Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບໂຣກໝາກໄຂ່ຫຼັງອັກເສບຊ້ຳເຮື້ອ ແລະ ວິທີຮັກສາ

ຄວາມຮູ້ກ່ຽວກັບໂຣກໝາກໄຂ່ຫຼັງອັກເສບຊ້ຳເຮື້ອ ແລະ ວິທີຮັກສາ

Published on

ອາການຂອງໂຣກໝາກໄຂ່ຫຼັງອັກເສບຊ້ຳເຮື້ອ ໂດຍສ່ວນຫຼາຍແລ້ວຜູ້ທີ່ເປັນໂຣກໝາກໄຂ່ຫຼັງອັກເສບຊ້ຳເຮື້ອໃນໄລຍະທຳອິດ ທີ່ມີການເສື່ອມຂອງໝາກໄຂ່ຫຼັງຈະບໍ່ສະແດງອາການຜິດປົກກະຕິໃຫ້ເຫັນ ເພາະໝາກໄຂ່ຫຼັງຍັງສາມາດທຳງານໄດ້ຢູ່ ແຕ່ເມື່ອມີອາການຮຸນແຮງຂຶ້ນ ໝາກໄຂ່ຫຼັງເສື່ອມຫຼາຍຂຶ້ນ ກໍ່ຈະສົ່ງຜົນໃຫ້ໝາກໄຂ່ຫຼັງເຮັດວຽກໜ້ອຍລົງຈົນເຮັດໃຫ້ເກີດການຄັ່ງຂອງເກືອແຮ່ ນ້ຳສ່ວນເກີນ ແລະ ຂອງເສຍໃນເລືອດ ຈິ່ງຈະເລີ່ມມີອາການສະແດງໃຫ້ເຫັນຢ່າງຊັດເຈນເຊັ່ນ: ປະລິມານປັດສະວະຫຼາຍຂຶ້ນຜິດປົກກະຕິ ຫຼື ຫຼຸດລົງໜ້ອຍຜິດປົກກະຕິ (ອາການປັດສະວະໜ້ອຍລົງ ຄືອາການທີ່ຮຸນແຮງກວ່າການປັດສະວະຫຼາຍຂຶ້ນ) ຄວາມດັນເລືອດສູງ ອາການຊີດ, ເມື່ອຍງ່າຍ ເບື່ອອາຫານ, ປວດຮາກ, ນອນບໍ່ລັບ, ມີອາການບວມທີ່ໜ້າ, ຂາ ຫຼື ລຳຕົວ ຄວາມຮູ້ສຶກຕົວຫຼຸດລົງ ຫຼື ມີອາການຊັກເປັນຕົ້ນ

ສາເຫດຂອງການເກີດໂຣກໝາກໄຂ່ຫຼັງອັກເສບຊ້ຳເຮື້ອ ມັກມີສາເຫດຈາກການເປັນໂຣກໝາກໄຂ່ຫຼັງຊະນິດຮຸນແຮງມາກ່ອນ ເຊິ່ງໂດຍສ່ວນຫຼາຍແລ້ວໂຣກໝາກໄຂ່ຫຼັງອັກເສບຮຸນແຮງນີ້ຈະເກີດຈາກການຕິດເຊື້ອຕິດຕໍ່ກັນເປັນໄລຍະເວລາດົນ ຫຼື ຈາກການທີ່ຮ່າງກາຍໄດ້ຮັບ ຫຼື ສຳພັດສານເຄມີບາງຊະນິດ ຫຼື ໃຊ້ຢາບາງຊະນິດເປັນເວລາດົນນານ ນອກຈາກນີ້ຜູ້ທີ່ຖືພາ ແລະະ ມີອາການຂອງຄັນເປັນພິດ ເຊິ່ງຈະເຮັດໃຫ້ໝາກໄຂ່ຫຼັງຖືກທຳລາຍຢ່າງຖາວອນ ກໍ່ເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເປັນໂຣກໝາກໄຂ່ຫຼັງຊະນິດຊ້ຳເຮື້ອໄດ້ເຊັ່ນດຽວກັນ

ການຮັກສາອາການເບື້ອງຕົ້ນ ການດູແລຫຼັກໆ ນັ້ນຕ້ອງຢູ່ໃນຄວາມດູແລຂອງແພດທັງການກວດວິໄຈ ແລະ ການຮັກສາ ດັ່ງນັ້ນທ່ານຈິ່ງຄວນໄປກວດຕາມແພດນັດທຸກຄັ້ງຈົນກວ່າຈະຫາຍດີ ເຊິ່ງແນວທາງການຮັກສານັ້ນ ກໍ່ຈະຮັກສາຕາມອາການຮຸນແຮງຂອງໂຣກ ຕັ້ງແຕ່ການໃຊ້ຢາ ການຟອກໝາກໄຂ່ຫຼັງໄປຈົນເຖິງການຜ່າຕັດປ່ຽນໝາກໄຂ່ຫຼັງ ນອກຈາກນັ້ນຕົວຜູ້ປ່ວຍ ແລະ ຜູ້ດູແລຄວນເອົາໃຈໃສ່ໃນເລື່ອງຂອງການກິນອາຫານທີ່ສະອາດ ມີປະໂຫຍດ ແລະ ຄວບຄູ່ກັບການຮັກສາຕາມແຜນການຂອງແພດອີກດ້ວຍ

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...