spot_img
Homeຂ່າວການພັດທະນາທະນາຄານ​ໂລກ ປະຈຳ​ ສປປ ລາວ​ ຢືນຢັນ​ຊ່ວຍ​ອີກ 30 ລ້ານ​ໂດ​ລາ ​ເຂົ້າ​ ທລຍ ​ໄລຍະ III

ທະນາຄານ​ໂລກ ປະຈຳ​ ສປປ ລາວ​ ຢືນຢັນ​ຊ່ວຍ​ອີກ 30 ລ້ານ​ໂດ​ລາ ​ເຂົ້າ​ ທລຍ ​ໄລຍະ III

Published on

ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ໄລຍະ II ປີ 2012-2015 ຜ່ານ​ມາ, ​ໂດຍ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຫລ້າ ​ແລະ ທຶນ​ສົມທົບ​ລັດຖະບານ ຈຳນວນ​ທັງ​ໝົດ 1.426 ​ໂຄງການເຊັ່ນ: ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງເສັ້ນທາງ​ຊົນນະບົດ ຈຳນວນ 225 ​ເສັ້ນ, ຍາວ 1.228 ກິ​ໂລ​ແມັດ, ​ໂຄງການສ້າງ​ຂົວ 45 ​ແຫ່ງ; ​ໂຄງການຈັດ​ສັນ​ຜັງ​ບ້ານ ​ແລະ ທໍ່​ລອດ​ທາງ 18 ​ແຫ່ງ; ​ໂຄງການ​ສະໜອງຕາ​ຂ່າ​ຍ​ໄຟຟ້າ​ຂະໜາດ​ນ້ອຍ 18 ​ແຫ່ງ; ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ໂຮງຮຽນ 386 ​ແຫ່ງ; ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ລະບົບ​ນ້ຳ​ສະອາດ 711 ​ແຫ່ງ; ​ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງ​ຊົນລະປະທານ ​ແລະ ຝາຍ​ກັ້ນ​ນ້ຳ 63 ​ແຫ່ງ ​ແລະ ​ໂຄງການ​ຕະຫຼາດ​ຊຸມ​ຊົນ 10 ​ແຫ່ງ , ມີມູນ​ຄ່າ 300 ກວ່າ​ຕື້​ກີບ, ທີ່​ນອນ​ຢູ່​ເຂດ​ເປົ້າ​ໝາຍ​ຫຼາຍ​ກວ່າ 1.300 ​ບ້ານ, ກວມ​ເອົາ 683.797 ກວ່າ​ຄົນ. ​ໃນ​ນັ້ນ, ​ເປັນ​ເພດ​ຍິງ​ກວມ​ເອົາ​ 50% ​ແລະ ຊົນ​ເຜົ່າ​ສ່ວນ​ນ້ອຍ​ຫຼາຍ​ກວ່າ 60% ຂອງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ໝົດ. ຄຽງ​ຄູ່​ກັນນັ້ນ, ທລຍ ຍັງ​ໄດ້​ເອົາ​ໃຈ​ໃສ່ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ແລະ ປະຊາຊົນ ໃຫ້ເພີງຕົນ​ເອງ, ກຸ້ມ​ຕົນ​ເອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ອັນ​ໄດ້ປະກອບ​ສ່ວນສຳຄັນ ໃນການຍູ້​ແຮງ​ວຽກ​ງານ​ລຶບລ້າງ​ຄວາມທຸກ​ຍາກ​ ຢ່າງມີ​ຜົນສຳ​ເລັດ ແລະ ບັນລຸເປົ້າໝາຍທີ່​ວາງ​ໄວ້.

ໃນ​ວັນ​ທີ 25 ພືດ​ສະພານີ້ ທີ່​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ນາງ ຊາລີ ​ເບີ​ນນິ່ງ​ແຮມ (Sally Burningham), ຫົວໜ້າ​ຫ້ອງການ​ທະນາຄານ​ໂລກ ປະຈຳ ສປປ ​ລາວ ກໍ​ໄດ້​ເຂົ້າ​ລາຍ​ງານ ກ່ຽວ​ກັບ​ການ​ຮອງ​ຮັບ​ໃຫ້​ທຶນຊ່ວຍ​ເຫລືອ​ລາວ​ຕື່ມ​ອີກ 30 ລ້ານ​ໂດ​ລາ​ສະຫະລັດ ​ແລະ ທຶນ​ສົມທົບລັດຖະບານ 6 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ ທລຍ ​ໄລຍະ III ຕໍ່​ຜູ້​ຕາງໜ້າ​ໃຫ້​ລັດຖະບານ ໂດຍ ທ່ານ ສົມ​ສະ​ນິດ ສຸວັນນະ​ລາດ, ຮອງ​ລັດຖະມົນຕີ, ຮອງ​ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ​ແລະ ທ່ານ ສົມ​ສະ​ນິດ ກໍ​ໄດ້​ສະ​ແດງຄວາມ​ຂອບ​ໃ​ຈ ຕໍ່​ການ​ຊ່ວຍ​ເຫລືອ​ອັນ​ລ້ຳຄ່າ​ດັ່ງກ່າວ ​ແລະ ຈະ​ນຳ​ໃຊ້​ບ້ວງ​ເງິນ​ຊ່ວຍ​ເຫລືອ​ນີ້​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ແລະ ພ້ອມ​ນີ້ ທ່ານ ສົມ​ສະ​ນິດ ​ໄດ້​ມີ​ຄຳ​ເຫັນ​ວ່າ ບັນຫາທີ່ໜຶ່ງ ພາຍຫຼັງ​ທີ່​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ ຄະນະ​ລັດຖະບານ​ຊຸດ​ໃໝ່​ແລ້ວ, ລັດຖະບານ​ໄດ້​ມີ​ການ​ປັບປຸງ​ກົງຈັກ​​ຄືນ​ໃໝ່, ​ໃນ​ນັ້ນຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກຂັ້ນ​ສູນ​ກາງ ກໍ​ມີ​ຜົນງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາຊົນບັນດາ​ເຜົ່າ, ລັດຖະບານ​ຈຶ່ງ​ໄດ້​ຍົກ​ຖານະ​ບົດບາດ​ຂອງ ຄະນະ​ໃຫ້​ສູງ​ເດັ່ນ​ຂຶ້ນ ​ແລະ ​ໄປ​ສັງ​ກັດ​ຢູ່​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ຄາດ​ວ່າ​ຈະສ້າງ​ເປັນ​ ກະຊວງ​ກະສິກໍາ-ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ແລະ ເປັນໂອກາດດີ ເພື່ອຮັດແໜ້ນການຮ່ວມມື ເພື່ອແກ້ໄຂຄວາມທຸກຍາກຂອງ​ປະຊາຊົນ ​ໃຫ້​ບັນລຸ​ຜົນສຳ​ເລັດ​ ​ແລະ ຕີ​ລາຄາ​ສູງ ຕໍ່​ທະນາຄານ​ໂລກ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຢູ່ ສປປ ລາວ ມາ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຜົນ​ສໍາ​ເລັດ​ດີ, ເປັນຕົ້ນແມ່ນ: ທາງ​ດ້ານ​ວິຊາ​ການ, ດ້ານ​ການ​ເງິນ ​ແລະ ດ້ານ​ບໍລິຫານ​ຈັດການໂຄງການ ແລະ ການ​ຮ່າງ​ມາດຕະຖານ​ ຄວາມທຸກ​ຍາກ 2016-2020 ອີກ​ດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...