Homeຂ່າວການພັດທະນາລັດຖະບານຈີນ ຊ່ວຍເຫລືອສ້າງໂຮງໝໍ 103 ກອງທັບຫລັງໃໝ່ ຄາດສຳເລັດປີ 2017!

ລັດຖະບານຈີນ ຊ່ວຍເຫລືອສ້າງໂຮງໝໍ 103 ກອງທັບຫລັງໃໝ່ ຄາດສຳເລັດປີ 2017!

Published on

ຂປລ. ລັດຖະບານ ກໍ​ຄື​ກະຊວງ​ ປ້ອງ​ກັນ​ປະ​ເທດ​ແຫ່ງ ສປ ຈີນ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ​ກໍ່ສ້າງ​ອາຄານ​ປິ່ນປົວ​ທົ່ວ​ໄປ ​ໂຮງໝໍ​ກອງທັບປະຊາຊົນ​ລາວ 103 ​ຫລັງ​ໃໝ່ ເປັນ​ອາຄານ​ 9 ຊັ້ນ ປະກອບ​ມີ​ຕຶກປິ່ນປົວທົ່ວ​​ໄປ ເນື້ອທີ່ 23,658 ຕາ​​ແມັດ, ຕຶກ​ອ້ອມ​ຂ້າງ​ 3 ຊັ້ນ; ຕຶກ​ສໍາລັບ​ຊ່ຽວຊານ​ຈີນ 2 ຊັ້ນ ລວມໃນ​ເນື້ອທີ່ທັງໝົດ 24,756 ຕາ​​ແມັດ ໂດຍແມ່ນກຸ່ມບໍລິສັດ ວິສະວະກໍາກໍ່ສ້າງ ຢຸນນານ ຈໍາກັດ ເປັນຜູ້ຮັບເໝົາ ຄາດວ່າຈະໃຫ້ສໍາເລັດ ໃນປີ 2017.

ພິທີວາງສີລາລຶກ ກໍ່ສ້າງ​ໂຄງການ ​ດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 27 ພຶດສະພານີ້ ທີ່ໂຮງໝໍ 103 ໂດຍມີທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ຊາງ​ ວ້ານ ສວນ ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ​ເທດ ສປ ຈີນ, ທັງ​ເປັນ​ທີ່ປຶກ​ສາແຫ່ງ​ລັດ, ​ທ່ານ ກວນ ຮວາ ​ປິ່ງ ​ເອກ​ອັກຄະລັດຖະທູດ ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສປ ຈີນ ປະ​ຈໍາ ສປປ ລາວ, ມີ​ບັນດາຮອງ​ລັດຖະມົນ​ຕີ​ ຈຳນວນ​ໜຶ່ງ, ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...