Homeຂ່າວພາຍ​ໃນລາວ-ອິນໂດເນເຊຍ ສ້າງໂອກາດດ້ານການຄ້າ ແລະ ການລົງທຶນ

ລາວ-ອິນໂດເນເຊຍ ສ້າງໂອກາດດ້ານການຄ້າ ແລະ ການລົງທຶນ

Published on

ງານວາງສະແດງສິນຄ້າ ມະຫັດສະຈັນ ອິນໂດເນເຊຍ ຄັ້ງທຳອິດ ໄດ້ເປີດຂຶ້ນໃນວັນທີ 27-29 ພຶດສະພາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Irmawan Emir Wisnander ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ;

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ງານວາງສະແດງສິນຄ້າຄັ້ງນີ້ ຈະເປັນການສ້າງໂອກາດໃຫ້ທຸລະກິດໄດ້ແລກປ່ຽນ ແລະ ດຶງດູດການຄ້າ, ການລົງທຶນຮ່ວມກັນລະຫວ່າງນັກທຸລະກິດຂອງລາວ ແລະ ອິນໂດເນເຊຍ ຢ່າງມີປະສິດທິຜົນສູງ. ໃນການຈັດງານວາງສະແດງສິນຄ້າມະຫັດສະຈັນອິນໂດເນເຊຍ ບໍ່ພຽງແຕ່ການໂຄສະນາຂາຍສິນຄ້າພຽງຢ່າງດຽວ ແຕ່ຍັງມີກອງປະຊຸມພົບປະທຸລະກິດລາວ-ອິນໂດເນເຊຍ ໃນການຊອກຄູ່ຄ້າ, ຄູ່ຮ່ວມງານນຳກັນ ເພື່ອຂະຫຍາຍການຮ່ວມມືລະຫວ່າງສອງລັດຖະບານກໍ່ຄືນັກທຸລະກິດຂອງສອງປະເທດໃຫ້ປະກົດຜົນເປັນຈິງໃນອະນາຄົດອັນໃກ້.

ໃນປີ 2015 ມູນຄ່າການຄ້າລາວສົ່ງອອກສິນຄ້າປະເພດກະສິກຳ ແລະ ອຸດສາຫະກຳໄປປະເທດອິນໂດເນເຊຍມີເຖິງ 6ແສນກວ່າ ໂດລາສະຫະລັດ, ໃນເວລາດຽວກັນລາວກໍ່ມີຄວາມຈຳເປັນນຳເຂົ້າສິນຄ້າປະເພດສິນຄ້າສະບຽງອາຫານ, ພາຫະນະຊີ້ນສ່ວນ, ເຄື່ອງໃຊ້ສອຍ, ອຸປະກອນການແພດ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງກໍ່ສ້າງ ເຊິ່ງມີມູນຄ່ານຳເຂົ້າທັງໝົດ 11.5ລ້ານໂດລາສະຫະລັດ ຈັດຢູ່ອັນດັບທີ 32 ທີ່ລາວເຮັດການຄ້າກັບຕາງປະເທດ

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...