Homeຂ່າວເຫດການປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດ ສປ ຈີນ ເຂົ້າຢ້ຽມຂ່ຳນັບ!

ປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດ ສປ ຈີນ ເຂົ້າຢ້ຽມຂ່ຳນັບ!

Published on

ຂປລ. ​ໃນ​ຕອນ​ແລງ​ຂອງ ​ວັນ​ທີ 26 ພຶດສະພານີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ໃຫ້ກຽດຕ້ອນຮັບ ​ການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ ​ທ່ານ ​ພົນ​ເອກ ຊາງ ວ້ານ ສວນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສປ ຈີນ ພ້ອມ​ດ້ວຍ​ຄະນະ ຢູ່ທຳນຽບປະທານ​ປະ​ເທດ ນະຄອນຫລວງ​ວຽງຈັນ, ​ໂອກາດ​ເດີນທາງ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມກອງ​ປະຊຸມ​ປ້ອງ​ກັນ​ປະ​ເທດອາ​ຊຽນ ທີ່ ສປປ ລາວ​ ເປັນ​ເຈົ້າພາບ.

ໂອກາດ​ນີ້, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະທານ​ປະ​ເທດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ ຕໍ່ການ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ສຳຄັນ​ຂອງ​ອາ​ຊຽນ ຂອງ​ທ່ານ ພົນ​ເອກ ຊາງ ວ້ານ ສວນ ພ້ອມຄະນະໃນ​ຄັ້ງ​ນີ້. ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ–ຈີນ ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເລື້ອຍໆ. ພ້ອມທັງ​ເຊື່ອໝັ້ນວ່າ ຂອບ​ການ​ຮ່ວມ​ມື​ຂອງ​ອາຊຽນ ​ໂດຍ​ສະ​ເພາະວຽກງານ​ຄວາມໝັ້ນຄົງ ຈະ​ໄດ້​ຮັບ​ການ​ພັດທະນາ ​ຍົກ​ລະດັບ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

ທ່ານ ພົນ​ເອກ ​ຊາງ ວ້ານ ສວນ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ທ່ານປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຕໍ່ການ​ຢ້ຽມຢາມ​ລາວ ຂອງ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ສປ ຈີນໃນ​ຄັ້ງ​ນີ້ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...