກ ແລະ ພັດທະນາໄປຕາມທິດຍືນຍົງ ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ແລະ ທ່ານອຸປະທູດສະຫະພາບເອີຣົບປະຈຳລາວເຂົ້າຮ່ວມນຳດ້ວຍ.

ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລືຫລາຍບັນຫາສຳຄັນທີ່ຕິດພັນກັບການສ້າງນະໂຍ ບາຍ ເພື່ອຊ່ວຍເພີ່ມຄວາມອາດສາມາດໃນການແຂ່ງຂັນທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ນະໂຍບາຍ ເພື່ອຊ່ວຍສົ່ງເສີມການຜະລິດກະສິກຳປະເພດຢາງພາລາ, ສາລີ, ມັນຕົ້ນ ແລະ ງົວ-ຄວາຍທີ່ມີຄວາມສຳຄັນໃນການຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນເຂດຊົນນະບົດ. ຕາມຜົນການສຶກສາວິໄຈ ແລະ ຂໍ້ສະເໜີແນະຂອງທະນາຄານໂລກ ພາຍໃຕ້ໂຄງການສະໜັບສະໜູນທຶນພັດທະນາການຄ້າໄລຍະສອງ (TDFII) ທີ່ທະນາຄານໂລກເປັນຜູ້ບໍລິຫານ ເຊິ່ງເຫັນວ່າບັນດາຕ່ອງໂສ້ຂອງຜະລິດຍັງບໍ່ມີປະສິດທິຜົນສູງ ໂດຍສະເພາະແມ່ນຂອດປຸງແຕ່ງ ເພື່ອຍົກສູງມູນຄ່າເພີ່ມ ເຊິ່ງຜ່ານມາສິນຄ້າຂອງລາວສ່ວນຫລາຍຍັງເປັນວັດຖຸດິບ ຈຶ່ງເຮັດໃຫ້ມີມູນຄ່າຕໍ່າເຊັ່ນ: ຢາງພາລາ, ສາລີ, ມັນຕົ້ນ ແລະ ງົວ-ຄວາຍ. ດັ່ງນັ້ນ ເພື່ອຊ່ວຍໃນການຊອກຫາຊ່ອງທາງ ລັດຖະບານລາວຈະຕ້ອງໄດ້ເພີ່ມທະວີໃຫ້ການສະໜັບສະໜູນແກ່ຊາວນາ ແລະ ປະຊາຊົນຜູ້ທີ່ທຸກຍາກໃຫ້ມີປະສິດທິຜົນສູງຂຶ້ນ ໂດຍສະເພາະຢູ່ 6 ແຂວງທຸກຍາກ ຄືຫລວງນ້ຳທາ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ວຽງຈັນ, ຊຽງຂວາງ ແລະ ນະຄອນຫລວງວຽງຈັນ ໃນການສົ່ງເສີມການຜະລິດ ແລະ ຂອດການປຸງແຕ່ງໃຫ້ດີຂຶ້ນ ເພື່ອຊ່ວຍໃຫ້ປະຊາຊົນມີລາຍຮັບໝັ້ນຄົງ.

ຂ່າວຈາກ: ພັດທະນາລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...