Homeຂ່າວການສຶກສາສະ​ຖາ​ບັນ​ບຸນ​ເກີດ​ສຶກສາ ​ສຸມ​ໃສ່​​ກຽມ​ບັ້ນສອບ​ເສັງຈົບ​ຊັ້ນ

ສະ​ຖາ​ບັນ​ບຸນ​ເກີດ​ສຶກສາ ​ສຸມ​ໃສ່​​ກຽມ​ບັ້ນສອບ​ເສັງຈົບ​ຊັ້ນ

Published on

ທ່ານ ກູດ​ແກ້ວ ສອນ​ວິຈິດ ຮອງ​ອຳນວຍ​ການ​ສະ​ຖາ​ບັນ​ບຸນ​ເກີດ​ສຶກສາ ​ໃຫ້​ສຳພາດ​ວ່າ: ປັດ ຈຸບັນ ຄູ​ອາຈານ​ພາຍ​ໃນ​ໂຮງ ຮຽນ​ພວມ​ສຸມ​ໃສ່​ການ​ທວນຄືນ​ບົດ ຮຽນ​ໃຫ້​ນັກ​ສຶກສາ​ໃນ​ວິຊາ​ຕ່າງໆ​​ເຊັ່ນ: ​ຄະນິດສາດ, ​ເຄມີ, ຊີວະ, ພາສາ​ລາວ-ວັນ ນະຄະດີ, ພູມ​ສາດ, ປະຫວັດສາດ ​ແລະ ສຶກສາ​ພົນລະ​ເມືອງ ເພື່ອ​ກຽມ​ໃສ່​ບັ້ນ ສອບ​ເສັງ​ເລື່ອນ​ຊັ້ນ ​ແລະ ຈົບ​ຊັ້ນ ສົກຮຽນ​ປີ 2013-2014 ​ຂອງ​ຊັ້ນປະຖົມ ປ.1-4, ມ.1-3 ​ແລະ ມ.4-ມ.6 ​ທີ່​ຈະ​ມີ​ຂຶ້ນ​​ລະ ຫວ່າງ​ວັນ​ທີ 28-30 ພຶດສະພາ​ນີ້, ສ່ວນ​ບັ້ນສອບ​ເສັງ​ຈົບ​ຊັ້ນ ມ.4- ມ.7 ​ແມ່ນ​ຈະ​ມີ​ຂຶ້ນພ້ອມ​ກັນ​ທົ່ວ​ປະ​ເທດ​ໃນ​ລະຫວ່າງ​ວັນ​ທີ 2-6 ມິຖຸນາ​ທີ່​ຈະ​ເຖິງ​ນີ້. ສະ​ເພາະ​ສົກ ຮຽນນີ້, ​ໂຮງຮຽນ​ພວກ​ເຮົາ​ມີ​ນັກຮຽນ​ທີ່​ຈະ​ເສັງຈົບ​ຊັ້ນ ມ.4 ທັງ​ໝົດ 80 ຄົນ ​ແລະ ມ.7 50 ຄົນ.

 

ທ່ານ ກູດ​ແກ້ວ ກ່າວ​ວ່າ: ໂຮງຮຽນ​​ແຫ່ງ​ນີ້​ສ້າງຕັ້ງຂຶ້ນ​ໃນ​ປີ 2008 ​ເຊິ່ງ​ໄດ້​ຮັບ​ເອົາ​ນັກຮຽນ​ແຕ່​ອະນຸບານ​ຈົນ​ຮອດ​ມັດທະ ຍົມ​ຕອນ​ປາຍ, ປັດຈຸບັນ ມີ​ນັກຮຽນ 700 ກວ່າ​ຄົນ, ຄູ​ອາຈານ ​ແລະ ພະນັກງານ​ບໍລິຫານ 80 ກວ່າ​ຄົນ. ນອກຈາກ​ສິດສອນ​ຕາມ​ຫລັກສູດ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ວາງ​ອອກ​ແລ້ວ ຍັງ​ປະກອບ​ການ​ຮຽນ​ພາ ສາ​ອັງກິດ ​ແລະ ພາສາ​ຈີນ​ນຳ​ອີກ. ​ໃນ​ຜ່ານ​ມາ ​ໂຮງຮຽນ​ແຫ່ງ​ນີ້ຍັງ​ໄດ້​ຮັບ​ນາມມະຍົດ​ເປັນ​ໂຮງ ຮຽນ​ສີຂຽວ, ປະຕິບັດ​ຕາມ 5 ຫລັກ​ມູນ​ການ​ສຶກສາ, ​​ເລື່ອນ​ຂັ້ນ ອັດຕະ​ໂນ​ມັດ, ປອດ​ສິ່ງ​ເສບ​ຕິດ ແລະ ​ມີ​ມາດຕະຖານການ​ສຶກສາ​ທີ່​ດີ ​ແລະ ​ຫ້າມ​ບໍ່​ໃຫ້​ນັກຮຽນ​ນຳ​​ເອົາ​ໂທລະສັບ​ມື​ຖື​ມາ​ໂຮງຮຽນ​ເດັດຂາດ ​ເຊິ່ງທຸກ​ການ​ຕິດຕໍ່​ຂອງ​ນັກຮຽນ​ຈະ​ແມ່ນ​ໂຮງຮຽນ​ເປັນ​ຜູ້​ໃຫ້​ບໍລິການ 100%.

ທີ່ມາ http://laophatthananews.blogspot.com/2014/05/blog-post_8260.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...