spot_img
Homeຄວາມງາມ10 ອັນດັບປະເທດທີ່ມີສາວງາມທີ່ສຸດໃນໂລກ

10 ອັນດັບປະເທດທີ່ມີສາວງາມທີ່ສຸດໃນໂລກ

Published on

ວັນນີ້ເຮົາຈະມາເອົາໃຈໜຸ່ມໆກັນແນ່ຈັກໜ່ອຍ ເຮົາຈະມາເວົ້າກ່ຽວກັບ 10 ອັນດັບປະເທດທີ່ມີສາວງາມທີ່ສຸດໃນໂລກ ວ້າວ!!! ເຊິ່ງຈະມີປະເທດໃດແນ່ນັ້ນເຮົາມາເບິ່ງກັນເລີຍ

96.1

ອັນດັບທີ 1 ສາວປະເທດ ບຣາຊີວ ເປັນປະເທດທີ່ທ່ານຈະສາມາດເຫັນຄົນງາມ ງາມລະດັບທີ່ວ່າ ງາມທີ່ສຸດໃນໂລກ ໄດ້ງ່າຍທີ່ສຸດ ແລະ ຫຼາຍທີ່ສຸດ ໃນປະເທດນີ້ ໂດຍແມ່ຍິງບຣາຊີວຈະມີຜົມສີບຣອນ ຫຼື ບໍ່ກໍ່ສີນ້ຳຕານເຂັ້ມ ສ່ວນຫຼາຍແມ່ຍິງໃນປະເທດນີ້ຈະມີຮູບຮ່າງທີ່ເຊັກຊີ ແລະ ເບິ່ງສຸຂະພາບດີ ແຖມມີຜິວພັນທີ່ສວຍງາມອີກດ້ວຍ

2-russiangirl

ອັນດັບທີ 2 ສາວຣັດເຊຍ ເຊິ່ງໄດ້ຊື່ວ່າມີດວງຕາສີຟ້າທີ່ງົດງາມ ສ້າງຄວາມປະທັບໃຈແກ່ຜູ້ຄົນທົ່ວໂລກ ນອນຈາກນີ້ແມ່ຍິງຣັດເຊຍຍັງມີຜິວພັນທີ່ຂາວນຽນສວຍງາມ ຮູບຮ່າງສູງ ໂດຍສະເລ່ຍແລ້ວແມ່ຍິງປະເທດນີ້ຈັດໄດ້ວ່າມີຮູບຮ່າງສົມສ່ວນ

Venezuela

ອັນດັບທີ 3 ປະເທດເວເນຊູເອລາ ເຊິ່ງໄດ້ຊື່ວ່າເປັນປະເທດທີ່ມີສາວງາມລະດັບໂລກຫຼາຍຄົນ ແມ່ຍິງເວເນຊູເອລາມີໃບໜ້າຄົມ ແລະ ສ່ວນຫຼາຍຈະມີຮູບຮ່າງຈ່ອຍພຽວ ສູງ ເມື່ອບວກສອງຢ່າງນີ້ເຂົາກັນຍິ່ງເຮັດໃຫ້ແມ່ຍິງເວເນຊູເອລາງາມແບບບໍ່ມີທີ່ຕິ

3.21

ອັນດັບທີ 4 ສາວອິນເດຍ ເປັນດີນແດນທີ່ມີວັດທະນະທຳຫຼາກຫຼາຍ ແລະ ເປັນດີນແດນທີ່ມີສາວງາມຫຼາຍ ເຊິ່ງນອກຈາກຮູບຮ່າງໜ້າຕາ ແລະ ຜິວພັນດີແລ້ວ ສິ່ງທີ່ເຮັດໃຫ້ສາວອິນເດຍມີສະເໜ່ຊວນຫຼົງໄຫລຄືກິລິຍາມາລະຍາດ ແລະ ການເຄື່ອນໄຫວຂອງພວກນາງ

5.88

ອັນດັບທີ 5 ສາວອາຣເຈນຕີນາ ຂຶ້ນຊື່ວ່າເປັນແມ່ຍິງທີ່ເອົາໃຈໃສ່ເລື່ອງຄວາມງາມ ໂດຍພວກນາງຈະເອົາໃຈໃສ່ຜິວພັນ ແລະ ຊົງຜົມໄດ້ດີຢູ່ສະເໝີ ແລະ ເປັນແມ່ຍິງທີ່ມັກສົນໃຈເລື່ອງແຟຊັ່ນຢູ່ຕະຫຼອດ

6.61

ອັນດັບທີ 6 ສາວເຊີຣເບຍ ສາວໆເຊີຣເບຍປະມານ 99% ຈະມີຮູບຮ່າງສູງທີ່ເຊັກຊີຕ້ອງຕາ ແລະ ມັກແຕ່ງຕົວທັນສະໄໝ ມີສະໄຕຣ ນອກຈາກນັ້ນຍັງມີດວງຕາທີ່ມີສະເໜ່ເຢົ້າຢວນອີກດ້ວຍ

ryk

ອັນດັບທີ 7 ສາວເກົາຫຼີໃຕ້ ແມ່ຍິງເກົາຫຼີໃຕ້ຈະເບິ່ງອ່ອນເຍົາ ເພາະມີໃບໜ້າອ່ອນເຍົາເຂົ້າກັບບຸກຄະລິກທີ່ໜ້າຮັກຂອງພວກເຂົາ ນອກຈາກນີ້ສາວເກົາຫຼີຍັງມີຜິວພັນທີ່ຂາວລຽບນຽນສົດໃສ ເຖິງຮູບຮ່າງຈະບໍ່ສູງຫຼາຍແຕ່ກໍ່ຈັດວ່າເປັນຕາຮັກສົມສ່ວນ

8-franceAudreyTautou

ອັນດັບທີ 8 ສາວຝຣັ່ງ ແມ່ຍິງຝຣັ່ງຈະໂດດເດັ່ນເລື່ອງບຸກຄະລິກກະພາບ ແລະ ທັດສະນະຄະຕິຂອງພວກນາງ ສາວຝຣັ່ງຈະແຕ່ງຕົວເກັ່ງ ເປັນຜູ້ນຳດ້ານແຟຊັ່ນ ແລະ ມີຄວາມໂຣແມນຕິດສູງ

9-italygirl

ອັນດັບທີ 9 ສາວອີຕາລີ ແມ່ຍິງອີຕາລີຈະມີຄວາມງາມຕາມແບບສະບັບແມ່ຍິງເມດິເຕເຣນຽນ ດ້ວຍຜິວສີແທນ ຜົມສີນ້ຳຕານ ແລະ ມີບຸກຄະລິກກະພາບໂດດເດັ່ນສະດຸດຕາ ເມື່ອຮວມກັນແລ້ວສາວອີຕາລີສວຍງາມຈັບຕາສຸດໆ

10-ukrainegirl

ອັນດັບທີ 10 ສາວຢູເຄນ ແມ່ຍິງໃນປະເທດນີ້ຈະເປັນແມ່ຍິງທີ່ງາມ, ເກັ່ງ ມີຮູບຮ່າງໜ້າຕາ ແລະ ທັດສະນະຄະຕິດີ ແລະ ມັກແຕ່ງຕົວແບບຮັດໆເຫັນສັດສ່ວນຂອງຮ່າງກາຍໄດ້ຊັດເຈນ

 

ທີ່ມາ: http://khao5678.blogspot.com/2015/06/10_7.html

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...