Homeຂ່າວຕ່າງປະເທດໄຟໄໝ້ເຮືອບິນໂຄຣຽນແອທີ່ສະໜາມບິນໂຕກຽວ

ໄຟໄໝ້ເຮືອບິນໂຄຣຽນແອທີ່ສະໜາມບິນໂຕກຽວ

Published on

ທີມນັກດັບເພີງເຂົ້າດັບໄຟທີ່ລຸກໄໝ້ບໍລິເວນເຄື່ອງຈັກຂອງເຮືອບິນສາຍການບິນໂຄຣຽນແອທີ່ທ່າອາກາດສະຍານຮາເນດະໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນ.

ສະຖານີໂທລະພາບຍີ່ປຸ່ນອອກອາກາດສົດໃນມື້ນີ້ ມີລົດດັບເພີງຢ່າງໜ້ອຍ 2 ຄັນເຂົ້າມາຍັງຈຸດເກີດເຫດພ້ອມກັບພົ່ນໂຟມຂາວໄປຍັງບໍລິເວນເຄື່ອງຈັກດ້ານຊ້າຍຂອງເຮືອບິນ ຂະນະທີ່ມີຄວັນພຸ່ງອອກມາຈາກດ້ານຫຼັງ ໂດຍມີລາຍງານຄາດວ່າ ຜູ້ໂດຍສານ ແລະ ລູກເຮືອໄດ້ຮັບການອົບພະຍົບອອກມາຢ່າງປອດໄພ ອີກດ້ານມີພາບລາຍງານສົດກຸ່ມຄົນຈຳນວນຫຼາຍອອກມາຈາກທາງແລ່ນເຮືອບິນ ແລະ ມີການໃຊ້ທາງອອກສຸກເສີນຈາກປະຕູເຮືອບິນ ສື່ຍີ່ປຸ່ນລາຍງານວ່າ ເຮືອບິນສາຍການບິນໂຄຣຽນແອກຽມບິນຂຶ້ນຈາກສະໜາມບິນໂຕກຽວໃນຊ່ວງທີ່ເກີດເຫດດັ່ງກ່າວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...