Homeຂ່າວຕ່າງປະເທດກອງທັບອີຣັກ ແລະ ພັນທະມິດ ປົດປ່ອຍເມືອງຄາມາ ຈາກການຍຶດຄອງຂອງໄອເອັສ ໄດ້ແລ້ວ!

ກອງທັບອີຣັກ ແລະ ພັນທະມິດ ປົດປ່ອຍເມືອງຄາມາ ຈາກການຍຶດຄອງຂອງໄອເອັສ ໄດ້ແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ພຶດສະພານີ້ວ່າ ກອງກຳລັງທະຫານອີຣັກ ແລະ ພັນທະມິດ ສາມາດປົດປ່ອຍເມືອງຄາມາ ຄືນຈາກການຍຶດຄອງຂອງ ກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ໃນວັນພະຫັດທີ 26 ພຶດສະພາ 2016 ຜ່ານມານີ້ ຊຶ່ງຖືເປັນໄຊຊະນະອັນສຳຄັນຄັ້ງທຳອິດ ໃນບັ້ນຮົບປົດປ່ອຍເມືອງຟັນລູຈາ ເມືອງເອກຂອງແຂວງອັນບາ ທາງພາກຕາເວັນຕົກຂອງ ນະຄອນຫລວງແບກແດດ ປະເທດອີຣັກ.

ທັງນີ້ ບັ້ນຮົບປົດປ່ອຍເມືອງຟັນລູຈາ ໄດ້ເປີດສາກຂຶ້ນນັບຕັ້ງແຕ່ວັນຈັນທີ 23 ພຶດສະພາ 2016 ຜ່ານມາ ດ້ວຍການປະສານກຳລັງລະຫວ່າງ ກອງທັບລັດຖະບານອີຣັກ, ກຸ່ມຕິດອາວຸດມຸດສະລິມນິກາຍຊີອະ, ກອງກຳລັງພີເອັມເອບ ແລະ ມີກອງທັບອາກາດສະຫະລັດອາເມຣິກາ ເປັນຜູ້ຊ່ວຍສະໜັບສະໜູນ ໃນການໂຈມຕີທາງອາກາດ.

ແນວໃດກໍຕາມ, ແຫລ່ງຂ່າວຍັງລາຍງານວ່າ ເຖິງແມ່ນສາມາດປົດປ່ອຍຄືນເມືອງຄາມາແລ້ວກໍຕາມ ແຕ່ກໍຍັງມີການປະທະກັນ ລະຫວ່າງກອງກຳລັງຂອງອີຣັກ ແລະ ກຸ່ມໄອເອັສ ທີ່ຍັງຄົງຫລົງເຫລືອຢູ່ ພາຍໃນເມືອງດັ່ງກ່າວ.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...